ແຂວງຈຳປາສັກ ແລະ ຈັງຫວັດອຸບົນຣາຊະທານີ ສືບຕໍ່ຮ່ວມມືກັນ ແກ້ໄຂບັນຫາຢາເສບ ແລະ ບັນຫາຂ້າມແດນຜິດກົດໝາຍ

ວັນທີ 1 ກັນຍາ 2023, ເມືອງຊະນະສົມບູນ ແຂວງຈຳປາສັກ ສປປ ລາວ ຮ່ວມກັບ ອຳເພີໂຂງຈຽມ ຈັງຫວັດອຸບົນຣາຊະທານີ ຣາຊະອານາຈັກໄທ ຈັດກອງປະຊຸມຮ່ວມມືຂອງຄະນະກຳມະການຫ້ອງການປະສານງານແກ້ໄຂບັນຫາຢາເສບຕິດຕາມບໍລິເວນຊາຍແດນ ຄັ້ງທີ XI, ໂດຍທ່ານ ສອນສະຫວັນ ສີວິໄລ ເຈົ້າເມືອງຊະນະສົມບູນ ແລະ ທ່ານ ອຸດົມສັກ ນວນສີລິ ນາຍອຳເພີໂຂງຈຽມ.
ເພື່ອທົບທວນວຽກງານໄລຍະຜ່ານມາ ແລະ ເປັນກົນໄກໃນການຮ່ວມມືແກ້ໄຂບັນຫາຢາເສບຕິດຮ່ວມກັນ ລວມທັງການຮ່ວມມືດ້ານອື່ນໆເປັນຕົ້ນການເດີນທາງຂ້າມແດນ, ການປ້ອງກັນການກະທຳຜິດກົດໝາຍຕາມບໍລິເວນຊາຍແດນ ແລະ ການຮ່ວມມືດ້ານເສດຖະກິດ-ສັງຄົມ ເຊິ່ງໃນການຮ່ວມມືດັ່ງກ່າວຕ້ອງຢູ່ພາຍໃຕ້ລະບຽບກົດໝາຍ ແລະ ອະທິປະໄຕຂອງແຕ່ລະຝ່າຍ. ພ້ອມນີ້, ທັງສອງຝ່າຍໄດ້ລົງນາມເຊັນບົດບັນທຶກສືບຕໍ່ການຮ່ວມມືທັງ 2 ເມືອງ ເພື່ອເພີ່ມທະວີຄວາມໄວ້ເນື້ອເຊື້ອໃຈເຊິ່ງກັນ ແລະ ກັນຂອງປະຊາຊົນທັງສອງຝ່າຍ ເຮັດໃຫ້ຊາຍແດນລະຫວ່າງປະເທດເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດພັດທະນາ, ມີຄວາມສະຫງົບ, ໝັ້ນຄົງເປັນລະບຽບຮຽບຮ້ອຍ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ.

