ຕຳຫລວດຈະລາຈອນ ນະຄອນຫລວງວຽງຈັນ ຈະໃຊ້ກຳລັງ 423 ຄົນ ລົງລະບາຍການສັນຈອນ ໃນໄລຍະກະກຽມເປີດສົກຮຽນໃໝ່ 2023-2024

ວັນທີ 29 ສິງຫາ 2023, ທ່ານ ພັທ ສັງຄົມ ພົມມະລາດ, ຫົວໜ້າພະແນກຕຳຫລວດຈະລາຈອນ ປກສ ນະຄອນຫລວງວຽງຈັນລາຍງານໃຫ້ຮູ້ວ່າ: ໃນໄລຍະເປີດສົກຮຽນໃໝ່ 2023-2024ນີ້ ເຈົ້າໜ້າທີ່ພະແນກຕຳຫລວດຈະລາຈອນ ໄດ້ຈັດວາງກຳລັງຕາມຈຸດສຳຄັນຕ່າງໆ ເປັນຕົ້ນແມ່ນ 3 ແຍກ, 4 ແຍກ, ທາງຮ່ອມ, ໜ້າໂຮງຮຽນ, ສະຖາບັນສຶກສາ ແລະ ຈຸດທີ່ເຫັນວ່າ ການສັນຈອນສັບສົນ, ທົ່ວນະຄອນຫລວງວຽງຈັນ ມີທັງໝົດ 153 ຈຸດ, ໂຮງຮຽນ 39 ຈຸດ, ຕາມສາຍທາງ, ແຍກ, ວົງວຽນ ແລະບ່ອນອື່ນໆ 114 ຈຸດ ແລະ ໄດ້ນຳໃຊ້ກຳລັງ 423 ຄົນ, ເຂົ້າໃນການປະຕິບັດໜ້າທີ່, ສ່ວນເມືອງຢູ່ສັງທອງ ແມ່ນບໍ່ມີຈຸດລະບາຍ, ນອກນັ້ນ, ກໍຍັງປະຈຳຢູ່ຕາມບັນດາປ້ອມຍາມຖາວອນ ແລະ ປ້ອມ 24 ຊົ່ວໂມງ ເພື່ອເຮັດໃຫ້ນ້ອງຮັກຮຽນ-ນັກສຶກສາ, ຄູອາຈານ, ພໍ່ແມ່ປະຊາຊົນ, ຜູ້ໃຊ້ລົດໃຊ້ຖະໜົນ ທີ່ສັນຈອນໄປມາໃນໄລຍະທີ່ເປີດສົກຮຽນໃໝ່ ມີຄວາມເປັນລະບຽບ ແລະ ປອດໄພ,

ໃນທຸກໆປີທີ່ເປີດສົກຮຽນໃໝ່, ສະພາບການສັນຈອນຕາມຖະໜົນ ເພີ່ມຂື້ນ ໂດຍສະເພາະ ໃນໂມງໄປການ-ເລິກການ ບັນຫາດັ່ງກ່າວ ໄດ້ສ້າງຄວາມຫຍຸ້ງຍາກໃຫ້ຜູ້ໃຊ້ລົດໃຊ້ຖະໜົນ ທັງມີຄວາມສ່ຽງພາໃຫ້ເກີດອຸບັດເຫດ.

ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງຜູ້ຂັບຂີ່ ຈົ່ງພ້ອມກັນປະຕິບັດກົດລະບຽບການສັນຈອນທີ່ວາງອອກຢ່າງເຂັ້ມງວດ ໂດຍສະເພາະການຈອດລົດຂອງຜູ້ປົກຄອງທີ່ມາສົ່ງລູກຫລານເຖິງໂຮງຮຽນ ໃຫ້ຈອດບ່ອນທີ່ກຳນົດໄວ້, ບໍ່ໃຫ້ຈອດຊ້ອນກັນ ແລະ ຈອດເປັນເວລາດົນ ກີດຂວາງການສັນຈອນ ເພາະຈະສົ່ງຜົນໃຫ້ລົດຄັນອື່ນໆຕິດຂັດອັ່ງອໍ.