ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ເນັ້ນໃຫ້ 3 ແຂວງພາກກາງ ນຳໃຊ້ມາດຕະການຢ່າງເຂັ້ມງວດ ເດັດຂາດຕໍ່ຜູ້ລະເມີດກົດໝາຍ ຕໍ່ຜູ້ໃຊ້ໜ້າທີ່ຫາຜົນຜະໂຫຍດ ແບບບໍ່ຊອບທຳ

ໃນກອງປະຊຸມເຜີຍແຜ່ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຂອງຄະນະສະເພາະກິດຕາມມະຕິຕົກລົງເລກທີ 19/ກມສພ ວ່າດ້ວຍມາດຕະການແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ໃຫ້ແກ່ອົງການປົກຄອງແຂວງຄຳມ່ວນ, ບໍລິຄໍາໄຊ ແລະ ແຂວງສະຫວັນນະເຂດ ທີ່ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2023, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ຄະນະສະເພາະກິດ 19/ກມສພ, ໄດ້ມີຄໍາເຫັນບາງບັນຫາສໍາຄັນຕົ້ນຕໍຄື:
1. ຄະນະພັກ-ຄະນະນຳ ຂອງແຂວງທຸກຂັ້ນ, ທຸກຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງນໍາເອົາບັນດາເນື້ອໃນຈິດໃຈຂອງກອງປະຊຸມນີ້ໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ, ພ້ອມກັນເຊື່ອມຊຶມ ແລະ ເຜີຍແຜ່ບັນດານິຕິກໍາທີ່ກ່ຽວຂ້ອງ ຂອງລັດຖະບານ ກໍຄື ຂອງຄະນະສະເພາະກິດ ຕາມມະຕິຕົກລົງເລກທີ 19/ກມສພ ໃຫ້ທົ່ວເຖິງ, ກວມທຸກກຸ່ມເປົ້າໝາຍ, ໃຫ້ເຂົາເຈົ້າໄດ້ເຊື່ອມຊຶມ, ຮັບຮູ້ ແລະ ເຂົ້າໃຈຕໍ່ບັນຫາດັ່ງກ່າວຢ່າງເລິກເຊິ່ງ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າໃນຂະບວນການແກ້ໄຂບັນຫາເສດຖະກິດ ເພື່ອພ້ອມກັນຜ່ານຜ່າໄລຍະຫຍຸ້ງຍາກນີ້;
2. ຕໍ່ມາດຕະການແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ແມ່ນໃຫ້ກໍານົດມາດຕະການແກ້ໄຂອອກເປັນປະຈໍາວັນ, ປະຈໍາອາທິດ ແລະ ປະຈໍາເດືອນ ໃຫ້ມີຄວາມວ່ອງໄວ ດ້ວຍການສຸມໃສ່ແກ້ໄຂການຄ້າຂາຍບໍ່ສອດຄ່ອງ; ການຄ້ານອກລະບົບທຸກຮູບແບບໄປຄຽງຄູ່ກັບການຄຸ້ມຄອງຄົນຕ່າງປະເທດ ທີ່ເຂົ້າມາດໍາລົງຊີວິດ ແລະ ດໍາເນີນທຸລະກິດ ຢູ່ ສປປ ລາວ ໃຫ້ເຂົ້າສູ່ ລະບຽບ-ກົດໝາຍ. ເພີ່ມທະວີການດຶງດູດການລົງທຶນຈາກຕ່າງປະເທດໃຫ້ຫຼາຍຂຶ້ນ ໂດຍການປັບປຸງສະພາບແວດລ້ອມໃນການດໍາເນີນທຸລະກິດໃຫ້ມີຄວາມສະດວກ, ງ່າຍດາຍ, ໂປ່ງໃສ, ຫຼຸດຜ່ອນຂັ້ນຂອດທີ່ບໍ່ຈໍາເປັນ, ບຸກທະລຸ ແກ້ໄຂລະບອບ-ລະບຽບ ແລະ ຂັ້ນຂອດບໍລິການ ທີ່ເປັນການກົດໜ່ວງ ຖ່ວງດຶງ, ຄຸ້ມຄອງການເຄື່ອນໄຫວທາງການເງິນຂອງທະນາຄານທຸລະກິດ, ສຸມໃສ່ແກ້ໄຂບັນຫາການແລກປ່ຽນເງິນຕານອກລະບົບຮັບປະກັນບໍ່ໃຫ້ມີການປັ່ນປ່ວນເສດຖະກິດ ພ້ອມທັງນໍາໃຊ້ມາດຕະການຢ່າງເຂັ້ມງວດ, ເດັດຂາດຕໍ່ຜູ້ລະເມີດກົດໝາຍ, ຕໍ່ຜູ້ສວຍໃຊ້ໜ້າທີ່ຫາຜົນປະໂຫຍດແບບບໍ່ຊອບທໍາ. ການນໍາເຂົ້າ-ສົ່ງອອກ ຕ້ອງຊໍາລະຜ່ານລະບົບທະນາຄານ, ຂຶ້ນທະບຽນ ແລະ ຄຸ້ມຄອງຜູ້ນໍາເຂົ້າ-ສົ່ງອອກ, ແກ້ໄຂສະພາບຫຍໍ້ທໍ້ຕ່າງໆ ແລະ ບັນຫາອື່ນໆ.
