ມອບ-ຮັບໜ້າທີ່ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຜູ້ເກົ່າ-ຜູ້ໃໝ່

ການມອບ-ຮັບໜ້າທີ່ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຜູ້ເກົ່າ ແລະ ຜູ້ໃໝ່ ລະຫວ່າງ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສສຍລ ຜູ້ເກົ່າ ແລະ ທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານ ສສຍລ ຜູ້ໃໝ່; ດຳເນີນໄປໃນວັນທີ 10 ຕຸລາ 2023 ມີທ່ານ ຄໍາພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງເຂົ້າຮ່ວມ.
ທ່ານ ຄໍາພັນ ພົມມະທັດ ມີຄຳເຫັນວ່າ: ການມອບ-ຮັບໜ້າທີ່ໃນຄັ້ງນີ້ ສຸດທີ່ມີຄວາມໝາຍສໍາຄັນໃນການສັບປ່ຽນພະນັກງານຂັ້ນສູງຂອງພັກ, ໂດຍອີງຕາມຫລັກການຄຸ້ມຄອງ, ສັບຊ້ອນພະນັກງານຂັ້ນສູງຂອງພັກ, ທັງອີງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກໃນໄລຍະໃໝ່ ລວມທັງມາດຕະຖານເງື່ອນໄຂຂອງພະນັກງານນຳພາຂັ້ນສູງຂອງພັກ-ລັດ. ສໍາລັບ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ທີ່ຍົກຍ້າຍໄປຮັບໜ້າທີ່ໃໝ່ຢູ່ສູນກາງແນວລາວສ້າງຊາດ ຈົ່ງສືບຕໍ່ເສີມຂະຫຍາຍບົດຮຽນການນຳພາ-ຊີ້ນໍາ ຮ່ວມກັບໝູ່ຄະນະນຳໄປໝູນໃຊ້ເຂົ້າໃນການຄຸ້ມຄອງ, ບັນຊາ, ນຳພາວຽກງານຂົງເຂດຂອງຕົນໃຫ້ນັບມື້ນັບດີຂຶ້ນ. ສ່ວນ ທ່ານ ນາງ ອາລີ ວົງໜໍ່ບຸນທຳ ທີ່ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກ ປະທານຄະນະບໍລິຫານງານ ສສຍລ ຜູ້ໃໝ່ ໃຫ້ສືບຕໍ່ເສີມຂະຫຍາຍຜົນງານທີ່ຜ່ານມາຂອງ ສສຍລ ແລະ ເຮັດໃຫ້ວຽກງານດັ່ງກ່າວມີຜົນສຳເລັດນັບມື້ດີຂຶ້ນເປັນກ້າວໆ.

