ກຽມຄວາມພ້ອມ ເພື່ອຮັບມືກັບໄພແຫ້ງແລ້ງ ທີ່ເກີດຈາກການປ່ຽນແປງດິນຟ້າອາກາດ

ກອງປະຊຸມປຶກສາຫາລືເພື່ອເປັນການສືບຕໍ່ຕິດຕາມ ແລະ ກະກຽມຄວາມພ້ອມໃນການຮັບມື ຜົນກະທົບທີ່ອາດຈະເກີດຂຶ້ນຈາກ ແອວນິໂຢ, ໂດຍການເປັນປະທານຂອງ ທ່ານ ກິນດາວົງ ຫລວງຣາຊ ຮອງຫົວໜ້າກົມສະຫວັດດີການສັງຄົມ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ  ທ່ານ ນາງ ຮັງທິແທງຟາມ ຮັກສາການຜູ້ຕາງໜ້າອົງການ FAO ປະຈຳ ສປປ ລາວ ທີ່ຈັດຂຶ້ນໃນ ວັນທີ 15 ກັນຍາ 2023 ຜ່ານມາ..

ທ່ານ ກິນດາວົງ ຫລວງຣາຊ ໄດ້ໃຫ້ຄໍາເຫັນວ່າ: ເວທີນີ້ ເປັນໂອກາດອັນດີສໍາລັບ ສປປ ລາວ ທີ່ຈະໄດ້ທົບທວນຄືນບັນດາລະບົບການພະຍາກອນ ແລະ ແຈ້ງເຕືອນໄພລ່ວງໜ້າທີ່ມີຢູ່ແລ້ວ ແລະ ຊອກຫາຊ່ອງຫວ່າງ ແລະ ກາລະໂອກາດ ເພື່ອໃຫ້ສາມາດຮັບມືກັບໄພພິບັດໄດ້ລ່ວງໜ້າ ແລະ ຫລຸດຜ່ອນຜົນກະທົບທີ່ອາດຈະເກີດຂຶ້ນ. ການຕິດຕາມ ແລະ ການແຈ້ງເຕືອນໄພແຫ້ງແລ້ງທີ່ເກີດຈາກ ແອວ ນິນໂຢ ແມ່ນມີຄວາມຈໍາເປັນທີ່ຈະຕ້ອງໄດ້ປະຕິບັດຢ່າງເປັນປະຈໍາ ແຕ່ຕ້ອງເນັ້ນເຖິງຄວາມສຳຄັນໃນການຄົ້ນຄວ້າ ແລະ ພະຍາກອນ ໂດຍອີງໃສ່ຫລັກການວິທະຍາສາດ ເພື່ອໃຫ້ມີຄວາມຖືກຕ້ອງ, ຊັດເຈນ ແລະ ໜ້າເຊື່ອຖື.

ທ່ານນາງ ຮັງທິແທງຟາມ ກໍໄດ້ຊົມເຊີຍລັດຖະບານ ແຫ່ງ ສປປ ລາວ ໂດຍສະເພາະແມ່ນບັນ ດາກະຊວງ ຄູ່ຮ່ວມງານຫລັກ ທີ່ໄດ້ໃຫ້ການຮ່ວມມື ແລະ ເປັນເຈົ້າການໃນການຫລຸດຜ່ອນ ຄວາມສ່ຽງໄພແຫ້ງແລ້ງ ທີ່ເກີດຈາກການປ່ຽນແປງດິນຟ້າອາກາດ ແລະ ນຳໃຊ້ວິທີການຮັບມືໄພພິບັດລ່ວງໜ້າຢູ່ ສປປ ລາວ. ພ້ອມນັ້ນ ຍັງໄດ້ອະທິບາຍເພີ່ມຕື່ມວ່າ ການປຶກສາຫາລືຄັ້ງນີ້ ໄດ້ສ້າງເວທີການສົນທະນາແລກປ່ຽນການພັດທະນາ ແລະ ນຳໃຊ້ດັດຊະນີໄພແຫ້ງແລ້ງ ແລະ ກົນໄກການແຈ້ງເຕືອນໄພພິບັດລ່ວງໜ້າ ຢູ່ ສປປ ລາວ ກໍຄື ພາກພື້ນອາຊຽນ.

