ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ທີ່ ສ.ອິນໂດເນເຊຍ

ວັນທີ 4 ກັນຍາ 2023, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ, ໄດ້ເດີນທາງ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ແລະ ກອງປະຊຸມສຸດຍອດອື່ນໆກ່ຽວຂ້ອງ, ເຊິ່ງກອງປະຊຸມຄັ້ງນີ້ດຳເນີນໄປພາຍໃຕ້ຄໍາຂວັນ “ອາຊຽນມີຄວາມສໍາຄັນ ສູນກາງແຫ່ງການຈະເລີນເຕີບໂຕ” ທີ່ຈັດຂຶ້ນ ແຕ່ວັນທີ 4-7 ກັນຍາ 2023, ຕາມຄໍາເຊື້ອເຊີນຂອງ ທ່ານ ໂຈໂກ ວີໂດໂດ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ, ໃນຖານະເປັນປະທານອາຊຽນ ປີ 2023.

ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມຜູ້ນຳຂອງປະເທດສະມາຊິກອາຊຽນອື່ນໆ ຈະໄດ້ຟັງການທົບທວນຄືນການສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ການຮ່ວມມືຂອງອາຊຽນກັບພາຍນອກ ແລະ ຟັງຄວາມຄືບໜ້າຂອງການສ້າງວິໄສທັດປະຊາຄົມອາຊຽນຫລັງປີ 2025. ພ້ອມນີ້, ທ່ານ ນາຍົກລັດຖະມົນຕີ ກໍຈະໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ລະຫວ່າງອາຊຽນ ກັບບັນດາປະເທດຄູ່ເຈລະຈາ ຄື: ອົດສະຕຣາລີ, ການາດາ, ສປ ຈີນ, ອິນເດຍ, ຍີ່ປຸ່ນ, ນິວຊີແລນ, ສ. ເກົາຫລີ , ຣັດເຊຍ, ສ. ອາເມຣິກາ ແລະ ສປຊ ແລະ ໃນວາລະອັດກອງປະຊຸມສຸດຍອດຄັ້ງນີ້, ປະທານາທິບໍດີ ແຫ່ງ ສ. ອິນໂດເນເຊຍ ໃນນາມປະທານອາຊຽນ ໃນປີ 2023 ຈະໄດ້ມອບການເປັນປະທານອາຊຽນໃຫ້ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນນາມປະທານອາຊຽນ ໃນປີ 2024.

ພ້ອມນີ້, ທ່ານນາຍົກລັດຖະມົນຕີ ຈະໄດ້ພົບປະສອງຝ່າຍກັບ ຄູ່ຮ່ວມຕຳແໜ່ງຈາກ ປະເທດສະມາຊິກອາຊຽນ ແລະ ປະເທດຄູ່ເຈລະຈາອາຊຽນ ເພື່ອປຶກສາຫາລື ກ່ຽວກັບ ການພົວພັນຮ່ວມມືສອງຝ່າຍ ແລະ ຖືໂອກາດເຊື້ອເຊີນບັນດາຜູ້ນຳດັ່ງກ່າວມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ທີ່ ສປປ ລາວ ປະທານປະເທດສະມາຊິກອາຊຽນ ໃນປີ 2024.ຈະເປັນເຈົ້າພາບ.