ປຶກສາຫາລືວຽກງານ ຈຸດປະສານງານເຈົ້າໜ້າທີ່ພາສີ ສາມຝ່າຍອໍານວຍຄວາມສະດວກການຄ້າ

ວັນທີ 11-13 ກັນຍາ 2023, ກົມພາສີ ກະຊວງການເງິນ ໄດ້ເປັນເຈົ້າພາບຈັດກອງປະຊຸມປຶກສາຫາລືຈຸດປະສານງານພາສີສາມຝ່າຍ ລະຫວ່າງ ສປປ ລາວ – ສປ ຈີນ ແລະ ຣາຊະອານາຈັກໄທ ຂຶ້ນຢູ່ນະຄອນຫລວງວຽງຈັນ, ເພື່ອອໍານວຍຄວາມສະດວກທາງດ້ານການຄ້າ ຕາມເສັ້ນທາງບາງກອກ-ຄຸນໝິງ ແລະ ການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ IX.

ກອງປະຊຸມຈຸດປະສານງານພາສີ 3 ຝ່າຍຄັ້ງນີ້, ໄດ້ທົບທວນຄືນການຈັດຕັ້ງປະຕິບັດເນື້ອໃນຈິດໃຈຂອງກອງປະຊຸມສາມຝ່າຍ ຄັ້ງທີ VIII ທີ່ຈັດຂຶ້ນທີ່ ຕາຫຼີ່, ສປ ຈີນ ໃນປີ 2019 ຜ່ານມາ, ພ້ອມທັງວາງແຜນການຮ່ວມມືໃນອານະຄົດ; ເນື່ອງຈາກຄວາມສໍາຄັນຂອງການຮ່ວມມືດ້ານພາສີ ທີ່ປະກອບ ສ່ວນເຂົ້າໃນການອໍານວຍຄວາມສະດວກດ້ານການຄ້າ ແລະ ຄວາມປອດໄພຂອງຕ່ອງໂສ້ການສະໜອງການຄ້າສາກົນລະຫວ່າງ 3 ປະເທດ ສປປ ລາວ, ສປ ຈີນ ແລະ ໄທ.

ພ້ອມນີ້, ຍັງເປັນອົງປະກອບທີ່ສໍາຄັນໃນການຈັດຕັ້ງປະຕິບັດຖະແຫລງການຮ່ວມຂອງປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ກ່ຽວກັບການຮ່ວມມືດ້ານພາສີ, ຮັກສາຄວາມປອດໄພການຄ້າ ແລະ ອໍານວຍຄວາມ ສະດວກໃຫ້ແກ່ການແຈ້ງພາສີ ໃນຂອບການຮ່ວມມືແມ່ນໍ້າຂອງ-ແມ່ລ້ານຊ້າງທີ່ໄດ້ຮັບຮອງເອົາຢູ່ກອງປະຊຸມລັດຖະມົນຕີການຕ່າງປະເທດແມ່ນໍ້າຂອງ-ລ້ານຊ້າງ ຄັ້ງທີ 7 ໃນວັນທີ 4 ກໍລະກົດປີ 2022 ທີ່ນະຄອນ ບາການ, ປະ ເທດມຽນມາ.  ເປັນໂອກາດໃຫ້ພາສີ 3 ປະເທດໄດ້ເພີ່ມທະວີການຮ່ວມມືໃນວຽກງານພາສີ, ແລກປ່ຽນຄວາມຄິດເຫັນ ບົດຮຽນເຊິ່ງກັນ ແລະ ກັນ ແລະ ປະສົບການເພີ່ມທະວີການບັງຄັບໃຊ້ກົດໝາຍພາສີທີ່ດ່ານຊາຍແດນຢ່າງມີປະສິດທິຜົນ, ສ້າງກາລະໂອກາດ ອໍານວຍຄວາມສະດວກທາງການຄ້າ ແລະ ຜົນປະໂຫຍດຕົວຈິງໃຫ້ແກ່ທຸລະກິດ ແລະ ແລະ ການຄ້າ, ພ້ອມກັນສ້າງແລະຊຸກຍູ້ການພັດທະນາແບບຍືນຍົງຂອງການພົວພັນດ້ານເສດຖະກິດອະນາຄົດທີ່ສົດໃສໃນການຮ່ວມມືດ້ານພາສີ ຂອບແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃຫ້ມີຜົນສຳເລັດເທື່ອລະກ້າວ.