ເປີດກອງປະຊຸມສຸດຍອດອາຊຽນຢູ່ອິນໂດເນເຊຍ

ຜູ້ນໍາປະເທດຈາກສະມາຊິກຂອງສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ ຫລື ອາຊຽນ ໄດ້ເລີ່ມກອງປະຊຸມສຸດຍອດຢູ່ນະຄອນຫລວງຈາກາຕາແລ້ວໃນວັນທີ 5 ກັນຍານີ້.
ຜູ້ນໍາປະເທດຈາກສະມາຊິກສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ ຫລື ອາຊຽນ ໄດ້ເລີ່ມກອງປະຊຸມສຸດຍອດໃນວັນທີ 5 ກັນຍາ ຢູ່ນະຄອນຫລວງຈາກາຕາ ທີ່ຖືເປັນການທົດສອບຄວາມສາມາດຂອງກຸ່ມປະເທດສະມາຊິກ 10 ປະເທດ ໃນການຕອບສະໜອງຢ່າງວ່ອງໄວໃນໄລຍະວິກິດ ທ່າມກາງຄວາມເຄັ່ງຕຶງທີ່ທະວີຄວາມຮຸນແຮງຂຶ້ນລະຫວ່າງອາເມລິກາ ແລະ ຈີນ ລວມທັງຂໍ້ຂັດແຍ່ງເລື່ອງດິນແດນໃນທະເລຈີນໃຕ້.
ໃນການກ່າວເປີດກອງປະຊຸມ, ທ່ານ ໂຈໂກ ວິໂດໂດ ປະທານາທິບໍດີອິນໂດເນເຊຍ ເຊິ່ງເປັນປະທານອາຊຽນໃນປີນີ້ ກ່າວວ່າ: ຄວາມທ້າທາຍໃນອະນາຄົດຈະ “ຮຸນແຮງຂຶ້ນ” ທ່າມກາງຄວາມເຄັ່ງຕຶງທາງພູມສາດທົ່ວໂລກ.
ກອງປະຊຸມເຊິ່ງຈັດຂຶ້ນເປັນເວລາ 3 ວັນ ເຊິ່ງຈະມີກອງປະຊຸມລະດັບສູງຫລາຍຊຸດ ລວມທັງກອງປະຊຸມສຸດຍອດອາຊີຕາເວັນອອກ ເຊິ່ງນາຍົກລັດຖະມົນຕີ ຫລີ່ສຽງ ຂອງຈີນ ແລະ ນາຍົກລັດຖະມົນຕີ ຟູມິໂອະ ຄິຊິດະ ຂອງຍີ່ປຸ່ນ ຈະເຂົ້າຮ່ວມ. ກອງປະຊຸມສຸດຍອດອາຊຽນຍັງຖືເປັນການເປີດຕົວທາງການທູດຂອງນາຍົກລັດຖະມົນຕີ ຮຸນ ມາເນດ ຜູ້ນຳຄົນໃໝ່ຂອງກຳປູເຈຍ.
ເຖິງຢ່າງໃດກໍຕາມ, ປະທານາທິບໍດີ ໂຈ ໄບເດນ ຂອງອາເມລິກາ ບໍ່ໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ ເຖິງວ່າທ່ານຈະເຂົ້າຮ່ວມກອງປະຊຸມສຸດຍອດ G20 ຢູ່ອິນເດຍ ໃນທ້າຍອາທິດນີ້ ແລະ ເດີນທາງໄປຢ້ຽມຢາມຫວຽດນາມຢ່າງເປັນທາງການ ໂດຍອາເມລິກາໄດ້ສົ່ງຮອງປະທານາທິບໍດີ ນາງ ຄາມາລາ ແຮຣິສ ເຂົ້າຮ່ວມກອງປະຊຸມແທນ.

