ຍົກສູງຄຸນນະພາບການບໍລິການຈັດຫາງານ ແລະ ສ້າງວຽກເຮັດງານທຳຂອງແຮງງານລາວ ໃນປັດຈຸບັນ ໃຫ້ມີລາຍຮັບທີ່ໝັ້ນຄົງເໝາະສົມ

ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຈັດກອງປະຊຸມສໍາມະນາການຍົກສູງຄຸນນະພາບການບໍລິການຈັດຫາງານຂອງວິສາຫະກິດບໍລິການຈັດຫາງານໃນຂອບເຂດທົ່ວປະເທດ ວັນທີ 21ສິງຫາ 2023 ທີ່ນະຄອນຫລວງວຽງຈັນ, ເປັນປະທານ ຂອງ ທ່ານ ພົງໄຊສັກ ອິນຖາລາດ, ຮອງລັດຖະມົນຕີກະຊວງ ຮສສ.
ກອງປະຊຸມ, ທ່ານ ພົງໄຊສັກ ອິນຖາລາດ ໄດ້ມີຄໍາເຫັນສະເໜີໃຫ້ຜູ້ເຂົ້າຮ່ວມຈົ່ງເອົາໃຈໃສ່ເກັບກໍາ, ຄົ້ນຄວ້າ, ປຶກສາຫາລື ແລະ ລົງເລິກ ຕໍ່ປະເດັນບັນດາເນື້ອໃນຄໍາຖາມເຈາະຈີ້ມທີ່ເປັນນະໂຍບາຍສົ່ງເສີມການບໍລິການຈັດຫາງານ ເພື່ອການເຂົ້າເຖິງການມີວຽກເຮັດຂອງແຮງງານລາວໃນປັດຈຸບັນ ແລະ ອະນາຄົດ ຄື:
1. ຄວນມີການກໍານົດມາດຖານ ແລະ ເງື່ອນໄຂໃນການຕິດຕາມ, ກວດກາ ແລະ ປະເມີນບັນດາວິສາຫະກິດບໍລິການຈັດຫາງານ ເພື່ອຮັບປະກັນຄຸນນະພາບຂອງການບໍລິການຈັດຫາງານຂອງວິສາຫະກິດ.
2. ຄວນມີມາດຕະການ, ວິທີການ ແລະ ກົນໄກ ຂອງບໍລິການຈັດຫາງານພາຍໃນ ເພື່ອແກ້ໄຂບັນຫາການມີວຽກເຮັດງານທໍາທີ່ໝັ້ນຄົງ, ມີລາຍ ໄດ້ທີ່ເໝາະສົມຂອງແຮງງານ ແລະ ການສະຫນອງແຮງງານພາຍໃນໃຫ້ພຽງພໍ ແລະ ສອດຄ່ອງກັບຄວາມຕ້ອງການຂອງຕະຫລາດແຮງງານພາຍໃນ ເພື່ອການພັດທະນາເສດຖະກິດ–ສັງຄົມ ຂອງປະເທດທີ່ເຂັ້ມແຂງ ແລະ ຍືນຍົງ.
3. ວິສາຫະກິດບໍລິການຈັດຫາງານ ຄວນມີວິທີການ ແລະ ການຮ່ວມມື ເພື່ອສາມາດເກັບກໍາຂໍ້ມູນ, ຂຶ້ນທະບຽນແຮງງານ, ຕິດຕາມ, ກວດກາ ແລະ ໃຫ້ການຊ່ວຍເຫຼືອແຮງງານທີ່ບໍລິສັດໄດ້ຈັດສົ່ງ ຫລື ສະຫນອງເຂົ້າສູ່ຕະຫລາດແຮງງານ ພາຍໃນ ແລະ ຢູ່ຕ່າງປະເທດ ໃຫ້ທັນກັບສະພາບ ລວມທັງສາມາດຊ່ວຍໃຫ້ແຮງງານເຂົ້າເຖິງການມີວຽກເຮັດງານທໍາແບບຍືນຍົງ ພາຍຫລັງສິ້ນສຸດສັນຍາການຈ້າງງານ.
4. ຫາກບໍລິສັດຈັດຫາງານເຄື່ອນໄຫວເອົາແຮງງານໄປເຮັດວຽກຢູ່ຕ່າງປະເທດໂດຍບໍ່ຖືກຕ້ອງຄວນດໍາເນີນມາດຕະການແນວໃດຕໍ່ການ ເຄື່ອນໄຫວດັ່ງກ່າວ.
5. ແກ້ໄຂຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ແລະ ສືບຕໍ່ອຳນວຍຄວາມສະດວກແຜນການໃນຕໍ່ໜ້າ ໃນການເຄື່ອນໄຫວບໍລິການຈັດຫາງານຂອງວິສາຫະກິດ ບໍລິການຈັດຫາງານ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນເປັນຢ່າງດີ.
ປັດຈຸບັນ, ສປປ ລາວ ໄດ້ມີ MOU ໃນລະບົບການຈ້າງແຮງງານຢູ່ 3 ປະທດ ຄື: ໄທ, ຍີປຸ່ນ ແລະ ເກົາຫລີ (ສຳລັບປະເທດມາເລເຊຍແມ່ນຍັງທົດລອງ) ແລະ ມີບັນດາ ວິສາຫະກິດ ບໍລິການຈັດຫາງານ ທີີ່ໄດ້ຮັບການອະນຸຍາດ ແລະ ເຄືີ່ອນໄຫວ ການບໍລິການຈັດຫາງານໂດຍ ກະຊວງແຮງງານ ແລະ ສະຫວັດດີການສັງຄົມທັງໝົດ: 48 ບໍລິສັດ (ອະນຸາດໃຫ້ເຄືີ່ອນໄຫວບໍລິການຈັດຫາງານພາຍໃນ ແລະ ໄປຕ່າງປະເທດ 43 ບໍລິສັດ ແລະ ເຄືີ່ອນໄຫວບໍລິການຈັດຫາງານພາຍໃນ ຈໍານວນ 5 ບໍລິສັດ).