ປະທານປະເທດ ສປປ ລາວ ໂທລະເລກອວຍພອນວັນສ້າງຕັ້ງພັກແຮງງານເກົາຫລີ

ໃນໂອກາດວັນສ້າງຕັ້ງພັກແຮງງານເກົາຫລີ ຄົບຮອບ 78 ປີ (10/10/1945-10/10/2023) ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກອວຍພອນເຖິງ ສະຫາຍ ກິມເຈິງອຸນ, ເລຂາທິການໃຫຍ່ພັກແຮງງານເກົາຫລີ, ປະທານກິດຈະການແຫ່ງລັດ ສປປ ເກົາຫລີ, ຜູ້ບັນຊາການສູງສຸດກໍາລັງປະກອບອາວຸດ ສປປ ເກົາຫລີ.
ເນື້ອໃນໂທລະເລກອວຍພອນລະບຸວ່າ: ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ມີຄວາມປິຕິຊົມຊື່ນ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າ ຕະຫລອດໄລຍະ 78 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງພັກແຮງງານເກົາຫລີ, ລັດຖະບານ, ປະຊາຊົນ ສປປ ເກົາຫລີ ສາມາດຍາດໄດ້ຜົນສໍາເລັດອັນໃຫຍ່ຫລວງຫລາຍດ້ານໃນການປົກປັກຮັກສາໝາກຜົນຂອງການປະຕິວັດໄວ້ໄດ້ຢ່າງໝັ້ນຄົງ, ການເມືອງມີສະຖຽນລະພາບ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຮັບການພັດທະນາຢ່າງວ່ອງໄວ ແລະ ທັນສະໄໝ, ເສດຖະກິດນັບມື້ນັບໄດ້ຮັບການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນເກົາຫລີ ໄດ້ຮັບການພັດທະນາດີຂຶ້ນເທື່ອລະກ້າວ.
ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍາ-ນໍາພາ ຂອງພັກແຮງງານເກົາຫລີ, ອັນມີ ສະຫາຍ ກິມ ເຈິງ ອຸນ ເປັນຜູ້ນຳນັ້ນ, ພັກ, ລັດຖະບານ ແລະ ປະຊາຊົນ ສປປ ເກົາຫລີ ຈະບັນລຸຜົນສໍາເລັດ ໃນການປະຕິບັດບັນດາມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ VIII ຂອງພັກ, ສືບຕໍ່ຊີ້ນໍາ-ນໍາພາ ປະຊາຊົນ ສປປ ເກົາຫລີ ຍາດໄດ້ຜົນສໍາເລັດຍິ່ງໃຫຍ່ກວ່າເກົ່າ ໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສ້າງສັງຄົມນິຍົມໃຫ້ຮັ່ງມີເຂັ້ມ ແຂງ ແລະ ບັນລຸຜົນສໍາເລັດໃນການທ້ອນໂຮມປະເທດຊາດ ໂດຍສັນຕິວິທີ.
ສປປ ລາວຍິນດີ ສືບຕໍ່ຮ່ວມເຮັດວຽກຢ່າງໃກ້ຊິດກັບ ສະຫາຍ ກິມ ເຈິງ ອຸນ ເພື່ອເພີ່ມທະວີການພົວພັນ ແລະ ການຮ່ວມມື ອັນເປັນມູນເຊື້ອ ທີ່ມີມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ສປປ ລາວ-ສປປ ເກົາຫລີ ໃຫ້ສືບຕໍ່ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ກໍຄື ພາລະກິດສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ

