ສານປະຊາຊົນລາວ-ຫວຽດນາມ ລົງນາມບົດບັນທຶກ ເພື່ອເປີດກວ້າງການຮ່ວມມືໃຫ້ກວ້າງຂວາງ ແລະ ລົງສູ່ຂັ້ນຮາກຖານໃຫ້ຫລາຍຂຶ້ນ

ໃນລະຫວ່າງວັນທີ 21-25 ສິງຫາ 2023 ຜ່ານມາ, ປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ ຕາມການເຊື້ອເຊີນ ຂອງ ທ່ານ ຫວງ໋ຽນ ຮວາ ບິງ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານສານປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ – ລາວ.
ການໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ ຂອງຄະນະຜູ້ແທນຂັ້ນສູງ ຂອງສານປະຊາຊົນ ແຫ່ງ ສປປ ລາວ ໃນຄັ້ງນີ້ ແມ່ນເປັນການສະແດງໃຫ້ເຫັນເຖິງການເຄື່ອນໄຫວພົວພັນຮ່ວມມືຢ່າງຕໍ່ເນື່ອງ, ຮອບດ້ານ ແລະ ເລິ່ກເຊິ່ງ ໃນຂອບບົດບັນທຶກການຮ່ວມມື 2 ຝ່າຍ ທີ່ໄດ້ລົງນາມກັນໃນປີ 2008, ເປັນການຮ່ວມມືຂອງ 2 ອົງການຕຸລາການ ຂອງ 2 ປະເທດ ເພື່ອແນໃສ່ ເສີມສ້າງ, ຊຸກຍູ້ ແລະ ແລກປ່ຽນບົດຮຽນກ່ຽວກັບການປັບປຸງດ້ານການຈັດຕັ້ງໃນລະບົບສານ, ວຽກງານການບໍລິຫານສານ – ບໍລິຫານຄະດີ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນ ຊຶ່ງນອກຈາກໄດ້ເຄື່ອນໄຫວຢູ່ສານປະຊາຊົນສູງສຸດ ແລ້ວ, ຄະນະຜູ້ແທນຂັ້ນສູງ ຈາກ ສປປ ລາວ ຍັງໄດ້ມີໂອກາດໄປເຄື່ອນໄຫວແລກປ່ຽນບົດຮຽນ ຢູ່ສານປະຊາຊົນແຂວງ ເຫງະອານ ແລະ ແຂວາງຮ່ານາມ ທີ່ມີບົດຮຽນ ແລະ ຜົນງານດີເດັ່ນ ເພື່ອນຳເອົາບົດຮຽນດັ່ງກ່າວ ມາໝູນໃຊ້ເຂົ້າໃນການພັດທະນາລະບົບສານປະຊາຊົນ ແຫ່ງ ສປປ ລາວ ໃຫ້ເຄື່ອນໄຫວມີປະສິດພິພາບກ່ວາເກົ່າ.
ຄະນະຜູ້ແທນຂັ້ນສູງຂອງສານປະຊາຊົນຂອງ 2 ປະເທດ ໄດ້ພົບປະກັນຢ່າງເປັນທາງການຢູ່ ສໍານັກງານຂອງສານປະຊາຊົນສູງສຸດ ສສ ຫວຽດນາມ ຊຶ່ງທັງ 2 ຝ່າຍໄດ້ຕີລາຄາສູງຕໍ່ຜົນສໍາເລັດການຮ່ວມມືໃນໄລຍະຜ່ານມາ ພ້ອມທັງໄດ້ມີການແລກປ່ຽນກ່ຽວກັບແຜນການຮ່ວມມືໃນຕໍ່ໜ້າ ກໍຄືປີ 2024 ທີ່ທັງ 2 ຝ່າຍໄດ້ຕີລາຄາສູງຕໍ່ຜົສຳເລັດການຮ່ວມມືໃນໄລຍະຜ່ານມາ, ພ້ອມທັງໄດ້ມີການແລກປ່ຽນກ່ຽວກັບແຜນການຮ່ວມມື ໃນຕໍ່ໜ້າກໍຄືປີ 2024 ທີ່ທັງສອງຝ່າຍມີ ຄວາມເປັນເອກະພາບສູງ; ເນື່ອງໃນໂອກາດດັ່ງກ່າວ, ທັງສອງຝ່າຍຍັງໄດ້ເຂົ້າຮ່ວມມີພິທີລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງ ສານປະຊາຊົນ 5 ແຂວງຂອງ ສປປ ລາວ ແລະ ສານປະຊາຊົນ 5 ແຂວງ ຂອງ ສສ ຫວຽດນາມ ທີ່ບໍ່ມີຊາຍແດນຕິດຈອດກັນ ຄື: ລະຫວ່າງສານປະຊາຊົນ ແຂວງໄຊສົມບູນ ກັບ ສານປະຊາຊົນຟູ່ເຖາະ, ສານປະຊາຊົນແຂວງໄຊຍະບູລີ ກັບ ສານປະຊາຊົນ ນະຄອນຮາຍຟອງ, ສານປະຊາຊົນແຂວງອຸດົມໄຊ ກັບ ສານປະຊາຊົນແຂວງຮ່ານາມ ແລະ ສານປະຊາຊົນແຂວງບໍ່ແກ້ວ ກັບສານປະຊາຊົນແຂວງນິ່ງບິງ ຊຶ່ງເປັນການເປີດກວ້າງການຮ່ວມມືໃຫ້ກວ້າງຂວາງ ແລະ ລົງສູ່ຂັ້ນຮາກຖານໃຫ້ຫຼາຍຂຶ້ນ. ພິເສດ, ສານປະຊາຊົນສູງສຸດ ສປປ ລາວ ນຳໂດຍ ທ່ານ ນາງ ວຽງທອງ ສີພັນດອນ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ຍ້ອງຍໍປະດັບຫຼຽນໄຊ ແຮງງານຊັ້ນ I ຂອງປະທານປະເທດ ແຫ່ງ ສປປ ລາວ ຈຳນວນ 3 ຫຼຽນ ໃກ້ແກ່ກົມກອງ ແລະ ບຸກຄົນ 2 ທ່ານ, ມອບໃບຍ້ອງຍໍລັດຖະບານ ແຫ່ງ ສປປ ລາວ ໃຫ້ກົມກອງຈຳນວນ 16 ກົມກອງ ແລະ ບຸກຄົນດີເດັ່ນ ຈຳນວນ 12 ທ່ານ ທີ່ຂຶ້ນກັບສານປະຊາຊົນ ແຫ່ງ ສສ ຫວຽດນາມ ທີ່ມີຜົນງານດີເດັ່ນການປະກອບສ່ວນເຂົ້າພາລະກິດໃນການສ້າງສາ ແລະ ພັດທະນາສານປະຊາຊົນ ແຫ່ງ ສປປ ລາວ ແລະ ເປັນການເສີມສ້າງສາຍພົວພົນມິດຕະພາບອັນຍິ່ງໃຫຍ່ ລະຫວ່າງ ສອງຊາດ ລາວ-ຫວຽດນາມ ເວົ້າລ່ວມ, ເວົ້າສະເພາະ ແມ່ນລະບົບສານປະຊາຊົນຂອງສອງປະເທດ ໃຫ້ນັບມື້ກ້າວສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

