ສື່ອອນລາຍ The Better news ຂອງໄທ ຕັ້ງຫົວຂໍ້ຂ່າວວ່າ “ເງິນກີບລາວເປັນເງິນຂີ້ເຫຍື້ອ” ສ້າງຄວາມບໍ່ພໍໃຈໃຫ້ຄົນລາວຈຳນວນຫລາຍ

ວັນທີ 28 ສິງຫາ 2023 ສື່ອອນລາຍ The Better news ຂອງໄທ ໄດ້ສະເໜີຂ່າວ ກ່ຽວກັບເງິນກີບຂອງລາວ ໂດຍໄດ້ອ້າງອີງຈາກການວິເຄາະຂອງ Steve Hanke ນັກເສດຖະສາດ ຊື່ດັງຊາວອາເມລິກາວ່າເງິນກີບລາວມີຄ່າອ່ອນລົງ 40% ເມື່ອທຽບກັບເງິນໂດລາ ແລະ ຖືກຈັດຢູ່ໃນອັນດັບທີ 13 ຂອງໂລກທີ່ເປັນສະກຸນເງິນທີ່ອ່ອນຄ່າທີ່ສຸດໃນໂລກ ພ້ອມດຽວກັນກໍໄດ້ກ່າວວ່າ ເງິນກີບລາວ ເປັນເງິນທີ່ເຟີ້ຕິດອັນດັບຂອງໂລກ. ແຕ່ຂ່າວດັ່ງກ່າວໄດ້ນຳສະເໜີການວິເຄາະຂອງນັກເສດຖະສາດຄົນດັ່ງກ່າວ ໂດຍການຕັ້ງຫົວຂໍ້ຂ່າວວ່າ “ເງິນກີບຂອງລາວ ເປັນຂີ້ເຫຍື້ອ ບໍ່ສາມາດໃຊ້ຈ່າຍຊື້ສິນຄ້າໄດ້ໃນ ສປປ ລາວ ສາມາດໃຊ້ຊຳລະໄດ້ພຽງແຕ່ຄ່າໄຟຟ້າ ແລະ ຄ່ານ້ຳປະປາເທົ່ານັ້ນ” ແລະ ຍົກຕົວຢ່າງຈາກສື່ສັງຄົມອອນລາຍທີ່ຖ່າຍຄລິບກ່ຽວກັບການຊື້ຂາຍສິນຄ້າຢູ່ລາວເປັນເງິນບາດ.

ພາຍຫລັງ ສື່ອອນລາຍ The Better news ໄດ້ມີການໂພສຂ່າວດັ່ງກ່າວອອກໄປໄດ້ມີຄົນລາວຈຳນວນຫລາຍຮ້ອຍຄົນໄດ້ເຂົ້າໄປສະແດງຄວາມຄິດເຫັນອ່າວບໍ່ພໍໃຈ ເຊັ່ນ: ຄົນຂຽນຂ່າວບໍ່ຮູ້ຂໍ້ມູນຄວາມຈິງກໍນຳມາສະເໜີຂ່າວກ່າວຫາເງິນປະເທດອື່ນ ໃຫ້ຄົນປະເທດໂຕເອງເຂົ້າໃຈຜິດບໍ່ສົມຄວນເປັນສື່, ສື່ບໍ່ມີຄຸນນະພາບມົ້ວໄປໝົດ, ສື່ບໍ່ເປັນຕາເຊື່ອຖື, ເວົ້າເກີນຄວາມຈິງ, ວ່າງລະມາທ່ຽວລາວແດ່ເດີແອັດມິນເພື່ອຈະໄດ້ຮູ້ຂໍ້ມູນທີ່ແທ້ຈິງ ແລະ ອື່ນໆອີກຈຳນວນຫລາຍ. ນອກຈາກນີ້ຍັງມີຄົນໄທເອງຈຳນວນໜຶ່ງຄອມເມັ້ນສັ້ນໆວ່າ: “ເສືອກ”.

ເບື້ອງຕົ້ນການຫົວຂໍ້ຂ່າວເປັນພາສາໄທວ່າ “ຂະຫຍະ” ແຕ່ພາຍຫລັງໂພສດັ່ງກ່າວເກີດເປັນກະແສມີຄົນເຂົ້າໄປສະແດງຄວາມຄິດເຫັນດ້ານລົບຕໍ່ການພາດຫົວຂໍ້ຂ່າວ ຈຶ່ງປ່ຽນເປັນພາສາອັງກິດ “Junk Cerrency ” ແທນ ເຊິ່ງມີຄວາມໝາຍດຽວກັນ.

ແຕ່ເຖິງຢ່າງໃດກໍຕາມຖືວ່າການກ່າວອ້າງແລະນຳສະເໜີຂ່າວດັ່ງກ່າວນີ້ ຂໍ້ຄວາມທີ່ວ່າ: ເງິນກີບເປັນເງິນຂະຍະ ໃຊ້ຈ່າຍຊື້ເຄື່ອງຢູ່ ສປປ ລາວ ບໍ່ໄດ້ ເຊິ່ງເປັນຂໍ້ຄວາມທີ່ບໍ່ຖືກຕ້ອງຕາມແມ່ນຄວາມຈິງ ປັດຈຸ ບັນເງິນກີບລາວຍັງສາມາດໃຊ້ຈ່າຍຊື້ສິ່ງຂອງຕ່າງໆໄດ້ປົກກະຕິ ຢູ່ໃນ ສປປ ລາວ ເຖິງແມ່ນວ່າເງິນ ກີບລາວຈະອອນຄ່າລົງຫລາຍເມື່ອທຽບໃສ່ອັດຕາແລກປ່ຽນກັບເງິນບາດ ແລະ ເງິນໂດລາສະຫະລັດກໍຕາມ.

ການນຳສະໜີຂ່າວຂອງຄົນຂ່າວທີ່ຂື້ນຊຶ່ງວ່າມີຄວາມສີວິໄລ ຄວນນຳສະເໜີໃນທາງທີ່ສ້າງສັນຖືກຕ້ອງຕາມຂໍ້ມູນຄວາມຈິງມີຈັນຍາບັນຈັນຍາທຳທີ່ດີ ສະກູນເງິນຂອງປະເທດໃດ ກໍຍ່ອມມີຄວາມສຳຄັນຂອງປະເທດນັ້ນໆ ເງິນເປັນສັນຍາລັກຂອງຊາດນຶ່ງໆ ເຖິງມັນຈະອ່ອນຄ່າລົງແດ່ກໍຄວນໄດ້ຮັບການນັບຖື ບໍ່ແມ່ນຢາກທຽບກັບສິ່ງໃດກໍ່ທຽບຕາມໃຈຂອງຕົນ ສື່ມວນຊົນຜູ້ທີ່ດີມີການສຶກສາສູງຄວນມີຈັນຍາບັນຈັນຍາທຳຂອງສື່ປະຈຳໂຕຖ້າບໍ່ດັ່ງນັ້ນກໍ່ຈະຕົກເຂົ້າໃນຄຳສຸພາສິດລາວກ່າວໄວ້ສ່າ:ຄວາມຮູ້ຖວ້ມຫົວພັດເອົາຕົວບໍ່ລອດ ເທົ່ານັ້ນລະ