9 ບັນຫາສຳຄັນ ທີ່ຮອງປະທານປະເທດ ເນັ້ນໃຫ້ ທະນາຄານແຫ່ງ ສປປ ລາວ ສືບຕໍ່ເອົາໃຈໃສ່

ໃນໂອກາດ ທີ່ ທ່ານ ນາງປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ ອະດີດຜູ້ວ່າການ ທຫລ ເຂົ້າຮ່ວມພິທີໂຮມຊຸມນຸມສະເຫລີມສະຫລອງວັນສ້າງຕັ້ງ ຄົບຮອບ 55 ປີ ໃນວັນທີ 29 ກັນຍາ 2023 ຜ່ານມາ, ທ່ານໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ຄະນະພັກ-ຄະນະນຳ, ພະນັກງານທົ່ວຂະແໜງ ທຫລ ສຶບຕໍ່ເອົາໃຈໃສ່ບາງບັນຫາສຳຄັນດັ່ງນີ້:
1) ໃຫ້ຄະນະພັກ-ຄະນະນຳ ທຫລ ເອົາໃຈໃສ່ການສຶກສາອົບຮົມການເມືອງ-ນໍາພາແນວຄິດ ແລະ ຍົກລະດັບຄວາມຮູ້ວິຊາສະເພາະໃນຖັນແຖວສະມາຊິກພະນັກງານ-ລັດຖະກອນ;
2) ສືບຕໍ່ປັບປຸງແບບແຜນການຊີ້ນຳ-ນຳພາ ແລະ ແບບແຜນວິທີເຮັດວຽກຂອງຄະນະພັກ-ຄະນະນຳຢູ່ແຕ່ລະຂັ້ນໃຫ້ມີຄວາມຄ່ອງຕົວດີກວ່າເກົ່າ, ຕີຖອຍປະກົດການຫຍໍ້ທໍ້ຕ່າງໆໃນກົງຈັກ;
3) ສືບຕໍ່ເອົາໃຈໃສ່ໃນການການຮັກສາສະຖຽນລະພາບເງິນຕາແຫ່ງຊາດໃຫ້ໝັ້ນທ່ຽງເພື່ອເປັນເງື່ອນໄຂອຳນວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຕາມຄາດໝາຍທີ່ລັດຖະບານກໍຄືສະພາແຫ່ງຊາດຮັບຮອງ. ເອົາໃຈໃສ່ລົງເລິກຕິດຕາມຄວບຄຸມອັດຕາເງິນເຟີ້, ອັດຕາແລກປ່ຽນ, ຄວບຄຸມປະລິມານເງິນ M2 ໃຫ້ຢູ່ໃນກອບທີ່ກຳນົດ;
4) ສືບຕໍ່ເອົາໃຈໃສ່ຄວບຄຸມອັດຕາແລກປ່ຽນໃຫ້ມີຄວາມສະຫງົບເໜັງຕີງຕາມຂອບເຂດທີ່ກຳນົດໄວ້. ພ້ອມນີ້, ກໍລົງຕິດຕາມກວດກາຢ່າງໃກ້ຊິດການເຄື່ອນ ໄຫວແລກ ປ່ຽນເງິນຕານກລະບົບ ເພື່ອຈຳກັດຊ່ອງຫວ່າງ ແລະ ປາກົດການຫຍໍ້ທໍ້ຕ່າງໆ;
5) ເພີ່ມທະວີຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ຮັດກຸມ ແລະ ເຄື່ອນໄຫວຢູ່ພາຍໃຕ້ລະບຽບກົດໝາຍຢ່າງເຂັ້ມງວດ
