ດ່ານພາສີສາກົນປາກຊັນ ຍັງບໍ່ສາມາດເກັບລາຍຮັບໄດ້ຕາມແຜນ ຍ້ອນພື້ນຖານໂຄງລ່າງຂອງດ່ານບໍ່ສະດວກເທົ່າທີ່ຄວນ

ທ່ານ ໄກສອນ ສີຈັນທະເລືອງ ຫົວໜ້າດ່ານພາສີສາກົນປາກຊັນ ແຂວງ ບໍລິຄໍາໄຊ ໃຫ້ຮູ້ວ່າ: ປີ 2023 ພາສີປະຈໍາແຂວງໄດ້ມອບຕົວເລກແຜນການຈັດຕັ້ງປະຕິບັດເກັບລາຍຮັບ 335 ຕື້ກີບ; ການຈັດຕັ້ງປະຕິບັດ 7 ເດືອນຜ່ານມາ ຕົ້ນປີ ສາມາດຈັດເກັບລາຍຮັບໄດ້ 198 ຕື້ກວ່າກີບ ທຽບໃສ່ແຜນການປີເທົ່າກັບ 59,13%, ເພີ່ມຂຶ້ນຈາກໄລຍະດຽວກັນໃນປີຜ່ານມາ 132 ຕື້ກວ່າກີບ; ນີ້ຍ້ອນມີການນໍາເຂົ້ານໍ້າເຊື້ອໄຟຫລາຍຂຶ້ນ, ຢ່າງໃດກໍຕາມໃນປີ 2023 ຍັງບໍ່ສາມາດເກັບລາຍຮັບໄດ້ຕາມແຜນ ເນື່ອງຈາກແຜນລາຍຮັບປີ 2023 ເປັນຕົວເລກທີ່ສູງພໍສົມຄວນ ຖ້າສົມທຽບໃສ່ກັບຖານລາຍຮັບທີ່ປະຕິບັດໄດ້ໃນປີ 2022 ເຫັນວ່າເພີ່ມຂຶ້ນ 29,75 % ເທົ່າກັບ 76,81 ຕື້ກວ່າກີບ.
ນອກຈາກນັ້ນ, ທາງດ້ານພື້ນຖານໂຄ່ງລາງຂອງດ່ານບໍ່ສະດວກເທົ່າທີ່ຄວນ ຍັງນໍາໃຊ້ເຮືອບັກເປັນພາຫານະຂົນສົ່ງລົດບັນທຸກສິນຄ້າ, ເຄື່ອງຂອງ ລະຫວ່າງປະເທດ ພາໃຫ້ມີຄວາມຊັກຊ້າ ແລະ ເສຍເວລາ, ມີຄ່າໃຊ້ຈ່າຍສີ້ນເປືອງສູງ ຖ້າທຽບໃສ່ບັນດາດ່ານສາກົນທີ່ໃກ້ຄຽງ, ໄລຍະທາງລະຫວ່າງ ດ່ານ ແລະ ສາງສິນຄ້າມີຄວາມຫ່າງໄກກັນຫລາຍ ເຮັດໃຫ້ລົດບັນທຸກສິນຄ້າ ເຄື່ອນເຂົ້າສາງຕ້ອງໃຊ້ເວລາດົນ. ອີກບັນຫາໜຶ່ງທີ່ຫຍຸ້ງຍາກໃນການປະຕິບັດວຽກງານຕົວຈິງ ກໍຄືການປະຕິບັດມູນຄ່າແຈ້ງຕາມຫລັກການ ຊື້-ຂາຍຕົວຈິງ ເນື່ອງຈາກການຕື່ນຕົວໃຫ້ຄວາມຮ່ວມມືຂອງຜູ້ປະກອບການຍັງບໍ່ທັນເຮັດໄດ້ດີເປັນຕົ້ນ: ການສະໜອງຂໍ້ມູນທາງດ້ານເອກະສານຊື້-ຂາຍຕົວຈິງຍັງມີການເຊື່ອງອໍາລາຄາບໍ່ຖືກກັບຄວາມຈິງ ແລະ ໃນ 5 ເດືອນທ້າຍປີຈະປະຕິບັດໄດ້ 120 ຕື້ກວ່າກີບ ແລະ ຄາດຄະເນໝົດປີຈະໄດ້ 318 ຕື້ກວ່າກີບ ເທົ່າກັບ 95% ຂອງແຜນການປີ; ແຕ່ຕາມຄາດໝາຍສູ້ຊົນຂອງດ່ານຈະໃຫ້ໄດ້ 335 ຕື້ກີບ ເທົ່າກັບ 100% ຂອງແຜນການປີ ,
ດັ່ງນັ້ນ,ດ່ານພາສີສາກົນປາກຊັນ ຈະພະຍາຍາມສູ້ຊົນຂຶ້ນຕື່ມໂດຍເອົາໃຈໃສ່ນໍາພາ-ຊີ້ນໍາການເຄື່ອນໄຫວປະຕິບັດຫນ້າທີ່ວຽກງານວິຊາສະເພາະເກັບລາຍຮັບເຂົ້າງົບປະມານຕາມຕົວເລກແຜນການທີ່ຂັ້ນເທິງມອບໝາຍໃຫ້ມີຜົນສໍາເລັດ, ອັດທຸກຊ່ອງຫວ່າງການຮົ່ວໄຫລ ຂອງລາຍຮັບງົບປະມານດ້ວຍຄວາມເຂັ້ມງວດ, ຄຸ້ມຄອງເກັບລາຍຮັບຈາກການນໍາເຂົ້າ-ສົ່ງອອກສີນຄ້າ, ເຄື່ອງຂອງ ໂດຍສະເພາະຫມວດສີນຄ້າ ນໍ້າມັນເຊື້ອໄຟ, ພາຫານະ-ອາໄຫລ່, ເຄື່ອງວັດສະດຸກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ອື່ນໆໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກໍານົດ, ເພີ່ມທະວີການພົວພັນປະສານສົມທົບ ກັບອໍານາດການປົກຄອງທ້ອງຖິ່ນ ຕາມຂອບເຂດສິດ, ໜ້າທີ່ ແລະ ພາລະບົດບາດຂອງຕົນກັບບັນດາພະແນກການ, ຂະແໜງການກ່ຽວຂ້ອງ ເພື່ອຮັບປະກັນການເຄື່ອນໄຫວວຽກງານປະຕິບັດງານໃຫ້ກະທັດຮັດ, ກົມກຽວ ແລະ ສະດວກວ່ອງໄວຂຶ້ນ.

