ວັນທີ 1 ກັນຍາ 2023, ສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳລາວ ຈັດງານລ້ຽງ ເພື່ອສະຫລອງວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 78 ປີ (2/9/1945-2/9/2023) ຂຶ້ນທີ່ນະຄອນຫລວງວຽງຈັນ, ໂດຍມີ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມ.
ທ່ານ ຫງວຽນ ບ໋າ ຮຸ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳລາວ ມີຄຳເຫັນວ່າ: ດ້ວຍຄວາມມຸ່ງມາດປາຖະໜາອັນແຮງກ້າກ່ຽວກັບການຍາດເອົາເອກະລາດ, ອິດສະຫລະພາບໃຫ້ແກ່ປະເທດຊາດ, ພາຍຫລັງການປະຕິວັດເດືອນສິງຫາປະສົບຜົນສຳເລັດ, ໃນວັນທີ 2/9/1945 ຢູ່ນະຄອນຫລວງຮ່າໂນ້ຍ, ປະທານ ໂຮ່ຈິມິນ ໄດ້ອ່ານບົດຖະແຫລງປະກາດເອກະລາດ, ສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ປັດຈຸບັນແມ່ນສາທາລະນະລັດ ສັງຄົມນິຍົມຫວຽດນາມ. ບົດຖະແຫຼງປະກາດເອກະລາດມີຕອນໜຶ່ງໄດ້ຢືນຢັນວ່າ: “ປະເທດຫວຽດນາມມີສິດທີ່ໄດ້ຮັບເສລີພາບ ແລະ ເອກະລາດ ແລະ ໃນຕົວຈິງໄດ້ກາຍເປັນປະເທດໜຶ່ງ ທີ່ມີເສລີພາບ ແລະ ເອກະລາດ. ປະຊາຊົນຫວຽດນາມທັງຊາດໄດ້ຕັດສິນໃຈອຸທິດຈິດໃຈ ແລະ ກຳລັງພົນ, ຊີວິດ ແລະ ຊັບສິນທັງໝົດຂອງຕົນເພື່ອຮັກສາສິດເສລີພາບ ແລະ ເອກະລາດນັ້ນ”.
ປີ 2023 ພື້ນຖານເສດຖະກິດຫວຽດນາມ ສືບຕໍ່ປະເຊີນກັບຄວາມຫຍຸ້ງຍາກນາໆປະການຍ້ອນຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ແກ່ຍາວ, ບວກກັບສະພາບການຂອງໂລກ ແລະ ພາກພື້ນມີການຜັນແປໄປຢ່າງສັບສົນ, ຄາດເດົາໄດ້ຍາກ, ສ້າງຄວາມຫຍຸ້ງຍາກ, ສິ່ງທ້າທາຍຫລາຍປະການ. ເຖິງຢ່າງໃດກໍຕາມ, ດ້ວຍຄວາມຕັດສິນໃຈ ສ້າງແຮງຜັກດັນ ບຸກທະລຸ ເພື່ອພັດທະນາເສດຖະກິດຕາມຄາດໝາຍທີ່ໄດ້ວາງໄວ້, ໂດຍມີການຊີ້ນຳ, ການບໍລິຫານຢ່າງຂ້ຽວຂາດ, ໃກ້ຊິດຂອງລັດຖະບານ ແລະ ຄວາມມານະພະຍາຍາມຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ ແລະ ປະຊາຊົນ, ເສດຖະກິດມະຫາພາກສືບຕໍ່ມີຄວາມໝັ້ນທ່ຽງ, ສາມາດຄວບຄຸມໄພເງິນເຟໄດ້, ບັນດາຄາດໝາຍໄດ້ຮັບປະກັນ… GDP ໃນ 6 ເດືອນຕົ້ນປີ 2023 ເພີ່ມຂຶ້ນ 3,72%, ຄາດວ່າໝົດປີຈະບັນລຸ 5,3 – 5,5%, ການລົງທຶນຕ່າງປະເທດໃນ 7 ເດືອນຕົ້ນປີ 2023 ບັນລຸ 16,24 ຕື້ໂດລາ; ການສົ່ງອອກສິນຄ້າເກີນດຸນປະມານ 16,5 ຕື້ໂດລາ; ແຂກທ່ອງທ່ຽວສາກົນມາທ່ຽວຫວຽດນາມຄາດວ່າບັນລຸກວ່າ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 7 ເທົ່າ ເມື່ອທຽບກັບໄລຍະດຽວກັນຂອງປີ 2022. ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ, ການເມືອງມີຄວາມສະຫງົບ, ສັງຄົມມີຄວາມປອດໄພ.
ນອກນີ້, ດ້ວຍຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ-ລາວ ສືບຕໍ່ມີບາດກ້າວຂະຫຍາຍຕົວໃໝ່, ເລິກເຊິ່ງ ແລະ ມີປະສິດທິຜົນ ເຊິ່ງໄດ້ນຳເອົາຜົນປະໂຫຍດອັນແທ້ຈິງໃຫ້ແກ່ປະຊາຊົນສອງຊາດ; ໃຫ້ການສະໜັບສະໜູນ, ການຊ່ວຍເຫລືອອັນໃຫຍ່ຫລວງຈາກບັນດາປະເທດເພື່ອນມິດ ແລະ ບັນດາອົງການຈັດຕັ້ງສາກົນຢູ່ໃນໂລກ, ພິເສດແມ່ນຈາກປະເທດເພື່ອນລາວອ້າຍນ້ອງ.