3. ໃຫ້ອີງໃສ່ແຜນວຽກ ແລະ ໜ້າທີ່ລວມຂອງຄະນະສະເພາະກິດ 19/ກມສພ ເພື່ອເປັນພື້ນຖານ ໃນການຈັດແບ່ງວຽກຈຸດສຸມຢູ່ຂັ້ນທ້ອງຖິ່ນ, ແຕ່ລະໜ້າວຽກຈຸດສຸມ ຕ້ອງໄດ້ຜັນຂະຫຍາຍໃຫ້ມີຄວາມລະອຽດຊັດເຈນ, ມີຄາດໝາຍດ້ານເວລາ, ກໍານົດຂອບເຂດຄວາມຮັບຜິດຊອບ ຕາມພາລະບົດບາດໃນຂະແໜງການຢູ່ທ້ອງຖິ່ນຂອງຕົນ;
4. ຕໍ່ການຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ແລະ ກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ, ບັນດາຂະແໜງການກ່ຽວຂ້ອງ ກໍຕ້ອງໄດ້ອອກນິຕິກໍາໃຫ້ໄວ ສົມທົບກັບອົງການປົກຄອງທ້ອງຖິ່ນ ຄົ້ນຄວ້າກໍານົດເຂດຈຸດສຸມການຜະລິດ, ປະເພດ ແລະ ກຳນົດເປົ້າໝາຍເພື່ອສົ່ງເສີມ, ສຸມໃສ່ຜະລິດຕະພັນທີ່ເປັນທ່າແຮງຂອງແຕ່ລະທ້ອງຖິ່ນ ທີ່ສາມາດແຂ່ງຂັນ ໄດ້ທັງປະລິມານ ແລະ ຄຸນນະພາບ;
5. ໃຫ້ແຂວງ ເອົາໃຈໃສ່ຕໍ່ການຈັດເກັບລາຍຮັບ, ຄຸ້ມຄອງລາຍຈ່າຍ ໃນທ້າຍປີທີ່ຍັງເຫຼືອ ໃຫ້ບັນລຸຕາມແຜນການທີ່ກໍານົດ ແລະ ແຜນຮັບຮອງຈາກສູນກາງ;
6. ໃຫ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຕິດຕາມ ແລະ ກວດກາ ແຕ່ຂອດການນໍາເຂົ້າສິນຄ້າ ຈົນຮອດການຈໍລະຈອນຢູ່ພາຍໃນ ເພື່ອແກ້ໄຂສະພາບການຄ້ານອກລະບົບ; ຈໍາກັດການນໍາເຂົ້າສິນຄ້າທີ່ສາມາດຜະລິດໄດ້ພາຍໃນ, ສຸມໃສ່ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ, ເຂັ້ມງວດການປະຕິບັດວິໄນຕໍ່ພະນັກງານ ແລະ ເຈົ້າໜ້າທີ່ ຜູ້ສວຍໃຊ້ໜ້າທີ່ອຳນວຍຄວາມສະດວກໃນການດຳເນີນການແລກປ່ຽນເງິນແບບຜິດກົດໝາຍ ໃນການຜັນຂະຫຍາຍຄໍາສັ່ງ ນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ,
7. ເອົາໃຈໃສ່ການຈັດຕັ້ງປະຕິບັດ ແຈ້ງການສະບັບເລກທີ 98/ຫສນຍ, ລົງວັນທີ 24 ກໍລະກົດ 2023 ວ່າດ້ວຍການຜັນຂະຫຍາຍທິດຊີ້ນໍາ ກ່ຽວກັບການຄຸ້ມຄອງອິນເຕີເນັດ ແລະ ສື່ສັງຄົມອອນລາຍ ຢ່າງເຂັ້ມງວດ.