ສ.ເກົາຫລີ ຈະສືບຕໍ່ຊຸກຍູ້ສົ່ງເສີມການຫັນເປັນດິຈິຕອນ ຂອງ ສປປ ລາວ

ວັນທີ 26 ກັນຍາ 2023, ທ່ານ ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຈອງ ຢອງ ຊູ (Jung Yung-soo), ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ. ເກົາຫລີ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະຊ່ຽວຊານ ຈາກ ສ. ເກົາຫລີ.
ໃນໂອກາດນີ້, ທ່ານ ບໍ່ວຽງຄຳ ວົງດາລາ ໄດ້ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍ ທ່ານ ຈອງ ຢອງ ຊູ (Jung Yung-soo) ທີ່ໄດ້ເຂົ້າຢ້ຽມຂໍ່ານັບ ພ້ອມທັງຕີລາຄາສູງຕໍ່ການພົວພັນຮ່ວມມືຂອງສອງປະເທດ. ພ້ອມທັງສະແດງຄວາມຂອບໃຈມາຍັງທ່ານເອກອັກຄະລັດຖະທູດ ກໍຄື ສ. ເກົາຫລີ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນໄລຍະຜ່ານມາ ໂດຍເພາະແມ່ນ ວຽກງານ ການຫັນເປັນດິຈິຕອນຂອງ ສປປ ລາວ ທີ່ໄດ້ມີການສ້າງສູນການຮ່ວມມືລັດຖະບານດິຈິຕອນ (Digital Government Cooperation Center – DGCC) ແລະ ແຜນການຈັດຕັ້ງປະຕິບັດວຽກງານ ໃນປີ 2023-2025 ແລະ ສໍາເລັດບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (MTC) ແລະ ກະຊວງພາຍໃນ ແລະ ຄວາມປອດໄພ (MOIS) ສ. ເກົາຫລີ ໃນທ້າຍເດືອນພຶດສະພາ 2023 ທີ່ຜ່ານມາ.
ທັງນີ້, ເພື່ອເສີມຂະຫຍາຍການຮ່ວມມືຂອງສອງປະເທດ ລາວ-ເກົາຫລີ ໃນການຫັນເປັນດິຈິຕອນ ຂອງ ສປປ ລາວໃຫ້ປະສົບຜົນສໍາເລັດ.
ທ່ານ ຈອງ ຢອງ ຊູ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ບໍ່ວຽງຄຳ ວົງດາລາ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ. ພ້ອມທັງຕີລາຄາສູງ ຕໍ່ການພົວພັນຮ່ວມມືຂອງສອງປະເທດ ແລະ ຍັງໄດ້ສະແດງຄວາມຍິນດີ ທີ່ຈະສືບຕໍ່ປະກອບສ່ວນຊຸກຍູ້ສົ່ງເສີມການຫັນເປັນດິຈິຕອນຂອງ ສປປ ລາວ ແລະ ຂົງເຂດວຽກງານການບໍລິຫານລັດດິຈິຕອນ ໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາຂຶ້ນເລື້ອຍໆ.

