ວັນທີ 29 ກັນຍາ 2023, ເຈົ້າໜ້າທີ່ ປກສ ເມືອງສອງຄອນ ແຂວງສະຫວັນນະເຂດ ໄດ້ນຳຕົວກຸ່ມມົ້ວສຸມຈັດປາຕີ້ ດື່ມນໍ້າກະທ່ອມ, ຢາສູບໄຟຟ້າ, ກາເຟມ່ວນຄໍລາເຈນ ຈຳນວນ 17 ຄົນ, ມີຍິງ 7 ຄົນ ມາສຶກສາອົບຮົມ ແລະ ກ່າວເຕືອນ ໃຫ້ໂອກາດ, ເຊິ່ງຖ້າພົບເຫັນ ຄັ້ງຕໍ່ໄປແມ່ນຖືກດຳເນີນຄະດີຕາມກົດໝາຍ.