ລັດຖະບານ ແລະ ສະພາແຫ່ງຊາດ ປຶກສາຫາລື ແກ້ໄຂບັນຫາຫຍຸ້ງຍາກທາງດ້ານເສດຖະກິດ ການເງິນ ລວມທັງປາກົດການຫຍໍ້ທໍ້ຕ່າງໆ

ກອງປະຊຸມຮ່ວມ ລະຫວ່າງ ຄະນະລັດຖະບານ ກັບ ຄະນະປະຈໍາສະພາແຫ່ງຊາດ ຄັ້ງທີ II ປີ 2023, ດຳເນີນໄປໃນວັນທີ ວັນທີ 12 ຕຸລາ 2023, ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແລະ ທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ.
ຈຸດປະສົງ ເພື່ອປຶກສາຫາລື, ແລກປ່ຽນຄຳຄິດເຫັນ ແລະ ກ້າວໄປເຖິງການສ້າງຄວາມເປັນເອກະພາບ ຕໍ່ບັນດາເນື້ອໃນ ກໍ່ຄືຫົວຂໍ້ທີ່ຢູ່ຄວາມຮັບຜິດຊອບຂອງລັດຖະບານ ທີ່ຈະນໍາເຂົ້າພິຈາລະນາໃນກອງປະຊຸມ ສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະຈັດຂຶ້ນໃນຕໍ່ໜ້າ ເພື່ອເປັນບ່ອນອີງ ໃນການແກ້ໄຂບັນຫາຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ປະກົດການຫຍໍ້ທໍ້ຕ່າງໆ ແນໃສ່ເຮັດໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງນັບມື້ດີຂຶ້ນ, ທັງເປັນການຕິດຕາມກວດກາການເຄົາລົບ ແລະ ປະຕິບັດລັດຖະທຳມະນູນ, ກົດໝາຍ ຂອງບັນດາອົງການລັດແຕ່ລະຂັ້ນ, ພ້ອມກັນຕີລາຄາ ແລະ ຖອດຖອນບົດຮຽນ ກ່ຽວກັບກົນ ໄກການປະສານງານ ລະຫວ່າງ ລັດຖະ ບານ ກັບ ສະພາແຫ່ງຊາດ.
ໃນກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຟັງລາຍງານ ແລະ ສຸມໃສ່ຄົ້ນຄວ້າ, ປຶກສາຫາລື, ປະກອບຄຳຄິດເຫັນ ແລະ ເປັນເອກະພາບ ຕໍ່ບັນຫາທີ່ສໍາຄັນ ຄື:
1. ລາຍງານຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໃນໄລຍະ 9 ເດືອນຜ່ານມາ, ທິດທາງແຜນການ 3 ເດືອນທ້າຍປີ, ຄາດຄະເນໝົດປີ 2023 ແລະ ສະເໜີທິດທາງແຜນການໃນປີ 2024; ແຜນຈຸດສຸມໂຄງການລົງ ທຶນຂອງລັດປີ 2024 ແລະ ສະເໜີບັັນຊີໂຄງການຕ້ານຕາຝັ່ງເຈື່ອນ ແລະ ໂຄງການສ້ອມແປງເສັ້ນທາງຫຼວງແຫ່ງຊາດ ແລະ ທາງຫຼວງຂອງແຂວງ ທີ່ເປັນບູລິມະສິດ ໃນປີ 2024; ຜົນສຳເລັດພົ້ນເດັ່ນໃນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ຜົນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ໃນໄລຍະ 3 ເດືອນ ແລະ ສະ ເໜີທິດທາງມາດຕະການ ແຕ່ນີ້ຮອດໝົດປີ 2023.
2. ສະພາບການຈັດຕັ້ງປະຕິບັດໂຄງການສຳປະທານຕ່າງໆ ໃນໄລຍະຜ່ານມາ ແລະ ສະເໜີທິດທາງມາດຕະການໃນການຄຸ້ມຄອງໃນຕໍ່ໜ້າ, ລວມທັງ ການສະເໜີແບ່ງຂັ້ນໃນການອະນຸມັດ ແລະ ຄຸ້ມຄອງໂຄງການສຳປະທານ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ໃນຕໍ່ໜ້າ.
