ຈັບຊາຍໜຸ່ມຂົນສົ່ງຢາເສບຕິດ ພ້ອມມີອາວຸດເສິກໄວ້ຄອບຄອງ ແລະ ອີກຄົນໜຶ່ງແມ່ນເອົາຕົວຫລົບໜີ

ວັນທີ 14 ສິງຫາ 2023, ທ່ານ ພັທ ເກດສະໜາ ພິຈິດ ຫົວໜ້າພະແນກຕໍາຫລວດ ປກສ ເມືອງ ຫາດຊາຍຟອງ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ເວລາ 15:50 ໂມງ ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ພະແນກຕໍາຫລວດ ປກສ ເມືອງ ຫາດຊາຍຟອງ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງແກ້ໄຂເປົ້າໝາຍການຂົນສົ່ງຢາເສບຕິດ ( ຢາບ້າ ) ແລະ ການມີອາວຸກເສີກໄວ້ໃນຄອບຄອງ (ລະເບີດ) ຢູ່ບ້ານ ທ່າເດື່ອ (ເຂດຂຸ້ມໂພນບົກ) ເມືອງ ຫາດຊາຍຟອງ ນະຄອນຫລວງວຽງຈັນ ສາມາດຈັບຕົວເປົ້າໝາຍໄດ້ 1 ຄົນຄື: ທ້າວ ທະນາໂຊກ ຫລື ຫລ້າ ອາຍຸ 27 ປີ  ຢູ່ບ້ານ ໂຊກຄໍາ ເມືອງ ໄຊເສດຖາ ນະຄອນຫລວງວຽງຈັນ. ສ່ວນເປົ້າໝາຍອີກຜູ້ໜຶ່ງແມ່ນໄດ້ເອົາຕົວຫລົບໜີຈາກການຈັບກຸມຂອງເຈົ້າໜ້າທີ່.  ຜ່ານການກວດຄົ້ນພົບເຫັນຢາບ້າ  2.000 ເມັດ, ວັດຖຸລະເບີດລັກສະນະຄືໝາກຂຽບ  1 ໜ່ວຍ, ໂທລະສັບ Redmi ສີດໍາ ຈໍານວນ 1 ໜ່ວຍ ແລະ ລົດກະບະ VIGO ສີປອນເງີນ ປ້າຍທະບຽນ ກອ 0510 ກໍາແພງນະຄອນ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ຮູ້ວ່າ: ຜູ້ກ່ຽວ ເລີ່ມເສບຢາບ້າມາແຕ່ປີ 2018 ຢາບ້າທີ່ນຳມາເສບແມ່ນຊື້ນໍາຊາວໜຸ່ມບໍ່ຊາບຊື່ ຄັ້ງລະ 5-10 ເມັດ ໃນລາຄາເມັດລະ 5.000 ກີບ ແລະ ມາຮອດເດືອນ ສິງຫາ ປີ 2023 ໄດ້ພົວພັນກັບທ້າວ ນ໋ອງ ຢູ່ບ້ານ ໂນນສະຫວ່າງ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ, ທ້າວ ນ໋ອງ ໄດ້ຊວນຜູ້ກ່ຽວໄປສົ່ງຢາບ້າຢູ່ແຖວຂົວມິດຕະພາບ ເມືອງ ຫາດຊາຍຟອງ ນະຄອນຫລວງວຽງຈັນ ໂດຍໃຫ້ຄ່າຈ້າງຈໍານວນ 500.000 ກີບ ພໍມາຮອດບ້ານ ທ່າເດື່ອ   ຈຶ່ງມຖືກເຈົ້າໜ້າທີ່ເຂົ້າມາຈັບຕົວຜູ້ກ່ຽວ ສ່ວນທ້າວ ນ໋ອງ ແມ່ນໄດ້ລົງລົດແລ້ວເອົາຕົວຫລົບໜີຈາກການຈັບກຸມ.

#ຂ່າວພາຍໃນລາວພັດທະນາ #ຈັບຊາຍໜຸ່ມຂົນສົ່ງຢາເສບຕິດ #ພ້ອມມີອາວຸດເສິກ