ແຈ້ງໃຫ້ຜູ້ດຳເນີນກິດຈະການນຳເຂົ້າ ຫລື ສົ່ງອອກສິນຄ້າ 6 ໝວດສິນຄ້າ ຮີບຮ້ອນມາລົງທະບຽນໃຫ້ສຳເລັດ ກ່ອນວັນທີ 31 ຕຸລາ 2023

ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການໃຫ້ວິສາຫະກິດໃນຂອບເຂດທົ່ວປະເທດທີ່ດຳເນີນກິດຈະການນຳເຂົ້າ ຫລື ສົ່ງອອກສິນຄ້າ 6 ໝວດສິນຄ້າຕາມແຈ້ງການເລກທີ 1941/ຫອຄ, ລົງວັນທີ 5 ກັນຍາ 2023 ໃຫ້ຮີບຮ້ອນມາລົງທະບຽນເປັນຜູ້ນໍາເຂົ້າ ຫລື ສົ່ງອອກ ສິນຄ້າ ໃຫ້ສຳເລັດ ກ່ອນວັນທີ 31 ຕຸລາ 2023. ບໍ່ດັ່ງນັ້ນ, ວິສາຫະກິດຈະບໍ່ສາມາດນຳເຂົ້າ ຫລື ສົ່ງອອກ ສິນຄ້າ ດັ່ງກ່າວໄດ້.
ອີງຕາມ ຂໍ້ຕົກລົງ ວ່າດ້ວຍການລົງທະບຽນຜູ້ນໍາເຂົ້າ ແລະ ສົ່ງອອກສິນຄ້າ ເລກທີ 0752/ອຄ, ລົງວັນທີ 23 ພຶດສະພາ 2023 ແລະ ແຈ້ງການ ການລົງທະບຽນ ຜູ້ນໍາເຂົ້າ ແລະ ສົ່ງອອກສິນຄ້າ ເລກທີ 1941/ອຄ, ລົງວັນທີ 5 ກັນຍາ 2023. ເຊິ່ງມີເນື້ອໃນຈິດໃຈອັນສໍາຄັນຄື: ໃຫ້ວິສາຫະກິດທີ່ດຳເນີນການນຳເຂົ້າ ຫລື ສົ່ງອອກ ສິນຄ້າ ປະເພດ: ແຮ່ທາດ, ໄຟຟ້າ, ໄມ້ ແລະ ຜະລິດຕະພັນໄມ້, ຊິ້ນສ່ວນ ແລະ ອຸປະກອນເອເລັກໂຕຣນິກ, ເຄື່ອງອຸປະກອນໄຟຟ້າ, ຢາສູບ ແລະ ເຄື່ອງດື່ມທີ່ມີທາດເຫລົ້າ ໃຫ້ຮີບຮ້ອນປະກອບເອກະສານແຈ້ງລົງທະບຽນ ຕາມແບບຟອມທີ່ຄັດຕິດມາພ້ອມນີ້ ແບບຟອມ ແລະ ຕົວຢ່າງ ແລ້ວຍື່ນໃຫ້ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍກົງ ຫລື ສົ່ງຜ່ານອີເມວ imexdiv@laomoic.org ຫລື ພົວພັນຂໍ້ມູນເພີ່ມຕື່ມໄດ້ທີ່ເບີ: (+85620) 9699 6565 ຫລື (+85620) 55510038 ຫລື (+85620) 56287584 ຫລື (+85620) 95914789.
ການລົງທະບຽນຕ້ອງໃຫ້ສຳເລັດກ່ອນວັນທີ 31 ຕຸລາ 2023. ຫາກວິສາຫະກິດໃດທີ່ບໍ່ລົງທະບຽນເປັນຜູ້ນໍາເຂົ້າ ຫລື ຜູ້ສົ່ງອອກສິນຄ້າ ນໍາກົມການນໍາເຂົ້າ ແລະ ສົ່ງອອກ ຕາມກຳນົດເວລາດັ່ງກ່າວ ແມ່ນຈະບໍ່ສາມາດດໍາເນີນການນໍາເຂົ້າ ຫລື ສົ່ງອອກ ສິນຄ້ານັ້ນໄດ້.
