ສານຂອງທ່ານ ນາຍົກລັດຖະມົນຕີ ເນື່ອງໃນໂອກາດ ໄຂສົກຮຽນໃໝ່ ສົກຮຽນ 2023-2024

ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ສົກຮຽນ 2023-2024 ນີ້, ຂ້າພະເຈົ້າ ຕາງໜ້າໃຫ້ແກ່ສູນກາງພັກ, ລັດຖະບານ ຂໍຝາກຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງອັນຈິງໃຈ ມາຍັງຜູ້ບໍລິຫານການ ສຶກສາທຸກຂັ້ນ, ພ້ອມດ້ວຍ ຄູອາຈານ ແລະ ນັກຮຽນ-ນັກສຶກສາທຸກຊັ້ນ, ທຸກສາຍ ທຸກລະດັບ, ທຸກຂົງເຂດ-ຂະ ແໜງການ ໃນຂອບເຂດທົ່ວປະເທດ ມານະໂອກາດ ອັນທີ່ສຸດມີຄວາມໝາຍສຳຄັນນີ້.
ລັດຖະບານ ໄດ້ຖືວຽກງານການສຶກສາ ເປັນວຽກໜຶ່ງສຳຄັນຍິ່ງໃນການປະຕິບັດນແນວທາງຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ຕໍ່ວຽກງານການສຶກສາ ກໍຄື ການພັດທະນາຊັບພະຍາກອນມະນຸດ ໃຫ້ ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ ແລະ ມີຄ່ານິຍົມທີ່ຖືກຕ້ອງ, ມີສຸຂະພາບແຂງແຮງທາງ ດ້ານຮ່າງກາຍ ແລະ ຈິດໃຈ, ຮັກຄວາມກ້າວໜ້າ ແລະ ມີວິທະຍາສາດ ເພື່ອກາຍເປັນກໍາລັງແຮງງານ ທີ່ມີຄຸນນະພາບ ຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາປະເທດຊາດ ໃນໄລຍະໃໝ່.
ໃນສົກຮຽນຜ່ານມາ ເຫັນໄດ້ວ່າ ວຽກງານການສຶກສາ ໄດ້ມີການປັບປຸງດີຂຶ້ນຫຼາຍສົມຄວນທຽບໃສ່ປີຜ່ານ ມາ, ສະຖານການສຶກສາເກືອບທັງໝົດ ໄດ້ຮຽນຄືນເປັນປົກກະຕິ, ລັດຖະບານ ໄດ້ສຸມທຸກຊັບພະຍາກອນທີ່ມີຢ່າງ ຈໍາກັດ ເຂົ້າໃສ່ການສົ່ງເສີມການເຂົ້າຮຽນໃນທຸກຊັັ້ນທຸກສາຍ, ຍົກສູງປະສິດທິພາບໃນການຄຸ້ມຄອງບໍລິຫານ ໂດຍ ສະເພາະ ການຈັດສັນ ແລະ ສັບຊ້ອນຄູໃນເຂດຫ່າງໄກສອກຫລີກ ແລະ ບ່ອນທີ່ບໍ່ມີຄູ. ຍ້ອນຄວາມເອົາໃຈໃສ່ ຂອງຜູ້ບໍລິຫານການສຶກສາ ແລະ ຄູ-ອາຈານ ທຸກຂັ້ນ ແຕ່ສູນກາງຮອດທ້ອງຖິ່ນ, ເພື່ອຍົກສູງຄຸນນະພາບການສຶກສາ ແລະ ສົ່ງເສີມການເຂົ້າຮຽນຂອງລູກຫຼານປະຊາຊົນລາວບັນດາເຜົ່າ ຊຶ່ງການຈັດຕັ້ງການຮຽນ-ການສອນ ໃນສົກຮຽນ ຜ່ານມາ ແມ່ນເປັນໄລຍະຕົ້ນທີ່ລັດຖະບານ ສຸມໃສ່ແກ້ໄຂຜົນກະທົບຂອງການແພ່ະບາດຂອງພະຍາດໂຄວິດ-19, ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ບັນຫາການຂາດຄູສອນ, ແຕ່ພວກເຮົາຂໍສາມາດຜ່ານຜ່າມາໄດ້.
