6 ເດືອນຕົ້ນປີ 2023 ດ່ານສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ມີຄົນເຂົ້າ-ອອກເມືອງ 2 ລ້ານກວ່າຄົນ

6 ເດືອນຕົ້ນປີ, ດ່ານສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ການກວດກາເອກະສານເດີນທາງຂອງຜູ້ໂດຍສານ ແລະ ກວດກາພາຫະນະ ເຂົ້າ-ອອກພາຍໃນດ່ານ, ສາມາດແຈ້ງຄົນເຂົ້າເມືອງໄດ້ 1.030.702 ຄົນ, ຍິງ 520.033 ຄົນ ແລະ ແຈ້ງຄົນອອກເມືອງໄດ້ 1.060.145 ຄົນ ຍິງ 533.545 ຄົນ.
ທ່ານ ພັທ ກິດອນ ກິວົງໄຊ ຮອງຫົວຫນ້າຄະນະຄຸ້ມຄອງດ່ານ, ຫົວໜ້າດ່ານ ຕມ ສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ເຮັດວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນດ່ານ ໃຫ້ມີຄວາມສະຫງົບປອດໄພ, ໂດຍສຸມໃສ່ເຮັດວຽກງານວິຊາສະເພາະ ກວດກາຄົນເຂົ້າ-ອອກເມືອງ ໃຫ້ມີຄວາມຮັບປະກັນທາງດ້ານກົດຫມາຍ ແລະ ຖືກຕ້ອງຕາມລະບຽບການ ເປັນຕົ້ນແມ່ນ: ການກວດກາເອກະສານ ເດີນທາງຂອງຜູ້ໂດຍສານ ແລະ ກວດກາພາຫະນະເຂົ້າ-ອອກພາຍໃນດ່ານ, ເຮັດວຽກບໍລິຫານ ແລະ ການອໍານວຍຄວາມສະດວກຕ່າງໆ ໃຫ້ມີຄວາມສະດວກວ່ອງໄວ ເຊິ່ງສະແດງອອກຄື:
– ແຈ້ງຄົນເຂົ້າເມືອງ ໄດ້ 1.030.702 ຄົນ, ຍິງ 520.033 ຄົນ
– ແຈ້ງຄົນອອກເມືອງ ໄດ້ 1.060.145 ຄົນ, ຍິງ 533.545 ຄົນ
– ແຈ້ງພາຫະນະເຂົ້າເມືອງ ໄດ້ 151.664 ຄັນ
– ແຈ້ງພາຫະນະອອກເມືອງ ໄດ້ 159.853 ຄັນ
ນອກນັ້ນ, ຍັງໄດ້ເອົາໃຈໃສ່ເຮັດວຽກງານ ສັງເກດການຕິດຕາມຄວາມເປັນລະບຽບຮຽບຮ້ອຍ ພາຍໃນດ່ານ, ກວດກາບຸກຄົນທີ່ເຂົ້າ-ອອກພາຍໃນດ່ານ, ປ້ອງກັນເວນຍາມປະຕູໂຂງໃຫຍ່, ກ້ອງຂົວ, ລານລົດບັນທຸກຂາອອກ, ປ້ອງກັນສະກັດກັ້ນບຸກຄົນບໍ່ດີ ທີ່ຈະມາສ້າງຄວາມວຸ້ນວາຍ ແລະ ສ້າງສະຖານະການ ຕ່າງໆຢູ່ພາຍໃນດ່ານ, ໄດ້ນໍາພາຈັດຕັ້ງໃຫ້ພະນັກງານທີ່ຂຶ້ນກັບ ຄະນະສະເພາະກິດປະຈໍາດ່ານ ລົງຈັດສັນ ຄວາມເປັນລະບຽບຮຽບຮ້ອຍພາຍໃນດ່ານ ຈໍານວນ 114 ຄັ້ງ, ໄດ້ສືກສາອົບຮົມຜູ້ຂັບຂີ່ລົດ ທີ່ຈອດບໍ່ຖືກ ຕາມປ້າຍທີ່ທາງດ່ານກໍານົດ 37 ຄັ້ງ ແລະ ໄດ້ລົງຕິດຕາມກວດກາພາຍຫຼັງໂມງປິດດ່ານ ພົບເຫັນລົດທີ່ຈອດຄ້າງຄືນ ຈໍານວນ 57 ຄັນ.
ຂໍ້ມູນ: ຄວາມສະຫງົບ