6) ບັນຫາທີ່ສຳຄັນຕ້ອງເອົາໃຈໃສ່ຊອກຫາມາດຕະການທີ່ເໝາະສົມເພີ່ມຄັງສຳຮອງເງິນຕາຕ່າງປະເທດ ໃຫ້ໄດ້ຕາມແຜນການເພື່ອເປັນກຳລັງແຮງໃຫ້ແກ່ການຄ້ຳຊູສະຖຽນລະພາບເງິນຕາແຫ່ງຊາດ ແລະ ຊຸກຍູ້ສົ່ງເສີມການຊຳລະສະສາງໂດຍນໍາໃຊ້ເງິນກີບຢູ່ພາຍໃນປະເທດໃຫ້ຫຼາຍຂື້ນ, ຫຼຸດຜ່ອນການນຳໃຊ້ເງິນຕາຕ່າງປະເທດລົງເທື່ອລະກ້າວ ແລະ ສົ່ງເສີມການຊຳລະຜ່ານລະບົບທະນາຄານໃຫ້ຫຼາຍຂຶ້ນ ຫັນເປັນທັນສະໄໝໃນການຊຳລະສະສາງ;
7) ໃຫ້ເອົາໃຈໃສ່ຄຸ້ມຄອງສະຖຽນລະພາບທາງດ້ານການເງິນ ໂດຍສະເພາະການເຄື່ອນໄຫວຂອງບັນດາທະນາຄານທຸລະກິດ ແລະ ສະຖາບັນການເງິນປະເພດຕ່າງໆ ໃຫ້ມີຄວາມໝັ້ນຄົງ, ເຂັ້ມແຂງສາມາດປະຕິບັດບົດບາດເປັນສາຍເລືອດຫຼໍ່ລ້ຽງເສດຖະກິດຂອງປະເທດ, ຕິດຕາມເຂົາເຈົ້າໃຫ້ເຄື່ອນໄຫວຕາມລະບຽບການຢ່າງເຂັ້ມງວດ, ມີລະບອບການກວດກາປົກກະຕິ ແລະ ແບບສຸກເສິນ. ທີ່ສຳຄັນໃນການຄຸ້ມຄອງທະນາຄານແມ່ນຕ້ອງຄຸ້ມຄອງສິນເຊື່ອໃຫ້ຮັດກຸມ, ຄຸ້ມຄອງຄວາມສ່ຽງສິນເຊື່ອເພື່ອບໍ່ໃຫ້ເກີດໜີ້ບໍ່ເກີດ ດອກອອກຜົນສູງ. ພ້ອມນີ້, ທຫລ ຕ້ອງເລັ່ງສ້າງບຸກຄະລາກອນທີ່ມີຄວາມຮູ້ຄວາມອາດສາມາດຄຸ້ມຄອງໃຫ້ສູງຂື້ນ, ປັບປຸງບັນດາລະບຽບການຄຸ້ມຄອງຄວາມໝັັ້ນຄົງຂອງທະນາຄານ ໃຫ້ສອດຄ່ອງກັບພາກພື້ນ ແລະ ສາກົນ. ສຳລັບສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ກໍຕ້ອງຄຸ້ມຄອງໃຫ້ດີບໍ່ໃຫ້ເກີດມີບັນຫາການຂາດ ສະພາບຄ່ອງ, ຂາດຄວາມເຊື່ອຖືຂອງສັງຄົມເພາະຈະສ້າງຜົນເສຍຫາຍໃຫ້ແກ່ພໍ່ແມ່ປະຊາຊົນ. ພ້ອມນີ້, ກໍຕ້ອງຕິດຕາມການເຄື່ອນໄຫວຂອງຫົວໜ່ວຍທຸລະກິດ ໂດຍສະເພາະການເຄື່ອນໄຫວລະດົມທຶນທີ່ບໍ່ສອດຄ່ອງກັບລະບຽບກົດໝາຍ ເພື່ອໃຫ້ສາມາດລະງັບແຕ່ຫົວທີ;
8) ເອົາໃຈໃສ່ພັດທະນາຕະຫຼາດທຶນ ແລະ ຊຸກຍູ້ຕະຫຼາດຫຼັກຊັບລາວໃຫ້ຂະຫຍາຍຕົວ ເພື່ອເປັນບ່ອນລະດົມທຶນຂະຫຍາຍກິດຈະການທາງດ້ານເສດຖະກິດ ແລະ ມີການເຄື່ອນໄຫວທຸລະກໍາຫຼາຍຂຶ້ນ;
9) ສືບຕໍ່ວຽກງານການຫັນເປັນທັນສະໄໝຂອງລະບົບ ການຊຳລະສະສາງ, ສ້າງ ແລະ ປັບປຸງນິຕິກຳຕ່າງໆ ເພື່ອຮັບໃຊ້ໃນຂະແໜງການທະນາຄານໃຫ້ຄົບຖ້ວນ-ຮັດກຸມ. ພ້ອມນີ້, ກໍໃຫ້ສ້າງນິຕິກຳລຸ່ມກົດໝາຍ ເພື່ອເປັນບ່ອນອີງໃນການປະຕິບັດຕົວຈິງ.

