ປືກສາຫາລື ການສະເໜີສໍາຫລວດ ຂຸດຄົ້ນ ແລະ ປຸງແຕ່ງແຮ່ເກືອໂປຕາສ ຢູ່ນະຄອນຫລວງວຽງຈັນ ເພື່ອບໍ່ໃຫ້ມີຜົນກະທົບຕໍ່ການຂະຫຍາຍຕົວເມືອງ

 
ວັນທີ 25 ສິງຫາ 2023, ກອງປະຊຸມປືກສາຫາລື ກ່ຽວກັບການສະເໜີຊອກຄົ້ນ, ສໍາຫລວດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ເກືອໂປຕາສ ຢູ່ນະຄອນຫລວງວຽງຈັນ, ເພື່ອບໍ່ໃຫ້ມີຜົນກະທົບຕໍ່ແຜນພັດທະນາ ຫລື ຂະຫຍາຍຕົວເມືອງຂອງນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມ ລະຫວ່າງ ທ່ານ ຄຳໂສ້ ກຸໂພຄຳ ຫົວໜ້າຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ບຸນທະວີ ສິນລາດຊະວົງ ຮອງຫົວໜ້າຫ້ອງວ່າການນະຄອນຫລວງ.
 
ຈຸດປະສົງຂອງການປະຊຸມໃນຄັ້ງນີ້ ແມ່ນເພື່ອປະຕິບັດຕາມທິດຊີ້ນໍາຂອງ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ກໍຄືທິດຊີ້ນໍາຂອງລັດຖະບານ ຕໍ່ກັບການພັດທະນາແຮ່ທາດ ແລະ ບໍ່ແຮ່ ໂດຍສະເພາະແມ່ນນະໂຍບາຍກ່ຽວກັບການພັດທະນາແຮ່ທາດ ໂດຍບໍ່ໃຫ້ສົ່ງຜົນກະທົບດ້ານລົບຕໍ່ຊຸມຊົນໃນຂອບເຂດທົ່ວປະເທດ ຫລື ໃຫ້ກະທົບໜ້ອຍທີ່ສຸດເວົ້າລວມ, ເວົ້າສະເພາະຢູ່ ນະຄອນຫລວງວຽງຈັນ ໂດຍສະເພາະແມ່ນການລົງທຶນພັດທະນາແຮ່ເກືອໂປຕາສ ແມ່ນນັບມື້ເພີ່ມຂຶ້ນ ແລະ ການຂະຫຍາຍຕົວເມືອງ ຂອງນະຄອນຫລວງວຽງຈັນ ກໍຄຽງຄູ່ກັນໄປ.
 
ທ່ານ ຄຳໂສ້ ກຸໂພຄຳ ຫົວໜ້າຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ກ່າວວ່າ: ປັດຈຸບັນ ສປປ ລາວ ສາມາດຜະລິດເປັນເກືຶອໂປຕາສ ທີ່ມີຄຸນນະພາບ 95% ຈໍານວນທັງໝົດ: 6.715.086 ໂຕນ, ມີມູນຄ່າທັງໝົດ: 1.606.887.699 ໂດລາສະຫະລັດ, ຊຶ່ງສ້າງລາຍຮັບໃຫ້ລັດຖະບານ ທັງໝົດ 179.704.416,53 ໂດລາສະຫະລັດ. ພ້ອມນັ້ນ, ຍັງໄດ້ອອກອະນຸຍາດໃຫ້ສໍາຫລວດ ຕື່ມອີກ ຈໍານວນ 7 ບໍລິສັດໂດຍປະຕິບັດຕາມເນື້ອໃນຂອງກົດໝາຍວ່າດ້ວຍແຮ່ທາດ ສະບັບເລກທີ 31/ສພຊ, ລົງວັນທີ 03 ພະຈິກ 2017 ມາດຕາ 23 ເຂດຫວງຫ້າມ ຂໍ້ 2 ເຂດທີ່ຢູ່ໃກ້ກັບຕົວເມືອງເຂດຊຸມຊົນ, ເນື້ອທີ່ຕິດພັນກັບຊິວິດການເປັນຢູ່ຂອງປະຊາຊົນ ຫລື ຢູ່ກ້ອງສິ່ງປູກສ້າງ ຫລື ເຂດສາທາລະນະ ຊຶ່ງເຫັນວ່າມີຄວາມສໍາຄັນ ຕໍ່ຜົນປະໂຫຍດຂອງຊາດ ເປັັນຕົ້ນແຫລ່ງທ່ອງທ່ຽວທາງປະຫວັັດສາດ, ວັດທະນະທໍາ, ທໍາມະຊາດ, ເຂດວັດຖຸບູຮານ, ເຂດປະຫວັັັດສາດ, ເຂດໂຄງລ່າງພື້ນຖານ, ເຂດຍຸດທະສາດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ເຂດທີ່ບໍ່ເໝາະສົມສໍາລັບການດຳເນີນກິດຈະການກ່ຽວກັບແຮ່ທາດ ແມ່ນເຫັນວ່າເຂດດັ່ງກ່າວນີ້ເປັນເຂດໃກ້ຕົວເມືອງ ໃນຕໍ່ໜ້າອາດມີການຂະຫຍາຍຕົວຂອງພົນລະເມືອງເພີ່ມຂື້ນ ແລະ ເພື່ອເປັນການຮັບປະກັນຄວາມປອດໄພດ້ານສິ່ງແວດລ້ອມຮອບດ້ານ ໃນໄລຍະຍາວ.
 
ສະເພາະການລົງທຶນພັດທະນາແຮ່ເກືອໂປຕາສ ມີທັງໝົດ 14 ບໍລິສັດ; ໃນນັ້ນມີ 7 ບໍລິສັດທີ່ໄດ້ເຊັນສັນຍາຊອກຄົ້ນ ແລະ ສໍາຫຼວດ ເກືອໂປຕາສ (ນະຄອນຫລວງວຽງຈັນ 3 ບໍລິສັດ, ແຂວງຄໍາມ່ວນ 2 ບໍລິສັດ, ແຂວງວຽງຈັນ 1 ບໍລິສັດ, ແຂວງບໍລິຄໍາໄຊ 1 ບໍລິສັດ ) ແລະ ອີກ 7 ບໍລິສັດ ທີ່ໄດ້ເຊັນສັນຍາສໍາປະທານຂຸດຄົ້ນ ແລະ ປຸງແຕ່ງແຮ່ເກືອໂປຕາສ (ນະຄອນຫລວງມີ 3 ບໍລິສັດ, ແຂວງຄໍາມ່ວນມີ 4 ບໍລິສັດ),