ຕໍ່ຜົນສຳເລັດ ແລະ ຜົນງານ ທີ່ພວກເຮົາຍາດມາໄດ້ ໃນສົກຮຽນຜ່ານມາ, ຂ້າພະເຈົ້າ ຕາງໜ້າໃຫ້ແກ່ລັດ ຖະບານ ຂໍສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະພັກ-ຄະນະນໍາກະຊວງສຶກສາທິການ ແລະ ກິລາ, ອົງການປົກ ຄອງທ້ອງຖິ່ນ, ຜູ້ບໍລິຫານການສຶກສາ ແລະ ກິລາ, ບັນດາສະຖານການສຶກສາທຸກຂັ້ນ, ອົງການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ, ພະນັກງານປະຕິວັດອາວຸໂສ, ພໍ່ແມ່ປະຊາຊົນລາວບັນດາເຜົ່າ, ພະນັກງານ ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ແລະ ທຸກພາກສ່ວນຂອງສັງຄົມ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າທາງດ້ານວັດຖຸ, ສະຕິປັນຍາ ແລະ ເຫື່ອແຮງ ຕໍ່ວຽກງານການສຶກສາ. ຂໍຖືໂອກາດນີ້, ສະແດງຄວາມຂອບໃຈມາຍັງບັນດາຄູ່ຮ່ວມພັດທະນາ, ປະ ເທດເພື່ອນມິດ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ທີ່ໃຫ້ການຊ່ວຍເຫລືອ ແລະ ມີສ່ວນຮ່ວມ ໃນການພັດທະນາການສຶກສາ ໃນສົກຮຽນຜ່ານມາ.
ເຖິງວ່າພວກເຮົາກ້າວເຂົ້າສູ່ການໄຂສົກຮຽນໃໝ່ 2023-2024 ນີ້ກໍຕາມ, ບັນດາສິ່ງທ້າທາຍ ແລະ ອຸປະ ສັກຫລາຍຢ່າງ ຍັງສືບຕໍ່ທົດສອບຕໍ່ວຽກງານການສຶກສາຂອງພວກເຮົາ. ສະນັ້ນ, ເພື່ອຮັບປະກັນໃຫ້ການຮຽນ-ການສອນ ໃນສົກຮຽນ 2023-2024 ດຳເນີນໄປຢ່າງມີປະສິດທິຜົນ ແລະ ຮັບປະກັນຄຸນນະພາບຂັ້ນພື້ນຖານ, ສືບຕໍ່ແກ້ໄຂບັນຫາທີ່ພົບພໍ້ໃນສົກຮຽນຜ່ານມາ ເປັນຕົ້ນ ອັດຕາການປະລະການຮຽນ, ການຂາດຄູສອນ ແລະ ການ ເຂົ້າຮຽນສາຍອາຊີວະ ແລະ ການສຶກສາຊັ້ນສູງ; ເພື່ອສ້າງພື້ນຖານທີ່ໜັກແໜ້ນໃຫ້ແກ່ການພັດທະນາເສດຖະກິດ ແລະ ສັງຄົມ ຂອງປະເທດ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງທຸກພາກສ່ວນ ທົ່ວສັງຄົມ ໃຫ້ພ້ອມກັນເອົາໃຈໃສ່ ດັ່ງນີ້:
1.ໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນໃຫ້ ສູງຂຶ້ນ, ຕິດຕາມຊຸກຍູ້ບັນດາສະຖານການສຶກສາ ໃຫ້ໄດ້ເຄື່ອນໄຫວເປັນປົກກະຕິ, ສ້າງຂະບວນການກິລາ-ກາຍຍະກໍາ, ສິລະປະ, ວັນນະຄະດີ ແລະ ປັບປຸງສະພາບແວດລ້ອມໂຮງຮຽນ ເພື່ອດຶງດູດໃຫ້ນັກຮຽນ-ນັກສຶກສາສົນໃຈເຂົ້າຮຽນຫລາຍຂຶ້ນ;
2.ບັນດາ-ຄູອາຈານ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ ໃນການປະຕິບັດຫລັກສູດການຮຽນ-ການສອນ, ປັບປຸງຮູບ ແບບການຈັດການຮຽນ-ການສອນ, ສ້າງຄວາມເຂັ້ມແຂງໃນການບໍາລຸງຄູໃນຫົວຂໍ້ທີ່ຈໍາເປັນເຊັ່ນ: ການສອນ ຄວບອາຍຸ, ການສອນຫ້ອງຄວບ ແລະ ການສອນພາສາລາວໃຫ້ເດັກຊົນເຜົ່າ. ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າ ທີ່ ທີ່ໄດ້ຮັບມອບໝາຍ, ປະຕິບັດໜ້າທີ່ດ້ວຍຄວາມສັດຊື່ບໍລິສຸດ ແລະ ມີຈັນຍາບັນຕໍ່ວິຊາຊີບຂອງຕົນ ແລະ ພັດທະນາຕົນເອງດ້ານວິຊາສະເພາະ ແລະ ເຕັກໂນໂລຊີໃໝ່ ໃຫ້ທັນກັບການປ່ຽນແປງຂອງໂລກຢູ່ຕະຫລອດ ເວລາ;
