ຄະນະຮັບຜິດຊອບຕ້ານແລ້ງ−ຕ້ານຖ້ວມ ກົມຊົນລະປະທານ ຊຸກຍູ້ປະຊາຊົນສ້ອມແປງຮາງລິນລະບົບຊົນລະປະທານນໍ້າແບງ ແຂວງອຸດົມໄຊ

ວັນທີ 26 ສິງຫາ 2023, ຄະນະຮັບຜິດຊອບ ຕ້ານແລ້ງ−ຕ້ານຖ້ວມ ກົມຊົນລະປະທານ ສົມທົບກັບພະແນກກະສິກໍາ ແລະ ປ່າໄມ້, ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງແບງ ແຂວງອຸດົມໄຊ, ພ້ອມກັນຊຸກຍູ້ປະຊາຊົນ ສ້ອມແປງຮາງລິນລະບົບຊົນລະປະທານນໍ້າແບງ ທີ່ເປ່ເພຍ້ອນຖືກກະທົບຈາກຝົນຕົກໜັກໃນຕົ້ນເດືອນສິງຫາຜ່ານມາ, ໂດຍໄດ້ປຸກລະດົມໃຫ້ປະຊາຊົນປະກອບສ່ວນແຮງງານ, ວັດຖຸທ້ອງຖິ່ນ, ສ່ວນເບື້ອງລັດແມ່ນປະກອບວັດຖຸທີ່ຈຳເປັນ ເປັນຕົ້ນແມ່ນ ທໍ່ PVC; ຜ່ານການສ້ອມແປງໃຊ້ເວລາ 1 ວັນແມ່ນສຳເລັດ ແລະ ສາມາດສົ່ງນໍ້າໄດ້ປົກກະຕິ; ຈາກນັ້ນ ຄະນະທີມງານກໍ່ໄດ້ໄປກວດກາພື້ນທີ່ໂຄງການອ່າງນໍ້າແຫງ ຊຶ່ງແມ່ນໂຄງການໜຶ່ງທີ່ມີແຜນຈະສຶກສາ, ສໍຳຫຼວດ−ອອກແບບ ເພື່ອກໍ່ສ້າງເປັນອ່າງເກັບນໍ້າ;

ທ່ານ ວິນວິໄລ ໄຊຍະພອນ ຮອງຫົວໜ້າກົມຊົນລະປະທານ ໄດ້ຊີ້ນໍາໃຫ້ຂະແໜງຊົນລະປະທານ ປະສານກັບ ໂຄງການພັດທະນາຊົນນະບົດຂະໜາດນ້ອຍ ພາກເໜືອ (NRI) ຄິດໄລ່−ອອກແບບລະອຽດ ຈຸດຮາງລິນທີ່ເປ່ເພ ເພື່ອຂໍອະນຸມັດທຶນຈາກໂຄງການສ້ອມແປງໃຫ້ຖາວອນ ທັນຮັບໃຊ້ໃນລະດູແລ້ງທີ່ຈະມາເຖິງ.