ລັດຖະບານຍີ່ປຸ່ນ ຊ່ວຍປັບປຸງສະພາບແວດລ້ອມການສຶກສາ ຢູ່ເມືອງປະທຸມພອນ 70.000 ໂດລາສະຫະລັດ

ວັນທີ 4 ກັນຍາ 2023 ຜ່ານມານີ້ ລັດຖະບານຍີ່ປຸ່ນ ໄດ້ເຊັນສັນຍາໃຫ້ການສະໜັບສະໜູນ ປັບປຸງສະພາບແວດລ້ອມ ການສຶກສາຢູ່ໂຮງຮຽນແຂວງຈຳປາສັກ ມູນຄ່າປະມານ 70.000 ໂດລາສະຫະລັດ ເພື່ອສ້າງອາຄານຮຽນ ພ້ອມທັງສະໜອງອຸປະກອນເຄື່ອງໃຊ້ໃຫ້ແກ່ໂຮງຮຽນປະຖົມສົມບູນບ້ານພະໂພ ເມືອງປະທຸມພອນ ແຂວງຈຳປາສັກ ພາຍໃຕ້ໂຄງການເສີມສ້າງຄວາມໝັ້ນຄົງ ຂອງມະນຸດຂັ້ນຮາກຖານ (GGP) ລະຫວ່າງ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ແລະ ທ່ານ ໂຄບະຢະຊິ ເຄັນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ແລະ ທ່ານ ບົວທອງ ສຸວັນນະສານ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຈຳປາສັກ .

ໂຄງການເສີມສ້າງຄວາມໝັ້ນຄົງ ຂອງມະນຸດຂັ້ນຮາກຖານ (GGP) ແມ່ນການສະໜອງທຶນ ໃຫ້ແກ່ໂຄງການຂະໜາດນ້ອຍ ທີ່ສ້າງຜົນປະໂຫຍດໂດຍກົງແກ່ປະຊາຊົນຜູ້ອາໄສ ແລະ ມີຈຸດປະສົງໃນການ ພັດທະນາເສດຖະກິດ-ສັງຄົມ ຂອງປະເທດລາວ ໂດຍອີງຕາມຄວາມຕ້ອງການພື້ນຖານຂອງມະນຸດເປັນຫລັກ.

ໃນໄລຍະ 5 ປີຜ່ານມາ, ລັດຖະບານຍີ່ປຸ່ນ ໄດ້ໃຫ້ການສະໜັບສະໜູນ ແຂວງຈຳປາສັກ ຫລາຍກວ່າ 780.000 ໂດລາສະຫະລັດ ໃນຂະແໜງການສຶກສາ, ສາທາລະນະສຸກ ແລະ ອື່ນໆຢ່າງກວ້າງຂວາງ. ປະເທດຍີ່ປຸ່ນ ຈະສືບຕໍ່ໃຫ້ການຊ່ວຍເຫລືອປະເທດລາວ ໃນການປັບປຸງພື້ນຖານຊີວິດການເປັນຢູ່ຂັ້ນຮາກຖານຕໍ່ໄປ ເພື່ອຮັບປະກັນ “ບໍ່ໃຫ້ມີໃຜຖືກຖິ້ມໄວ້ທາງຫລັງ” ໂດຍຜ່ານການແກ້ໄຂຄວາມແຕກໂຕນໃນພາກພື້ນ.