ສປປ ລາວ ເພີ່ມທະວີຄຸ້ມຄອງ ໜີ້ສິນສາທາລະນະ ແລະ ນະໂຍບາຍການເງິນ

ທະນາຄານ ພັດທະນາອາຊີ (ADB) ຮ່ວມກັບ ກະຊວງການເງິນ ຈັດກອງປະຊຸມ ໃນວັນທີ 4-5 ຕຸລາ 2023 ເພື່ອປຶກສາຫາລືກ່ຽວກັບການ ສ້າງຄວາມເຂັ້ມແຂງທາງດ້ານການຄຸ້ມຄອງໜີ້ສິນສາທາລະນະຢູ່ ສປປ ລາວ ໂດຍໄດ້ສຸມໃສ່ການກໍານົດການພົວພັນ ລະຫວ່າງ ການຄຸ້ມຄອງໜີ້ສິນສາທາລະນະ ແລະ ນະໂຍບາຍການເງິນ ເງິນຕາ ແລະ ເພື່ອຊ່ວຍສ້າງວິທີການຂອງລັດຖະບານທັງໝົດ ແນໃສ່ການເພີ່ມທະວີການຄຸ້ມຄອງໜີ້ສິນສາທາລະນະ ແລະ ສຸມໃສ່ການກໍານົດການພົວພັນລະຫວ່າງ ການຄຸ້ມຄອງໜີ້ສິນສາທາລະນະກັບນະໂຍບາຍ ແລະ ງົບປະມານ ເງິນຕາ ນະໂຍບາຍທາງການເງິນ ເພື່ອຊ່ວຍສ້າງວິທີການຂອງລັດຖະບານ ເພື່ອເພີ່ມທະວີການຄຸ້ມຄອງໜີ້ສິນສາທາລະນະ.

ທ່ານ ສຸລິວັດ ສຸວັນນະຈູມຄໍາ ຫົວໜ້າກົມຄຸ້ມຄອງໜີ້ສິນສາທາລະນະ ກະຊວງການເງິນ ກ່າວວ່າ: ການສົນທະນາປຶກສາຫາລືລະດັບສູງໃນຄັ້ງນີ້ ໄດ້ສະໜອງຂໍ້ສະເໜີທີ່ເປັນປະໂຫຍດຫລາຍຂໍ້ ທີ່ຈະຊ່ວຍໃຫ້ລັດຖະບານ ໃນການປັບປຸງກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະ ແລະ ຍຸດທະສາດການຄຸ້ມຄອງໜີ້ສິນໄລຍະກາງ ຊຶ່ງຈະຊ່ວຍຮັບປະກັນທິດທາງທີ່ຍືນຍົງກວ່າເກົ່າສຳລັບໜີ້ສິນສາທາລະນະ ໃນນັ້ນ ລວມທັງການກ້າວໄປສູ່ການປະສານສົມທົບກັນພາຍໃນໜ່ວຍງານພາກລັດທີ່ດີຂຶ້ນ, ພ້ອມທັງເນັ້ນໜັກເຖິງ ຄວາມຈຳເປັນຕ້ອງຮັບປະກັນການແກ້ໄຂບັນຫາທີ່ຫຼີກລ່ຽງບໍ່ໄດ້ ລະຫວ່າງ ນະໂຍບາຍເງິນຕາ ງົບປະມານ ນະໂຍບາຍທາງການເງິນ ແລະ ການຄຸ້ມຄອງໜີ້ສາທາລະນະ ແມ່ນຕ້ອງໄດ້ຮັບການລະບຸ ແລະ ແກ້ໄຂ ມີຄວາມຈຳເປັນໃນການຕິດຕາມກວດກາໜີ້ສິນພາກລັດຢ່າງຮອບດ້ານ ຖືກຕ້ອງ ທັນການ ແລະ ໂປ່ງໄສຫຼາຍຂຶ້ນ ໃນການຕິດຕາມໜີ້ສິນພາກລັດທັງໝົດ ການຄໍ້າປະກັນ ການປ່ອຍກູ້ຕໍ່ ພ້ອມທັງ ໜີ້ສິນສຳຮອງຂອງບັນດາລັດວິສາຫະກິດ ແລະ ຈາກການລົງທຶນຮ່ວມ ລະຫວ່າງ ພາກລັດ ແລະ ເອກະຊົນ.

ທ່ານນາງ ເອັມມາ ວີແວ ຮອງຫົວໜ້າກົມອາຊີຕາເວັນອອກສຽງໃຕ້ຂອງ ADB ກ່າວວ່າ: ການປຶກສາຫາລືລະດັບສູງໃນຄັ້ງນີ້ ຈະຊ່ວຍໃຫ້ພາກລັດ ມີອົງປະກອບທີ່ຈຳເປັນໃນການຄຸ້ມຄອງໜີ້ສິນສາທາ ລະນະ ໃຫ້ມີປະສິດຕິພາບຫຼາຍຂຶ້ນ, ວຽກງານຂອງລັດຖະບານໃນຕໍ່ໜ້າແມ່ນການຜັນຂະຫຍາຍວິທີການປະຕິບັດທີ່ມີປະສິດທິພາບ ທີ່ໄດ້ຖືກກໍານົດໄວ້ໃນນະໂຍບາຍສະເພາະ ລວມທັງການປັບປຸງກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະ ແລະ ຜັນຂະຫຍາຍລາຍລະອຽດ ໃນຍຸດທະສາດໜີ້ສິນໄລຍະກາງ, ADB ຈະສືບຕໍ່ໃຫ້ການສະໜັບ ສະໜູນ ກະຊວງການເງິນ ບັນດາກະຊວງ ແລະ ສະຖາບັນຂອງລັດອື່ນໆ ສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງໜີ້ສິນສາທາລະນະ ຢູ່ ສປປ ລາວ ໂດຍມີການປຶກສາຫາລືຢ່າງໃກ້ຊິດກັບບັນດາຄູ່ຮ່ວມພັດທະນາ ລວມທັງຜ່ານໂຄງການຊ່ວຍເຫຼືອທາງດ້ານວິຊາການ ຢ່າງຕໍ່ເນື່ອງ ແລະ ຜ່ານຍຸດທະສາດເພື່ອການຮ່ວມມືກັບປະເທດຄູ່ຮ່ວມພັດທະນາ 2024-2028 ເຊິ່ງແຜນຍຸດທະສາດນີ້ ຈະຜ່ານການຮັບຮອງຈາກສະພາບໍລິຫານຂອງ ADB ໃນຕົ້ນປີໜ້າ.