ລັດວິສາຫະກິດນ້ຳປະປາ ນວ ສະເໜີພາກລັດຊ່ວຍປັບປຸງລາຄານໍ້າປະປາ ໃຫ້ແທດເໝາະຕາມສະພາບເສດຖະກິດໃນປັດຈຸບັນ

ວັນທີ 28 ສິງຫາ 2023,ສະມາຊິກສະພາແຫ່ງຊາດ(ສສຊ) ປະຈຳເຂດເລືອກຕັ້ງທີ 1 ນະຄອນຫລວງ ວຽງຈັນ, ນຳໂດຍທ່ານ ບຸນຕາ ເທບພະວົງ ສສຊ ເຂດ 1 ພ້ອມດ້ວຍຄະນະ ສສນວ, ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນນະຄອນຫລວງຊຸດທີ II ພ້ອມທັງຟັງຄຳຄິດເຫັນ, ຄຳສະເໜີຂອງສະມາຊິກພັກ, ພະນັກງານລັດວິສາຫະກິດນ້ຳປະປາ ນະຄອນຫລວງວຽງຈັນ.
ທ່ານ ບຸນຕາ ເທບພະວົງ ສສຊ ເຂດ 1 ໄດ້ໂອ້ລົມເຜີຍແຜ່ວ່າ: ນີ້ເປັນການປະຕິບັດສິດໜ້າທີ່ ຂອງ ສສຊ, ສສຂ ໃນການລົງພົບປະຢ້ຽມຢາມ ແລະ ຟັງຄໍາຄິດເຫັນ, ຂໍ້ສະເໜີຂອງປະຊາຊົນຜູ້ມີສິດປ່ອນບັດເລືອກຕັ້ງກ່ຽວກັບການຄຸ້ມຄອງບໍລິຫານງານລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ກໍຄືການພັດທະນາສ້າງສາບ້ານເມືອງ, ສ້າງສາປະເທດຊາດທີ່ແຕ່ລະພາກສ່ວນຂອງລັດຖະບານ, ອົງການປົກຄອງຂັ້ນແຂວງ-ນະຄອນຫລວງ, ເມືອງ ແລະ ບ້ານໄດ້ປະຕິບັດຜ່ານມານັ້ນ, ທີ່ເຫັນວ່າມັນບໍ່ຖືກຕ້ອງຕາມກົດໝາຍບ້ານເມືອງ ຫລື ສ້າງຜົນເສຍຫາຍ ຕໍ່ປະເທດຊາດຕໍ່ປະຊາຊົນທຸກຄົນໃນສັງຄົມ ເພື່ອນໍາເອົາເນື້ອໃນຈິດໃຈຂໍ້ສະເໜີໄປປຶກສາຫາລື, ຄົ້ນຄວ້າ ຮ່ວມກັບພາກສ່ວນລັດທີ່ກ່ຽວຂ້ອງ ເພື່ອແກ້ໄຂໃຫ້ຄວາມກະຈ່າງແຈ້ງຢ່າງຍຸດຕິທໍາ ໃນຕໍ່ໜ້າ ແລະ ອາດຈະເປັນຂໍ້ມູນໃຫ້ ສສຊ, ສສຂ ເອົາເຂົ້າຄົ້ນຄວ້າໃນກອງປະຊຸມ ສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນນະຄອນຫລວງວຽງຈັນ ຊຸດທີ II ທີ່ຈະໄຂຂື້ນໃນຕໍ່ໜ້າ.
ພ້ອມນີ້, ລັດວິສາຫະກິດນ້ຳປະປານະຄອນຫລວງວຽງຈັນໄດ້ສະເໜີບັນຫາຕ່າງໆຄື:
- ສະເໜີພາກລັດຊ່ວຍປັບປຸງລາຄານໍ້າປະປາ ໃຫ້ແທດເໝາະຕາມສະພາບຄວາມເປັນຈິງ ຂອງເສດຖະກິດໃນປັດຈຸບັນ ເນື່ອງຈາກການຊື້ສານເຄມີມາຜະລິດນໍ້າເປັນເງິນຕາຕ່າງປະເທດອັດຕາແລກປ່ຽນປັບຕົວສູງຂຶ້ນ.
