ສັນຍານເຕືອນພະຍາດ PCOS

ກວດເບິ່ງໂຕເອງດ່ວນ! ສາວໆ 25-30 ປີ ທີ່ມີອາການ ໜ້າມັນ-ສິວຂຶ້ນ-ຂົນດົກ ຜົມຫລົ່ນ-ປະຈໍາເດືອນມາບໍ່ປົກກະຕິ ອາດເປັນສັນຍານເຕືອນພະຍາດ PCOS

.

ມາເບິ່ງສັນຍານພະຍາດ PCOS ພາຫລື ພາວະຖົງນໍ້າຮັງໄຂ່ຫລາຍໜ່ວຍ, ເປັນພະຍາດທີ່ກ່ຽວກັບຄວາມຜິດປົກກະຕິຂອງຮໍໂມນ ເຮັດໃຫ້ມີລູກຍາກ ເຊິ່ງອາການຫລັກໆຂອງພະຍາດນີ້ແມ່ນ: ປະຈໍາເດືອນມາບໍ່ປົກກະຕິ , ມີຮໍໂມນເພດຊາຍສູງ (ຂົນດົກ, ເປັນສິວ, ຜົມຫລົ່ນ), ບາງຄົນອາດຈະນໍາໜັກເພີ່ມຂຶ້ນ ຫລື ຕຸ້ຍງ່າຍ

.

ວິທີເບິ່ງແຍງເບື້ອງຕົ້ນ ເພື່ອປັບສົມດຸນຮໍໂມນ ໂດຍການງົດກິນຂອງຫວານ, ກິນໂປຣຕີນຈາກພືດ, ງາດໍາ, ອັລມັອນ, ກິນຜັກ-ໝາກໄມ້ ເພື່ອເພີ່ມໃຍອາຫານ ແລະ ສິ່ງສໍາຄັນແມ່ນການອອກກໍາລັງກາຍໃຫ້ສະໝໍ່າສະເໝີ

.
ຂໍ້ມູນຈາກ ,