ອຸບັດຕິເຫດລົດໃຫຍ່ຕຳລົດຈັກ ມີຄົນ ເສຍຊີວິດ ແລ້ວຫລົບໜີໄປ ສຸດທ້າຍໄປ ບໍ່ລອດຖືກເຈົ້າໜ້າທີ່ນຳຈັບຕົວມາດຳເນີນຄະດີ

ວັນທີ 21 ສິງຫາ 2023 ເວລາ 11:00 ໂມງ, ເຈົ້າໜ້າທີ່ຕຳຫລວດຈະລາຈອນ ໄດ້ຮັບແຈ້ງຄວາມຈາກພົນລະເມືອງດີວ່າມີອຸບັດຕິເຫດລົດໃຫຍ່ຕຳລົດຈັກ ແລະ ມີຄົນເສຍຊີດວິດ ຄາທີ່ 1 ຄົນ ຢູ່ເສັ້ນທາງເລກທີ 15A, ເຂດບ້ານໜອງໃສ ເມືອງສາລະວັນ ແຂວງສາລະວັນ. ຈາກນັ້ນເຈົ້າໜ້າທີ່ໄດ້ຮີບຮ້ອນລົງໄປກວດກາຊັນນະສູດວັດແທກສະຖານທີ່ເກີດເຫດເກັບກຳຂໍ້ມູນຫລັກຖານເບື້ອງຕົ້ນພົບເຫັນຄົນເສຍຊີວິດຄາທີ່ 1 ຄົນ ພ້ອມລົດຈັກ 1 ຄັນ, ສີດຳແດງ, ຍີ່ຫໍ້ຮອນດ້າ, ໝາຍເລກທະບຽນ ຈຕ 1343 ເອກະຊົນລາວ ອອກຊື່ ທ້າວ ລາຍ, ອາຍຸ 33 ປີ, ບ້ານໜອງໂງ່ງ ເມືອງວາປີ ແຂວງສາລະວັນ, ສ່ວນລົດຄູ່ກໍລະນີແມ່ນໄດ້ຫລົບໜີໄປ.
ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງຮີບຕິດຕາມ ແລະ ປະສານກັບພາກສ່ວນຕ່າງໆ ເພື່ອຊອກຫາລົດຕ້ອງສົງໃສດັ່ງກ່າວ ຈາກນັ້ນ ບໍ່ດົນໄດ້ຮັບແຈ້ງວ່າພົບລົດຕ້ອງສົງໃສເປັນປະເພດລົດບັນທຸກແລ່ນມາຈອດປະໄວ້ຫ່າງຈາກສະຖານທີ່ເກີດເຫດ ປະມານ 10 ກິໂລແມັດ ສ່ວນຜູ້ຂັບຂີ່ແມ່ນບໍ່ພົບເຫັນໄດ້ເອົາຕົວຫລົບໜີ.
ມາຮອດວັນທີ 22 ສິງຫາ ເຈົ້າໜ້າທີ່ໄດ້ຂໍ້ມູນວ່າລົດບັນທຸກທີ່ເກີດອຸບັດເຫດນັ້ນແມ່ນລົດຂອງບໍລິສັດ ໄຊຊະນະ ຄອນກີດ ເປັນລົດບັນທຸກ 10 ລໍ້ ຍີ່ຫໍ້ຮຸນໄດ ສີຂາວ ໝາຍເລກທະບຽນ ບຂ 4077 ທຸລະກິດ ກຳແພງນະຄອນ, ຂັບຂີ່ໂດຍທ້າວກົດ ອາຍຸ 33 ປີ ອາຊີບຂັບລົດ ບ້ານຢູ່ລົມສັກເໜື, ເມືອງບາຈຽງ, ແຂວງຈຳປາສັກ, ຈາກນັ້ນຈຶ່ງປະສານຫາເຈົ້າໜ້າທີ່ຕຳຫລວດຈະລາຈອນ ປກສ ແຂວງຈຳປາສັກ ເພື່ອຕິດຕາມເປົ້າໝາຍຊ່ວຍ ແລະ ສາມາດກັກຕົວຜູ້ກ່ຽວໄດ້ຢູ່ ໃນແຂວງຈຳປາສັກ ແລະ ນຳຕົວຜູ້ກ່ຽວມາດຳເນີນຄະດີຕາມລະບຽບກົດໝາຍ ຢູ່ທີ່ກອງບັນຊາການ ປກສ ແຂວງສາລະວັນ.