ລາວ-ສິງກະໂປ ຮ່ວມມືດ້ານວິຊາການປົກປັກຮັກສາສິ່ງແວດລ້ອມ ແລະ ວຽກງານການປ່ຽນແປງດິນຟ້າອາກາດ

ວັນທີ 20 ກັນຍາ 2023 ທີ່ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ), ທ່ານ ພູວົງ ຫລວງໄຊຊະນະ, ຮອງລັດຖະມົນຕີ ກຊສ ພ້ອມດ້ວຍຄະນະກົມແຜນການ ແລະ ການເງິນ, ກົມປ່ຽນແປງດິນຟ້າອາກາດ ກຊສ ໄດ້ຕ້ອນຮັບ ທ່ານ Sudesh Maniar, ຜູ້ປະຈໍາການເອກອັກຄະລັດຖະທູດ ສິງກະໂປ ປະຈໍາ ສປປ ລາວ ຄົນໃໝ່ ເຂົ້າຢ້ຽມພົບປະປຶກສາຫາລື ກ່ຽວກັບການຮ່ວມມືໃນຂົງເຂດ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂອງ ສປປ ລາວ ແລະ ສິງກະໂປ. ເຊິ່ງການພົບປະຄັ້ງນີ້, ທັງສອງຝ່າຍໄດ້ຖືສໍາຄັນການຄົ້ນຄວ້າທ່າແຮງ ແລະ ການຜັນຂະຫຍາຍການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍ ການຮ່ວມມືດ້ານວິຊາການໃນການປົກປັກຮັກສາສິ່ງແວດລ້ອມ, ວຽກງານການປ່ຽນແປງດິນຟ້າອາກາດ ແລະ ການຄຸ້ມຄອງຊັບພະຍາກອນນໍ້າ ທີ່ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສປປ ລາວ ແລະ ກະຊວງ ຄວາມຍືນຍົງ ແລະ ສິ່ງແວດລ້ອມ ສິງກະໂປ ໄດ້ລົງນາມຮ່ວມມືກັນ ໃນເດືອນກັນຍາ 2022 ທີ່ຜ່ານມາ, ໃນນັ້ນ ໄດ້ປຶກສາຫາລື ກ່ຽວກັບ ການສະໜັບສະໜູນ ການຮ່ວມມືດ້ານວິຊາການ, ການຖ່າຍທອດຄວາມຮູ້ ແລະ ວຽກງານການຊື້-ຂາຍສິນເຊື່ອກາກບອນ ໃນອະນາຄົດອີກດ້ວຍ
ນອກຈາກການເຂົ້າພົບປະປຶກສາຫາລືກ່ຽວກັບການຮ່ວມມືໃນຂົງເຂດ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂອງ ສປປ ລາວ ແລະ ສິງກະໂປ ແລະ ຕີລາຄາສູງຕໍ່ມູນເຊື້ອສາຍພົວພັນອັນດີງາມທີ່ມີມາດົນນານ ລະຫວ່າງ ສປປ ລາວ ແລະ ສິງກະໂປແລ້ວ ຍັງເປັນການແນະນໍາຕົນເອງ ທ່ານ Sudesh Maniar, ທີ່ໄດ້ຮັບການແຕ່ງຕັ້ງເປັນ ຜູ້ປະຈໍາການເອກອັກຄະລັດຖະທູດ ສິງກະໂປ ປະຈໍາ ສປປ ລາວ ຄົນໃໝ່ຕື່ມອີກ.

