ອະນາໄມໂລກເຕືອນຄ້າຍຜູ້ອົບພະ ຍົບໂຣຮິງຢາ ຢູ່ບັງກະລາເທດສ່ຽງ ເກີດອະຫິວາລະບາດ

ອົງການອະນາໄມໂລກອອກຖະແຫຼງການເຕືອນໃນວັນທີ 25 ກັນຍາວ່າ: ຄ້າຍຜູ້ອົບພະຍົບຊາວໂຣຮິງຢາຢູ່ບັງກະລາເທດສ່ຽງຈະເກີດການລະບາດຂອງເຊື້ອອະຫິວາ, ຂະນະທີ່ມີຊາວມຸດສະລິມໂຣຮິງຢາເຖິງ 436.000 ຄົນເຂົ້າພັກອາໄສ ພາຍຫຼັງໜີເຫດຄວາມຮຸນແຮງຢູ່ມຽນມາ.
ອົງການອະນາໄມໂລກລະບຸວ່າ: ນັບແຕ່ເລີ່ມມີການອົບພະຍົບ, ຊາວໂຣຮິງຢາໄດ້ກະຈາຍເຂົ້າພັກອາໄສຕາມຄ້າຍຜູ້ລີ້ໄພບໍລິເວນຊາຍແດນເຖິງ 68 ແຫ່ງ, ພວກເຂົາບໍ່ມີນ້ຳດື່ມສະອາດ, ຂາດເຂີນອາຫານ ແລະ ຢາປິ່ນປົວ ແລະ ກ່າວວ່າ: ຄວາມສ່ຽງທີ່ຈະເກີດພະຍາດທາງນ້ຳພວມເພີ່ມສູງຂຶ້ນ ໂດຍສະເພາະພະຍາດອະຫິວາ. ເຖິງຢ່າງໃດກໍຕາມ, ອົງການອະນາໄມໂລກໄດ້ເປີດສູນແພດເຄື່ອນທີ່ໄວ້ພ້ອມແລ້ວ ແລະ ທາງການສາທາລະນະສຸກບັງກະລາເທດລາຍງານວ່າ: ໃນແຕ່ລະເດືອນໄດ້ໃຫ້ການປິ່ນປົວພະຍາດຖອກທ້ອງແກ່ຊາວໂຣຮິງຢາປະມານ 4.500 ຄົນ ແລະ ໃຫ້ວັກແຊງປ້ອງກັນໄຂ້ຫວັດ ແລະ ໂປລີໂອແກ່ເດັກແລ້ວປະມານ 8.000 ຄົນ.
ຜູ້ອົບພະຍົບຊາວໂຣຮິງຢາຫຼາຍກວ່າ 436.000 ຄົນຂ້າມຊາຍແດນຈາກລັດຍະໄຂ່ຢູ່ມຽນມາເຂົ້າໄປບັງກະລາເທດແຕ່ວັນທີ 25 ສິງຫາຜ່ານມາ.

