ປະທານປະເທດ ຢ້ຽມຢາມໂຮງໝໍມະໂຫສົດ ແລະ ໃຫ້ກຳລັງໃຈແພດໝໍທີ່ບໍລິການຄົນເຈັບ

ວັນທີ 12 ຕຸລາ 2023, ທ່ານ ທອງລຸນ ສີສຸລິດ ປະທານປະເທດ  ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມໂຄງການກໍ່ສ້າງໂຮງໝໍມະໂຫສົດ, ມີທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ; ທ່ານ ຫວາງຊາງ ອຸປະທູດ ສປ ຈີນ ປະຈໍາ ສປປ ລາວ ພ້ອມຄະນະໄດ້ຕ້ອນຮັບ.

ທ່ານ ຊູຊາດ ວົງພະຈັນ ຜູ້ອຳນວຍການໂຮງໝໍມະໂຫສົດ ລາຍງານວ່າ: ການກໍ່ສ້າງ ແລະ ນຳໃຊ້ໂຮງໝໍມະໂຫສົດຫລັງໃໝ່ ໄດ້ຮັບການຊ່ວຍເຫລືອຈາກ ສປ ຈີນ ໃນປີ 2017 ເຊິ່ງມີເນື້ອທີ່ 31.500 ຕາແມັດ ກວມເອົາ 60% ຂອງເນື້ອທີ່ທັງໝົດ ມູນຄ່າການກໍ່ສ້າງ 590 ລ້ານກວ່າຢວນ ແລະ ໄດ້ວາງສີລາລືກໃນວັນທີ 14 ພະຈິກ 2017 ໂດຍແມ່ນທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ແລະ ທ່ານ ສີຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ.

ການກໍ່ສ້າງເປັນ 2 ໄລຍະຄື: ໄລຍະທີ 1. ກໍ່ສ້າງ 2 ຕຶກ, ເປັນຕຶກ 8 ຊັ້ນ ແລະ 4 ຊັ້ນ ສ້າງໃນທ້າຍປີ 2017 ແລະ ມອບ-ຮັບໃນວັນທີ 11 ພະຈິກ 2021;  ສ່ວນໄລຍະທີ 2  ກໍ່ສ້າງ 2 ຕຶກ ເປັນຕຶກ 4 ຊັ້ນ ແລະ 5 ຊັ້ນ ລວມມີຕຶກບໍລິຫານ, ເຕັກນິກ, ຕຶກຜ່າຕັດ, ບ່ອນຈອດລົດຊັ້ນໃຕ້ດິນ ແລະ ອ່າງບໍາບັດນໍ້າເປື້ອນ  ເລີ່ມກໍ່ສ້າງໃນຕົ້ນເດືອນມັງກອນ 2022 ປັດຈຸບັນສຳເລັດ 70%. (ຕາມການລາຍງານຂອງຄະນະຮັບ ຜິດຊອບການກໍ່ສ້າງຂອງບໍລິສັດ BUCC). ການອອກແບບແມ່ນຖືກຕ້ອງຕາມເຕັກນິກມາດຕະຖານທັງ 4 ຕຶກຄື: ຕຶກ 8 ຊັ້ນ ແມ່ນຕຶກນອນຄົນເຈັບ,  ຕຶກ 4 ຊັ້ນ ແມ່ນຕຶກນອນຄົນເຈັບ ແລະ ຈຸລິນຊີ ເປັນຫ້ອງວິເຄາະລະດັບ 3 (ທີ່ມີການຮ່ວມມືກັບ LOMWRU) ຊຶ່ງຢູ່ໃນໄລຍະ 1 ສຳເລັດ ແລະ ໄດ້ນຳໃຊ້ໃນວັນທີ 2 ທັນວາ 2021;   ຕຶກ 5 ຊັ້ນ ແມ່ນຕຶກບໍລິຫານ ແລະ ກວດເຂດນອກຄົນເຈັບ ແລະ ຕຶກເຊື່ອມຕໍ່ ລະຫວ່າງຕຶກ 8 ຊັ້ນ ແລະ ຕຶກ 5 ຊັ້ນ ແມ່ນຕຶກເຕັກນິກ ຊຶ່ງກຳລັງກໍ່ສ້າງໄດ້ 70% ຄາດວ່າຈະໃຫ້ສໍາເລັດໃນເດືອນພະຈິກ 2023 ນີ້.

ພາຍຫລັງກໍ່ສ້າງສຳເລັດສາມາດບັນຈຸຕຽງນອນຄົນເຈັບໄດ້ 600 ຕຽງ,  ໃນນີ້ມີຫ້ອງ VVIP ແລະ VIP 24 ຫ້ອງ, ຫ້ອງພິເສດ 2 ຕຽງ 75 ຫ້ອງ, ຫ້ອງທໍາມະດາທົ່ວໄປ 6 ຕຽງ 34 ຫ້ອງ, ຫ້ອງຄວາມດັນລົບ 5 ຫ້ອງ 20 ຕຽງ, ຫ້ອງຜ່າ ຕັດ 10 ຫ້ອງ, ຫ້ອງປະຊຸມ 1 ຫ້ອງບັນຈຸໄດ້ 400 ຄົນ.

ຈາກນັ້ນ, ທ່ານ ປະທານປະເທດ ກໍໄດ້ຢ້ຽມຢາມ ແລະ ໃຫ້ກຳລັງໃຈ ພະນັກງານແພດໝໍທີ່ໃຫ້ບໍລິການຄົນເຈັບ ພ້ອມທັງຢ້ຽມຢາມພໍ່ແມ່ປະຊາຊົນທີ່ກຳລັງປິ່ນປົວສຸຂະພາບຢູ່ໂຮງໝໍຕື່ມອີກ.

ຂໍ້ມູນ: ປະຊາຊົນ