ພາສີ ປະຈໍາແຂວງບໍລິຄໍາໄຊ ວາງຫລາຍມາດຕະການເພື່ອເກັບລາຍຮັບໃຫ້ໄດ້ຕາມແຜນ

ທ່ານ ສ້ອຍ ວົງພະຈັນ ຫົວໜ້າພາສີປະຈໍາແຂວງບໍລິຄໍາໄຊ ໃຫ້ຮູ້ວ່າ: 5 ເດືອນທ້າຍປີ 2023 ພາສີ ປະຈໍາແຂວງບໍລິຄໍາໄຊໄດ້ວາງຫລາຍມາດຕະການເພື່ອຈັດເກັບລາຍຮັບໃຫ້ໄດ້ຕາມແຜນການໂດຍເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ-ພະນັກງານຢູ່ໃນຂະແໜງພາສີໃຫ້ເປັນປົກກະຕິ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ມີຈັນຍາບັນ, ຈັນຍາທຳ, ມີຄວາມໂປ່ງໃສຫລີກລ່ຽງປະກົດການຫຍໍ້ທໍ້ຕ່າງໆໃນຂະແໜງພາສີ, ຊຸກຍູ້, ຕິດຕາມກວດກາຢ່າງໃກ້ສິດຕິດແທດບັນດາດ່ານພາສີສາກົນ, ດ່ານທ້ອງຖິ່ນ ແລະ ດ່ານປະເພນີ ເພື່ອເຂັ້ມງວດໃນການຄຸ້ມຄອງ, ກວດກາສິນຄ້ານຳເຂົ້າ-ສົ່ງອອກ ແລະ ພາຫະນະໃຫ້ຖືກຕ້ອງຕາມລະບຽບກົດໝາຍ; ປັບປຸງແບບແຜນວິທີນຳພາ, ວິທີເຮັດວຽກໃຫ້ຖືກຕ້ອງສອດຄ່ອງໃນແຕ່ລະໄລຍະ, ສ້າງກົນໄກໃນການບໍລິການເພື່ອອຳນວຍຄວາມສະດວກທາງດ້ານການຄ້າ, ການລົງທຶນ, ຂົນສົ່ງສິນຄ້າ, ເຄື່ອງຂອງ, ພາຫະນະຜູ້ໂດຍສານ ແລະ ແຈ້ງພາສີໃຫ້ມີຄວາມສະດວກວ່ອງໄວຮັບປະກັນທາງດ້ານລະບຽບກົດໝາຍ, ສືບຕໍ່ເລັ່ງທວງບັນດາໂຄງການພາກລັດ, ບໍລິສັດທີ່ຍັງຄ້າງຊຳລະສະສາງລະບອບIM8 ໃຫ້ມາຊໍາລະສະສາງທັນຕາມກໍານົດເວລາ; ເອົາໃຈໃສ່ວຽກງານຕ້ານ ແລະ ສະກັດກັ້ນສິນຄ້າລັກລອບໜີພາສີ ທັງພາຍໃນດ່ານ ແລະ ນອກດ່ານ, ການເຄື່ອນຍ້າຍສິນຄ້າຕ່າງໆຖ້າພົບເຫັນມີການກະທຳຜິດທາງພາສີແມ່ນນໍາໃຊ້ມາດຕະການຕາມກົດໝາຍຢ່າງເຂັ້ມງວດ.
ໃນປີ 2023 ພາສີປະຈໍາແຂວງບໍລິຄໍາໄຊໄດ້ຮັບຕົວເລກແຜນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດທັງໝົດ 676 ຕື້ກີບ, ຈາກການຈັດຕັ້ງປະຕິບັດ 7 ເດືອນຜ່ານມາສາມາດປະຕິບັດລາຍຮັບໄດ້ 311,13 ຕື້ກີບເທົ່າກັບ 46,02% ຂອງແຜນການປີເພີ່ມຂຶ້ນ ຈາກໄລຍະດຽວກັນຂອງປີຜ່ານມາ 74,41%, ລາຍຮັບສ່ວນໃຫ່ຍໄດ້ຈາກປະເພດນໍ້າມັນເຊື້ອໄຟ, ການນໍາເຂົ້າປະເພດຊິ້ນສ່ວນພາຫະນະ-ອາໄຫລ່, ປະເພດເຄື່ອງອຸປະໂພກບໍລິໂພກ ແລະ ຄ່າທຳນຽມຕ່າງໆ.

