12 ບັນຫາ ທີ່່ປະທານປະເທດເນັ້ນໃຫ້ນັກວິທະຍາສາດເອົາໃຈໃສ່ ເພື່ອແກ້ໄຂສິ່ງທ້າທາຍໃນການພັດທະນາປະເທດຊາດ

ທ່ານ​ ທອງລຸນ ສີສຸລິດ ປະທານປະເທດ​ແຫ່ງ ​ໄດ້ກຽດພົບປະໂອ້ລົມນັກວິທະຍາສາດ ໃນໂອກາດສະເຫຼີມສະຫຼອງວັນວິທະຍາສາດແຫ່ງຊາດ ຄົບຮອບ​ ​36​ ປີ​ (12 ຕຸລາ 1987-12 ຕຸລາ 2023) ພາຍໃຕ້ຫົວຂໍ້: ນຳໃຊ້ວິທະຍາສາດ,​ ເຕັກໂນໂລຊີ​ ​ແລະ​ ນະວັດຕະກຳ ເພື່ອແກ້ໄຂສິ່ງທ້າທາຍ ແລະ ​ການພັດທະນາປະເທດຊາດ, ໃນວັນທີ​ 12​ ​ຕຸລາ ​2023 ຜ່ານມາ ທີ່​ມະຫາວິທະຍາໄລແຫ່ງຊາດ (ມຊ)​.​

ໂອກາດດັ່ງກ່າວ ທ່ານ​ໄດ້ມີຄຳເຫັນໂອ້ລົມໂດຍເນັ້ນໜັກໃຫ້ນັກວິທະຍາສາດເອົາໃຈໃສ່ຫຼາຍບັນຫາສຳຄັນດັ່ງນີ້:

