ຄວາມຄືບໜ້າການກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບ ລາວ-ໄທ ແຫ່ງທີ 5 ບໍລິຄຳໄຊ-ບຶງການ ຫລຸດແຜນການ ຍ້ອນສະພາບຝົນຕົກ

ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນ້ຳຂອງ ມິດຕະພາບ ລາວ-ໄທ ແຫ່ງທີ 5 ບໍລິຄໍາໄຊ-ບຶງການ ລາຍງານວ່າ: ໂຄງການກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບ ລາວ-ໄທ ແຫ່ງທີ 5 ແຂວງບໍລິຄຳໄຊ – ຈັງຫວັດບຶງການ ປະເທດໄທ ມີຄວາມຄືບໜ້າຢ່າງຕໍ່ເນື່ອງຄື. ສັນຍາທີ 1 ການກໍ່ສ້າງຂົວສໍາເລັດ 69%, ສ່ວນສັນຍາທີ 2 ການກໍ່ສ້າງທາງເຂົ້າຂົວ ແລະ ອາຄານດ່ານກວດຄົນເຂົ້າ-ອອກເມືອງ ສຳເລັດ 94%  ສະເລ່ຍແລ້ວ ການກໍ່ສ້າງສຳເລັດ 81% ຂອງໜ້າວຽກທັງໝົດ, ເຊິ່ງຄາດວ່າການກໍ່ສ້າງຈະໃຫ້ສຳເລັດໃນທ້າຍປີ 2024 ນີ້.

ການກໍ່ສ້າງຂົວຂ້າມນ້ຳຂອງ ມິດຕະພາບ ລາວ-ໄທ ແຫ່ງທີ 5 ເຫັນວ່າ ມີຄວາມຄືບໜ້າຫລຸດແຜນການທີ່ວາງໄວ້ ເນື່ອງຈາກວ່າ ໄລຍະນີ້ເປັນຍາມຝົນ ບໍ່ສາມາດປະຕິບັດວຽກງານໄດ້ເຕັມເມັດເຕັມໜ່ວຍ ແລະ ອີກບັນຫາໜຶ່ງ ໄລຍະເລີ່ມຕົ້ນການກໍ່ສ້າງ ເປັນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ຈຶ່ງເຮັດໃຫ້ຜູ້ຮັບເໝົາບໍ່ສາມາດເຂົ້າມາປະຈໍາສະໜາມໄດ້, ເຖິງວ່າຜູ້ຮັບເໝົາຫລັກ ຈະຈັດຫາເອົາບໍລິສັດພາຍໃນ ຜູ້ທີ່ມີປະສົບການເຂົ້າມາຊ່ວຍ ກວ່າຈະເຂົ້າມາປະຈຳສະໜາມ ແລະ ເລີ່ມຕົ້ນໂຄງການໄດ້ກໍໃຊ້ເວລາຫລາຍເດືອນ.

ມາຮອດປັດຈຸບັນ ບໍລິສັດທີ່ຮັບເໝົາການກໍ່ສ້າງ ພວມຂຸ້ນຂ້ຽວສືບຕໍ່ຈັດຕັ້ງປະຕິບັດເພື່ອເຮັດໃຫ້ ສໍາເລັດຕາມລະດັບຄາດໝາຍ, ຮັບປະກັນຄວາມປອດໄພ ແລະ ໄດ້ຕາມມາດຕະຖານສາກົນ. ໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ມິດຕະພາບ ລາວ-ໄທ ແຫ່ງທີ 5 ແຂວງບໍລິຄຳໄຊ-ຈັງຫວັດບຶງການ ສ້າງຕັ້ງຂຶ້ນໃນເດືອນກັນຍາ 2019,  ເປັນໂຄງການເງິນກູ້ຈາກ ອົງການຄວາມຮ່ວມມືທາງດ້ານເສດຖະກິດ ກັບປະເທດເພື່ອນບ້ານ (ອົງການມະຫາຊົນ) ຈາກປະເທດໄທ (ອົງການNEDA), ເຊິ່ງລັດຖະບານລາວ ໄດ້ຮັບເງິນກູ້ຢືມ ຈຳນວນ 1.380 ລ້ານກວ່າບາດ, ແບ່ງອອກເປັນ 2 ສັນຍາ ຄື: ສັນຍາທີ 1 ກໍ່ສ້າງຂົວຂ້າມນ້ຳຂອງ ແລະ ສັນຍາທີ 2 ກໍ່ສ້າງທາງເຂົ້າຂົວ ແລະ ອາຄານດ່ານກວດຄົນເຂົ້າ-ອອກເມືອງ.

ຂໍ້ມູນ: ຄວາມສະຫງົບ