3. ແຜນການສ້າງ ແລະ ປັບປຸງກົດໝາຍ ໄລຍະແຕ່ປີ 2024-2025, ບັນດາຫົວຂໍ້ວາລະທີ່ຕິດພັນຄວາມຮັບຜິດຊອບຂອງລັດຖະບານ ທີ່ຈະລາຍງານຕໍ່ກອງປະຊຸມ ສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະຫຼູບຕີລາຄາກົນໄກການປະສານງານລະຫວ່າງລັດຖະບານ ແລະ ສະພາແຫ່ງຊາດ ໃນໄລຍະຜ່ານມາ ແລະ ສະເໜີທິດທາງປັບປຸງໃນຕໍ່ໜ້າ.
ກອງປະຊຸມຄັ້ງນີ້ ບັນລຸຜົນສໍາເລັດ ຕາມຈຸດປະສົງ ແລະ ຄາດໝາຍທີ່ໄດ້ກໍານົດໄວ້. ລັດຖະບານ ຈິງໃຈຮັບເອົາບັນດາຄຳຄິດເຫັນ ທີ່ຫຼາກຫຼາຍ, ສ້າງສັນ ແລະ ເປັນປະໂຫຍດ ຈາກສະພາແຫ່ງຊາດ ໃນເທື່ອນີ້ ໄປຄົ້ນຄວ້າ ປັບປຸງການປະຕິບັດພາລະໜ້າທີ່ ຂອງລັດຖະບານໃຫ້ດີຂຶ້ນ ຢ່າງບໍ່ຢຸດຢັ້ງ ແລະ ພ້ອມກັນເພີ່ມທະວີຈັດຕັ້ງປະຕິບັດໜ້າທີ່ຂອງຕົນ ບົນຈິດໃຈຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ຮອບດ້ານ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນ ແລະ ປະເທດຊາດ.
ກອງປະຊຸມ ໄດ້ຊີ້ນໍາໃຫ້ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ທະນາຄານແຫ່ງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ຮີບຮ້ອນນຳເອົາຜົນກອງປະຊຸມຄັ້ງນີ້ ໄປປັບປຸງບົດລາຍງານ ພ້ອມທັງ ໃຫ້ ກຳມາທິການຂອງສະພາແຫ່ງຊາດ ແລະກະຊວງກ່ຽວຂ້ອງ ສືບຕໍ່ເຮັດວຽກນຳກັນ ເພື່ອກ້າວໄປເຖິງ ສ້າງຄວາມເປັນເອກະພາບທາງດ້ານຕົວເລກຄາດໝາຍໃຫຍ່ໆມີບ່ອນອີງໜັກແໜ້ນ.
ລັດຖະບານ ຈະລົງເລິກຄົ້ນຄວ້າ ແລະ ກໍານົດມາດຕະການປະຕິບັດຕົວຈິງ ເພື່ອສູ້ຊົນບັນລຸຕົວເລກຄາດໝາຍດັ່ງກ່າວ, ໃນຕໍ່ໜ້າລັດຖະບານ ແລະ ສະພາແຫ່ງຊາດ ຈະໄດ້ສືບຕໍ່ເພີ່ມທະວີ ການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ທີ່ວາງອອກໃນແຕ່ລະໄລຍະ ເຂົ້າໃນການເຄື່ອນ ໄຫວວຽກງານຂອງຕົນ ໃຫ້ມີຄວາມໜັກແໜ້ນຂຶ້ນຕື່ມ, ຈະເພີ່ມທະວີ ການຕິດຕາມຊຸກຍູ້ ການຈັດຕັ້ງປະຕິບັດ ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ຢ່າງເປັນເອກະພາບ ແລະ ເຂັ້ມງວດ.

