3 ມາດຕະການຕອບໂຕ້ໄພພິບັດ ຂອງຄະນະກໍາມະການຄຸ້ມຄອງໄພພິບັດ

ໃນແຕ່ລະປີຄະນະກໍາມະການຄຸ້ມຄອງໄພພິບັດ ສູນກາງ, ແຂວງ, ເມືອງ ແລະ ຂັ້ນບ້ານ ໄດ້ກໍານົດແຜນກຽມພ້ອມຕອບໂຕ້ໄພພິບັດ ປະຈໍາແຕ່ລະປີ ພ້ອມທັງວາງມາດຕະການໃນການຈັດຕັ້ງປະຕິບັດເປັນ 3 ໄລຍະ ຄື: ການປ້ອງກັນ, ຕອບໂຕ້/ຄວບຄຸມ ແລະ ຟື້ນຟູຫລັງໄພພິບັດ.
ການປະຕິບັດຕົວຈິງນັ້ນ ໃນມາດຕະການປ້ອງກັນ ແລະ ຫລຸດຜ່ອນຄວາມສ່ຽງໄພພິບັດ ຈະສຸມໃສ່ສ້າງຄວາມເຂັ້ມແຂງ ໃຫ້ຄະນະກຳມະການຄຸ້ມຄອງໄພພິບັດທຸກຂັ້ນ, ບັນດາພາກສ່ວນຊຸມຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ພ້ອມທັງຊຸກຍູ້ຈັດຕັ້ງຜັນຂະຫຍາຍບັນດານິຕິກໍາ, ການເຝົ້າລະວັງ, ຕິດຕາມ ແລະ ການແຈ້ງຂ່າວເຕືອນໄພລ່ວງໜ້າກ່ຽວກັບ ຄວາມອັນຕະລາຍ ແລະ ໄພພິບັດຕ່າງໆທີ່ອາດເກີດຂຶ້ນ, ທັງຈາກທໍາມະຊາດ ແລະ ມະນຸດ ເປັນຜູ້ສ້າງຂຶ້ນ ລວມທັງການກວດກາຄືນຄວາມພ້ອມທາງດ້ານເຄື່ອງມືວັດຖຸອຸປະກອນ ແລະ ພາຫະນະຕ່າງໆ ການຕິດຕາມສະພາບອາກາດ ແລະ ຄວາມເປັນໄປໄດ້ທີ່ອາດເກີດໄພພິບັດ ເພື່ອແຈ້ງໃຫ້ທ້ອງຖິ່ນໃຫ້ທັນສະພາບການ.
ສ່ວນມາດຕະການໃນການ ຄວມຄຸມ/ຕອບໂຕ້ສຸກເສີນ ຈະໄດ້ປະຕິບັດຕາມຂໍ້ກຳນົດຕາມກົດ ໝາຍວ່າດ້ວຍການຄຸ້ມຄອງໄພພິບັດ ວາງໄວ້ໃນກໍລະນີຖ້າຫາກມີເຫດການໄພພິບັດສຸກເສິີນເກີດຂຶ້ນ, ບັນດາມາດຕະການຄວບຄຸມໄພພິບັດຈະໄດ້ຮັບການຈັດຕັ້ງປະຕິບັດ ແຕ່ລະຂັ້ນຕອນ ແລະ ສຸດທ້າຍກໍແມ່ນປະຕິບັດມາດຕະການໃນການຟື້ນຟູ ຫລັງໄພພິບັດ ໃນກໍລະນີສຸກເສີນ ແລະ ໄລຍະຍາວ.
