ເກີດເຫດແຜ່ນດິນໄຫວຢູ່ໂມຣັອກໂກ ດ້ວຍຄວາມແຮງສັ່ນສະເທືອນ 6,8 ຣິກເຕີ ມີຜູ້ເສຍຊີວິດແລ້ວເກືອບ 300 ຄົນ

ສຳນັກຂ່າວຕ່າງປະເທດ ABCNEWS ລາຍງານວັນທີ 9 ກັນຍາ 2023 ວ່າ:  ເກີດເຫດແຜ່ນດິນໄຫວດ້ວຍຄວາມແຮງສັ່ນສະເທືອນ 6,8 ຣິກເຕີ ໃນເມືອງມາຣາເກສ ເມືອງທ່ອງທ່ຽວສຳຄັນ ຂອງໂມຣັອກໂກ, ສົ່ງຜົນໃຫ້ຕຶກອາຄານຫລາຍຫລັງພັງຖະຫລົ່ມລົງ, ເຊິ່ງປະຊາຊົນຕ່າງກໍພາກັນແລ່ນໜີຕາຍອອກມາຢູ່ກາງແຈ້ງ ຂະນະທີ່ໂຮງໝໍຕ້ອງເລັ່ງອົບພະຍົບຄົນເຈັບໄປ.

ໂດຍໃນສື່ສັງຄົມອອນລາຍມີການໂພສຄລິບວີດີໂອຂະນະທີ່ອາຄານພັງຖະຫລົ່ມລົງ ເຫລືອພຽງແຕ່ເສດຊາກຫັກພັງ, ໂດຍມີກຳແພງແດງທີ່ອ້ອມລ້ອມຮອບເມືອງມາຣາເກສ ເປັນເມືອງປະຫວັດສາດສຳຄັນ ແລະ ແຫ່ງມໍລະດົກໂລກຂອງອົງການຢູເນສໂກກໍພັງທະລາຍລົງບາງສ່ວນ.

ສ່ວນດ້ານກົມສຳ​ຫລວດທໍລະນີ​ວິທະຍາ​ສະຫະລັດ​ກ່າວ​ວ່າ: ​ເຫດແຜ່ນດິນໄຫວດ້ວຍຄວາມແຮງສັ່ນສະເທືອນ 6,8 ຣິກເຕີ ເກີດຂຶ້ນໃນເວລາ 23:11 ໂມງຕາມເວລາທ້ອງຖິ່ນ, ມີຈຸດສູນກາງຂອງແຜ່ນດິນໄຫວຢູ່ໃຕ້ດິນປະມານ 18 ກິໂລແມັດ, ໂດຍສັ່ນສະເທືອນເປັນເວລາຫລາຍວິນາທີ ແລະ​ ຍັງ​ມີ​ການ​ລາຍ​ງານ​ວ່າ​ເກີດ​ແຜ່ນດິນ​ໄຫວ​ລະດັບ 4,9 ຣິກ​ເຕີ​ທີ່​ເກີດ​ຂຶ້ນ​ພາຍ​ໃນ 19 ນາທີ ຫລື ອັບເຕີຊ໊ອກ, ​ໃນ​ເບື້ອງ​ຕົ້ນ​ມີ​ລາຍ​ງານ​ວ່າ​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 296 ຄົນ ​ແລະ ​ບາດ​ເຈັບ​ອີກ​ຫລາຍ​ຄົນ. ​ແຕ່​ຍັງ​ບໍ່​ທັນ​ມີ​ຕົວ​ເລກ​ຢືນຢັນ​ຢ່າງ​ເປັນ​ທາງ​ການ ໂດຍແຮງສັ່ນສະເທືອນໃນຄັ້ງນີ້ ຮູ້ສຶກວ່າຢູ່ໄກເຖິງປະເທດສະເປນ, ແອລຈີເຣຍ ແລະ ປອກຕຸຍການ.