ແຂວງຊຽງຂວາງເຂັ້ມງວດ ຄວບຄຸມການແລກປ່ຽນເງິນຕາ ຜິດກົດໝາຍ ຖ້າພົບແຈ້ງທີ່ເບີ 020 28549933-020 56887898

ວັນທີ 31 ສິງຫາ 2023 ຜ່ານມາ, ພະແນກຖະແຫລ່ງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຊຽງຂວາງ ສົມທົບກັບສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ ກວດກາຄືນການຂື້ນປ້າຍ ແລກປ່ຽນເງີນຕາຕ່າງປະເທດທີ່ທະນາຄານຖອນໃບອະນຸຍາດໄປແລ້ວ, ການລົງກວດກາຄືນການຕິດຕັ້ງປ້າຍທີ່ບໍ່ໄດ້ຮັບອະນຸຍາດໃນຄັ້ງນີ້ ແມ່ນເປັນການກວດກາທີ່ທາງພາກສ່ວນກ່ຽວຂ້ອງ ໄດ້ແນະນຳໃຫ້ປົດປ້າຍອອກໃນອາທິດທີ່ຜ່ານມາ.
ໂດຍອີງຕາມແຈ້ງການຂອງທະນາຄານແຫ່ງ ສປປ ລາວ ກ່ຽວກັບການຢຸດຕິການອະນຸຍາດແລກປ່ຽນເງິນຕາຂອງຮ້ານແລກປ່ຽນເງິນຕາຕົວແທນຂອງທະນະຄານທຸລະກິດ ສະບັບເລກທີ 01 ລົງວັນທີ 13 ມັງກອນ 2023. ທັງເປັນການຄຸ້ມຄອງເງິນກີບ ແລະ ຢຸດຕິການໂຄສະນາດ້ວຍປ້າຍຂອງຮ້ານແລກປ່ຽນເງິນຕາຕ່າງປະເທດ ທີ່ບໍ່ໄດ້ຮັບອະນຸຍາດ.
ເຊິ່ງການລົງຕິດຕາມກວດກາໃນຄັ້ງນີ້ເຫັນວ່າຮ້ານແລກປ່ຽນຫລາຍຮ້ານໄດ້ປົດປ້າຍແລກປ່ຽນເງິນຕາອອກແລ້ວ, ແຕ່ຍັງມີບາງຮ້ານຍັງບໍ່ປົດປ້າຍອອກ ພາກສ່ວນກ່ຽວຂ້ອງໄດ້ກ່າວເຕືອນ ແລະ ໄດ້ຖອນຮື້ປ້າຍອອກແລ້ວ. ການຕິດຕາມ ແລະ ກວດກາ ການປະກາດ ຫລື ການໂຄສະນາ ແລະ ຮັບຊຳລະຕ່າງໆພາຍໃນແຂວງໃຫ້ເປັນເງິນກີບ ແລະ ເຮັດໃຫ້ການແລກປ່ຽນເງິນຕາຕ່າງປະເທດ ຫັນເຂົ້າສູ່ລະບຽບກົດໝາຍ ຖ້າຫາກເຫັນການປະກາດ ຫລື ການໂຄສະນາ ແລະ ຮັບຊຳລະເປັນເງິນຕາຕ່າງປະເທດໃຫ້ແຈ້ງຫາສາຂາທະນາຄານແຫ່ງ ສປປ ລາວ ພະແນກເສດຖະກິດເງິນຕາ ແລະ ຄຸ້ມຄອງເງິນຕາຕ່າງປະເທດ ເບີ 020 28549933 ແລະ 020 56887898