ກອງປະຊຸມຄັ້ງນີ້ ຍັງໄດ້ປະກອບສ່ວນສຳຄັນໃນການສ້າງບົດຄວາມນະໂຍບາຍ ໃນຂັ້ນພາກພື້ນອາຊຽນ(ASEAN Policy Brief) ກ່ຽວກັບຄວາມສ່ຽງໄພແຫ້ງແລ້ງ ທີ່ອາດຈະເກີດຂຶ້ນຈາກແອວ ນິນໂຢ ເຊິ່ງບັນດາຂໍ້ສະເໜີຂອງກອງປະຊຸມ ບໍ່ພຽງແຕ່ຈະເປັນການຊີ້ໃຫ້ເຫັນເຖິງຄວາມພະຍາຍາມຂອງ ສປປ ລາວ ເທົ່ານັ້ນ ແຕ່ຍັງເປັນການປະກອບສ່ວນໃນການຈັດຕັ້ງ ແລະ ຜັນຂະຫຍາຍ ກອບອາຊຽນກ່ຽວກັບການຮັບມືກັບໄພພິບັດລ່ວງໜ້າໃນການຄຸ້ມຄອງໄພພິບັດ ແລະ ແຜນປະຕິບັດງານພາກພື້ນອາຊຽນ ເພື່ອການປັບຕົວໃຫ້ເຂົ້າກັບໄພແຫ້ງແລ້ງ.

ນັບແຕ່ຕົ້ນເດືອນ ກໍລະກົດ 2023 ເປັນຕົ້ນມາ, ເງື່ອນໄຂການເກີດປາກົດການແອວ ນິນໂຢ(El Niño) ໄດ້ປາກົດຕົວຂຶ້ນຢູ່ໃນປາຊີຟິກເຂດຮ້ອນ ເປັນຄັ້ງທຳອິດໃນຮອບ 7 ປີ ເຊິ່ງເປັນສັນຍານວ່າ ຈະມີຄວາມສ່ຽງສູງ ຕໍ່ກັບການເພີ່ມຂຶ້ນຂອງ ອຸນຫະພູມໂລກ ແລະ ຄວາມແປປວນ ຂອງສະພາບອາ ກາດ, ນັບທັງຮູບແບບຂອງພູມອາກາດ. ອີງຕາມການຄາດຄະເນແລ້ວເຫັນວ່າ ປະກົດການ ແອວ ນິນໂຢ ມີໂອກາດເປັນໄປໄດ້ເຖິງ 90% ທີ່ຈະແກ່ຍາວຈົນຮອດ  ທ້າຍປີ 2023 ເຊິ່ງຄາດວ່າຈະມີຄວາມຮຸນແຮງລະດັບປານກາງຂຶ້ນໄປ.

ອີງຕາມຂໍ້ມູນທີ່ຜ່ານມາ, ສຳລັບ ສປປ ລາວ ແລ້ວ ເຫັນວ່າປາກົດການ ແອວ ນິນໂຢ ແລະ ໄພແຫ້ງແລ້ງ ແມ່ນມີຄວາມສໍາພັນກັນຢ່າງສະຫນິດແຫນ້ນ ເຊິ່ງຜົນກະທົບຂອງປາກົດການດັ່ງກ່າວ ແມ່ນສາມາດສ້າງຄວາມເສຍຫາຍໄດ້ຢ່າງຫລວງຫລາຍ ເປັນຕົ້ນ ແມ່ນທໍາລາຍຜົນຜະລິດກະສິກໍາ ໂດຍສະເພາະແມ່ນພືດສະບຽງອາຫານຫລັກ, ກະທົບຕໍ່ການຄໍ້າປະກັນສະບຽງອາຫານ, ໂພຊະນາການ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ຢູ່ຊົນນະບົດ. ບັນດາປາກົດການເຫລົ່ານີ້ ຈະເພີ່ມທະວີຄວາມຮຸນແຮງ ແລະ ຄວາມຖີ່ຂຶ້ນ ຍ້ອນການປ່ຽນແປງດິນຟ້າອາກາດ ທີ່ເກີດຂຶ້ນຢ່າງຕໍ່ເນື່ອງ.