- ສະເໜີໃຫ້ປັບປຸງຂອດນະໂຍບາຍການກູ້ຢືມເງິນເຂົ້າໃນການຜະລິດເປັນສະກຸນເງິນກີບ.
- ສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານ ໃຫ້ບູລິມະສິດໃນການແລກປ່ຽນເງິນຕາຕ່າງປະເທດ ເພື່ອຊໍາລະໜີ້ກັບຕ່າງປະເທດ.
- ສະເໜີກ່ຽວກັບ ດໍາລັດຍົກເລີກຄ່າທໍານຽມໝໍ້ແທກນໍ້າ (ກົງເຕີນໍ້າ) ເພາະປັດຈຸບັນລັດວິສາຫະກິດນໍ້າປະປາ ນວ ຍັງບໍ່ ທັນສາມາດປະຕິບັດຕາມດໍາລັດເທື່ອ ຈຶ່ງບໍ່ສາມາດໂຈະໄດ້ທັນທີ ຕ້ອງໄດ້ລໍໄປອີກໄລຍະໜຶ່ງ ເພາະມັນກະທົບຕໍ່ລາຍຮັບ-ລາຍຈ່າຍຂອງລັດວິສາຫະກິດ.
- ບັນຫາການຫລຸດຜ່ອນອັດຕານໍ້າສູນເສຍ, ນໍ້າທີ່ບໍ່ສ້າງລາຍຮັບ ຍັງພົບຄວາມຫຍຸ້ງຍາກ ສົ່ງຜົນກະທົບຕໍ່ການຂໍອະນຸຍາດປັບປຸງລາຄານໍ້າປະປາ.
- ບັນຫາໜີ້ຕ້ອງສົ່ງຂອງລັດວິສາຫະກິດນໍ້າປະປາຍັງມີຫລາຍ ເປັນຕົ້ນແມ່ນໜີ້ຕ້ອງສົ່ງຈາກການຈັດຊື້ວັດຖຸດິບ ເຊັ່ນ: ສານເຄມີ, ກົງເຕີນໍ້າ… ເຮັດໃຫ້ບາງຄັ້ງເຈົ້າໜີ້ກໍ່ບໍ່ສະຫນອງວັດຖຸໃຫ້ຍ້ອນາມີໜີ້ຄ້າງຈ່າຍຫລາຍ.
- ບັນຫາຄວາມຫຍຸ້ງຍາກໃນການຈັດເກັບໜີ້ຕ້ອງຮັບທວງບໍ່ໄດ້ ເປັນຕົ້ນໜີ້ທີ່ຕິດພັນກັບວຽກງານ 3 ສ້າງ, ໜີ້ຈາກການຍ້າຍທໍ່ນໍ້າຈາກແລວທາງສ້າງໃໝ່ ແລະ ໜີ້ຄ່ານໍ້າຂອງຜູ້ຊົມໃຊ້ທົ່ວໄປ.
- ບັນຫາການຂາດແຄນບຸກຄະລາກອນ ເປັນຕົ້ນ: ພະນັກງານກໍາມະກອນ ໃນວຽກງານການສ້ອມແປງນໍ້າແຕກ-ນໍ້າຮົ່ວ ບໍ່ພຽງພໍ ເນື່ອງຈາກຈໍານວນໜຶ່ງໄດ້ອອກໄປເຮັດວຽກໃໝ່, ການໃຊ້ແຮງງານບໍ່ມີຄວາມຫມັ້ນຄົງເຂົ້າໆ-ອອກໆ.
- ບັນຫາສະພາບການລັກໝໍ້ແທກນໍ້າ (ກົງເຕີນໍ້າ) ກໍາລັງແຜ່ລະບາດຫລາຍໃນປັດຈຸບັນ.
- ບັນຫາສະພາບການປັບລາຄາຄ່າກະແສໄຟຟ້າທີ່ປັບຂື້ນຢູ່ຕະຫລອດ, ປັບທຸກໆໄຕມາດ ແລະ ເປັນອັດຕາທີ່ສູງຢາກໃຫ້ຄິດໄລ່ອັດຕາຂອງລັດວິສາຫະກິດນໍ້າປະປາ ນວ ທຽບເທົ່າກັບອັດຕາຂອງພາກລັດທົ່ວໄປ.

