ພະແນກສຶກສາທິການ ແລະ ກິລາ ນວ ສະເໜີຂໍເພີ່ມງົບປະມານ ແລະ ຂໍໂຄຕ້າຄູເພີ່ມ ເພື່ອໃຫ້ ສສຊ ນຳໄປສະເໜີຕໍ່ລັດຖະບານ

ວັນທີ 28 ສິງຫາ 2023, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ, ນຳໂດຍທ່ານ ໄຊຄຳ ອຸ່ນມີໄຊ ແລະ ທ່ານ ນາງ ເກດມະນີ ບັນດາສັກ ສສຊ ເຂດ 1, ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນນະຄອນຫລວງຊຸດທີ II ໃຫ້ສະມາຊິກພັກ, ພະນັກງານພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ ພ້ອມທັງຟັງຄຳຄິດເຫັນ, ຄຳສະເໜີຂອງພະນັກງານລັດຖະກອນ ທີ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງປະເທດຊາດ.

ທ່ານ ສົມພອນ ສອນດາລາ ພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ ລາຍງານວ່າ: ການປະຕິບັດ 18 ຄາດໝາຍຂອງວຽກງານສຶກສາທິການແລະກິລາ ທີ່ສະພາແຫ່ງຊາດມອບໝາຍໃຫ້ ໃນສົກຮຽນ 2022-2023ຜ່ານມານັ້ນ, ສາມາດບັນລຸໄດ້ພຽງ 8 ຄາດໝາຍ ແລະ ມີ 10 ຄາດໝາຍທີ່ຍັງບໍ່ທັນບັນລຸໄດ້ຄື:. ອັດຕາການເຂົ້າຮຽນຂອງເດັກອາຍຸ 5 ປີ; ຈຳນວນເມືອງທີ່ບັນລຸອັດຕາເຂົ້າຮຽນຂອງເດັກ 5 ປີ ສູງກວ່າ 92% ປະຕິບັດໄດ້ 7 ເມືອງ ບໍ່ບັນລຸ 2 ເມືອງ; ອັດຕາຄ້າງຫ້ອງຂອງນັກຮຽນ ປ.1;. ອັດຕາການຄ້າງຫ້າງຊັ້ນປະຖົມສຶກສາ;. ອັດຕາປະລະການຮຽນຂອງນັກຮຽນຊັ້ນມັດທະຍົມຕອນຕົ້ນ; . ອັດຕາເຂົ້າຮຽນລວມຂອງນັກຮຽນຊັ້ນມັດທະຍົມຕອນປາຍ; . ອັດຕາປະລະການຮຽນຊັ້ນມັດທະຍົມຕອນປາຍ; . ສູ້ຊົນໃຫ້ຈໍານວນເມືອງທີ່ບັນລຸອັດຕາເຂົ້າຮຽນໃໝ່ຊັ້ນ ປ.5 ໄດ້ 100% ປະຕິບັດໄດ້ 4 ເມືອງ ບໍ່ບັນລຸ 4 ເມືອງ; . ຈໍານວນເມືອງທີ່ບັນລຸອັດຕາເຂົ້າຮຽນລວມໃໝ່ຊັ້ນ ມ.4 ຂອງນັກຮຽນຍິງ ສູງກວ່າ 92% ປະຕິບັດໄດ້ 5 ເມືອງ ຍັງບໍ່ບັນລຸ 3 ເມືອງ ແລະ ສົ່ງເສີມໃຫ້ນັກຮຽນທີ່ຮຽນຈົບມັດທະຍົມຕອນຕົ້ນໄດ້ເຂົ້າຮຽນສາຍອາຊີວະ ຊຶ່ງທັງໝົດນີ້ບໍ່ບັນລຸຕາມຄາດ ໝາຍທີ່ສະພາກຳນົດ
ຄຽງຄູ່ກັນນີ້, ພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ ຍັງໄດ້ສະເໜີຂໍດັດແກ້ 3 ຄາດໝາຍຮອດປີ 2025 ທີ່ຄາດວ່າຈະບໍ່ສາມາດບັນລຸໄດ້ຕາມຄາດໝາຍ; ພ້ອມທັງສະເໜີຂໍເພີ່ມງົບປະມານ ແລະ ຂໍໂຄຕ້າຄູເພີ່ມເຂົ້າໃນວຽກງານການສຶກສາ ແລະ ກິລາຕື່ມອີກ
ທ່ານ ໄຊຄຳ ອຸ່ນມີໄຊ ສສຊ ເຂດ 1 ໂອ້ລົມ ແລະ ເຜີຍແຜ່ຜັນຂະຫຍາຍ, ເຊື່ອມຊຶມຢ່າງກ້ວາງຂວາງກ່ຽວກັບບັນດາເນື້ອໃນ, ວຽກງານທີ່ສຳຄັນຜົນສຳເລັດກອງປະຊຸມ ໂດຍສະເພາະບັນຫາເສດຖະ ກິດການເງິນ, ໄພເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ບັນຫາຢາເສບຕິດ ທີ່ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງພະນັກງານ-ລັດຖະກອນ, ທະຫານ-ຕໍາຫລວດ ແລະ ປະຊາຊົນບັນດາເຜົ່າ, ເຊິ່ງລັດຖະບານໄດ້ເລັ່ງສຸມໃສ່ຄົ້ນຄວ້າແກ້ໄຂ. ພ້ອມທັງເນັ້ນໃຫ້ພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ ເພີ່ມທະວີເອົາໃຈໃສ່ຕໍ່ວຽກງານສຶກສາໃຫ້ບັນລຸຄາດໝາຍ, ນຳໃຊ້ເຕັກໂນໂລຊີເຂົ້າໃນການຮຽນ-ການສອນ ເພື່ອພັດທະນາການສຶກສາໃຫ້ກ້າວໜ້າທັນສະໄໝຍິ່ງຂຶ້ນ.