  1. ເອົາໃຈໃສ່ສ້າງເວທີເພື່ອແລກປ່ຽນຄຳຄິດຄຳເຫັນ, ແລກປ່ຽນຜົນງານການຄົ້ນຄວ້າ, ສ້າງເຄືອຂ່າຍນັກຄົ້ນຄວ້າ ແລະ ສ້າງຄວາມສຳພັນກັນລະຫວ່າງພາກອຸດສາຫະກຳ ແລະ ສະຖາບັນການສຶກສາ, ຄົ້ນຄວ້າ, ວິໄຈ ເພື່ອສ້າງໃຫ້ໄດ້ກຳລັງແຮງສັງລວມ ແລະ ຕໍ່ຍອດຜົນງານດ້ານວິທະຍາສາດໃຫ້ກາຍເປັນຜະລິດຕະພັນອອກຮັບໃຊ້ສັງຄົມໃຫ້ຫຼາຍຂຶ້ນ. ພ້ອມນັ້ນ, ພັນທະພົນລະເມືອງລາວ ຕ້ອງມີສ່ວນຮ່ວມໃນການແກ້ໄຂບັນຫາ ແລະ ການພັດທະນາຂອງປະເທດຊາດ; ເປັນການເສີມຂະຫຍາຍປະຊາທິປະໄຕ, ເສີມຂະຫຍາຍວັງສະໝອງ, ສະຕິປັນຍາອັນຫຼາກຫຼາຍຂອງຖັນແຖວນັກຄົ້ນຄວ້າ, ນັກວິທະຍາສາດເຂົ້າສູ່ຂະບວນການຕົວຈິງ;
  2. ໃຫ້ນັກຄົ້ນຄວ້າ ແລະ ບຸກຄະລາກອນທາງວິທະຍາສາດ ແລະ ເຕັກໂນໂລຊີ ຈົ່ງໄດ້ຍົກສູງສະຕິຊາດ, ເປັນເຈົ້າຕົນເອງ, ມີຄວາມອົດທົນ ແລະ ເສຍສະຫຼະ, ມີຄວາມຮັບຜິດຊອບ ແລະ ຄວາມເປັນແບບຢ່າງໃນໜ້າທີ່ຄວາມຮັບຜິດຊອບຂອງຕົນ;
  3. ສືບຕໍ່ພັດທະນາ, ສ້າງເງື່ອນໄຂໃຫ້ຊັບພະຍາກອນມະນຸດໄດ້ຮັບການກໍ່ສ້າງ ແລະ ພັດທະນາ, ຖັນແຖວນັກຄົ້ນຄວ້າວິທະຍາສາດ, ປັນຍາຊົນໄດ້ປະກອບສ່ວນເຂົ້າໃນການຄົ້ນຄວ້າ, ການປະດິດສ້າງໃໝ່ໃຫ້ແກ່ປະເທດຊາດນັບມື້ນັບຫຼາຍຂຶ້ນ ແລະໂດດເດັ່ນ;
  4. ຕັ້ງໜ້າຜັນຂະຫຍາຍຜົນສຳເລັດຂອງການປະຕິຮູບການສຶກສາແຫ່ງຊາດສູ່ລວງເລີກ, ຢຶດໝັ້ນຖືເອົາວຽກງານການສຶກສາໄປກ່ອນກ້າວໜຶ່ງ ເປັນບຸລິມະສິດໄປຄຽງຄູ່ກັບການປັບປຸງ ແລະ ຍົກລະດັບວຽກງານກິລາກາຍະກໍາໃຫ້ມີການຫັນປ່ຽນທີ່ແຂງແຮງ;
  5. ຜູ້ບໍລິຫານການສຶກສາ, ສະຖາບັນຄົ້ນຄວ້າ ແລະ ນັກຄົ້ນຄວ້າຕ້ອງສຶກສາ, ເຊື່ອມຊຶມ ແລະ ກຳແໜ້ນແນວທາງ, ນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ແລະ ຫັນເປັນຍຸດທະສາດ, ເປັນໂຄງການ, ເປັນແຜນດໍາເນີນງານ ແລະ ຫົວຂໍ້ຄົ້ນຄວ້າຂອງຕົນ;
  6. ເອົາໃຈໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ຫົວໜ່ວຍຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີຢູ່ມະຫາ ວິທະຍາໄລ ແລະ ສະຖາບັນຄົ້ນຄວ້າຕ່າງໆດ້ວຍການປະກອບບຸກຄະລາກອນ, ພື້ນຖານໂຄງລ່າງ, ເຄື່ອງມືຮັບໃຊ້ ແລະ ທຶນຮອນທີ່ສົມເຫດສົມຜົນ ເພື່ອເຮັດໃຫ້ການຄົ້ນຄວ້າສາມາດດຳເນີນໄດ້ຕາມເງື່ອນໄຂຕົວຈິງ;
  7. ສືບຕໍ່ດຳເນີນການສ້າງໃໝ່ ແລະ ປັບປຸງນິຕິກຳເພື່ອຄຸ້ມຄອງວຽກງານວິທະຍາສາດ ແລະ ເຕັກໂນໂລຊີ;
  8. ບຳລຸງ ແລະ ກໍ່ສ້າງນັກວິທະຍາສາດໃນຂົງເຂດ ແລະ ຂະແໜງການຕ່າງໆໃນອັດຕາສ່ວນທີ່ເໝາະສົມ, ສ້າງນັກວິທະຍາສາດ (scientists) ແລະ ບຸກຄະລາກອນທາງວິທະຍາສາດ (scientific and technological workers) ໄປຄຽງຄູ່ກັນ ໃຫ້ເນັ້ນສ້າງບຸກຄະລາກອນທາງວິທະຍາສາດ ໃນຂະແໜງ ການທີ່ສາມາດນຳໄປສູ່ການຜະລິດໂດຍກົງໄດ້ໃຫ້ຫຼາຍຂຶ້ນ;
  9. ຄວາມເຂັ້ມແຂງ ແລະ ຄຸນນະພາບຂອງວຽກງານໂດຍສະເພາະດ້ານບຸກຄະລາກອນວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຕິດພັນໂດຍກົງກັບຄຸນນະພາບການສຶກສາ
  10. ໃນການຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີນັ້ນຄວນດຳເນີນໃນ 3 ຮູບແບບໄປພ້ອມກັນເຊັ່ນ: ການຄົ້ນຄວ້າວິທະຍາສາດພື້ນຖານ (Basic research); ການຄົ້ນຄວ້າຄວບຄູ່ກັນທັງເປັນວິທະຍາສາດພື້ນຖານ, ນຳໃຊ້ (Applied basic research) ແລະ ການຄົ້ນຄວ້ານຳໃຊ້ (Applied research);
  11. ມີກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ຂໍໃຫ້ມີການຄຸ້ມຄອງ ແລະ ນຳໃຊ້ກອງທຶນດັ່ງກ່າວດ້ວຍຄວາມຮັບຜິດຊອບສູງ, ຮັບປະກັນໃຫ້ມີຄວາມໂປ່ງໃສ, ນຳໃຊ້ໃຫ້ສອດຄ່ອງກັບໂຄງການຄົ້ນຄວ້າທີ່ເປັນບຸລິມະສິດແທ້ໆ;
  12. ໃຫ້ສືບຕໍ່ເພີ່ມທະວີການຮ່ວມມືກັບປະເທດເພື່ອນມິດຍຸດທະສາດ, ມິດປະເທດ, ອົງການຈັດຕັ້ງສາກົນ ແລະ ອື່ນໆ ເພື່ອຍາດແຍ່ງທຶນຮອນມາສະໜອງໃຫ້ແກ່ການຄົ້ນຄວ້າ ແລະ ສ້າງເປັນນະວັດຕະກຳໃໝ່ພາຍໃນປະເທດ.