3.ພໍ່ແມ່ຜູ້ປົກຄອງຂອງນັກຮຽນ-ນັກສຶກສາ ຈົ່ງພ້ອມກັນສຶກສາອົບຮົມ ແລະ ປຸກລະດົມຂົນຂວາຍລູກຫຼານ ຂອງຕົນທີ່ຢູ່ໃນເກນອາຍຸເຂົ້າຮຽນໃຫ້ໄປເຂົ້າໂຮງຮຽນ ແລະ ໃຫ້ເຂົາເຈົ້າສືບຕໍ່ຮຽນຈົນຈົບ ຢ່າງໜ້ອຍ ການ ສຶກສາພາກບັງຄັບ (ຊັ້ນມັດທະຍົມສຶກສາປີທີ
4.ສຳລັບ ລູກຫລານນັກຮຽນ-ນັກສຶກສາ ຈົ່ງຕັ້ງໃຈຄົ້ນຄວ້າຮ່ຳຮຽນ ຢູ່ໃນຫ້ອງຮຽນ ແລະ ຮຽນດ້ວຍຕົນເອງ ໃຫ້ຫລາຍຂຶ້ນ, ດຸໝັ່ນຂະຫຍັນພຽນ, ຕັ້ງໜ້າຝຶກຝົນຫລໍ່ຫລອມ ໃຫ້ກາຍເປັນນັກຮຽນດີ, ຮຽນເກັ່ງ ຂອງຄູ-ອາຈານ, ເປັນລູກຫລານທີ່ດີຂອງພໍ່ແມ່ຜູ້ປົກຄອງ, ເປັນພົນລະ ເມືອງທີ່ດີຂອງປະເທດຊາດ;
5.ການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ສະມາຄົມພໍ່ແມ່ນັກຮຽນ-ຄະນະພັດທະນາການສຶກສາແຕ່ ລະຂັ້ນ, ຊຸມຊົນ, ການຈັດຕັ້ງສັງຄົມ, ຜູ້ປະກອບການ ຈົ່ງພ້ອມກັນປະກອບສ່ວນຕາມພາລະບົດບາດຂອງ ຕົນ ໃນການສຶກສາອົບຮົມ, ບົ່ມສອນ ແລະ ສ້າງສະພາບແວດລ້ອມທີ່ດີ ເພື່ອໃຫ້ນັກຮຽນ-ນັກສຶກສາ ໄດ້ ເກີດການຮຽນຮູ້ ແລະ ເຕີບໃຫຍ່ຂະຫຍາຍຕົວ ເປັນພົນລະເມືອງທີ່ດີຂອງປະເທດຊາດ ແລະ ຖືເອົາວຽກ ງານການສຶກສາ ເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງໝົດທຸກຄົນໃນທົ່ວສັງຄົມ.
ໃນໂອກາດນີ້, ຂ້າພະເຈົ້າຂໍຮຽກຮ້ອງມາຍັງທຸກການຈັດຕັ້ງ ທັງພາກລັດ ແລະ ພາກເອກະຊົນ, ພໍ່ແມ່ ຜູ້ປົກຄອງ ແລະ ນັກຮຽນ-ນັກສຶກສາ ໃນຂອບເຂດທົ່ວປະເທດ ຈົ່ງໃຫ້ການຮ່ວມມື ແລະ ເປັນເຈົ້າການຮ່ວມ ກັບຂະແໜງການສຶກສາ ແລະ ກິລາ ໃນການກະກຽມຄວາມພ້ອມ, ອໍານວຍຄວາມສະດວກ ແລະ ຊ່ວຍເຫລືອ ຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງຂອງແຕ່ລະພາກສ່ວນ ເພື່ອໃຫ້ສົກຮຽນໃໝ່ 2023-2024 ໃຫ້ມີຜົນ ສໍາເລັດໄປໄດ້ດ້ວຍດີ.
ທ້າຍສຸດນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ, ຄູ-ອາຈານ, ນັກຮຽນ-ນັກສຶກສາ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ ຕະຫຼອດຮອດປະຊາຊົນລາວບັນດາ ເຜົ່າ ໃນທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານຂອງຕົນ.
ອວຍພອນໃຫ້ສົກຮຽນ 2023-2024 ປະສົບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.