ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນສິງຫາ 2023 ຈະປຶກສາຫາລືເລັ່ງເອົາໃຈໃສ່ 8 ວຽກງານສໍາຄັນ ແລະ ຈຳເປັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນສິງຫາ 2023 ດຳເນີນໄປແຕ່ວັນທີ 24 – 25 ສິງຫາ 2023, ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີເປັນປະທານ. ເຊິ່ງຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນໃສ່ 8 ຫົວຂໍ້ ທີ່ສໍາຄັນ ແລະ ຈຳເປັນ ໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບບັນດາວຽກຈຸດສຸມຂອງສອງວາລະແຫ່ງຊາດທີ່ສະພາແຫ່ງຊາດ ໄດ້ຮັບຮອງຄື: ການແກ້ໄຂບັນຫາລວມຂອງຊາດ ດັ່ງນີ້:

1. ລາຍງານກ່ຽວກັບບົດສະຫລຸບວຽກງານພົ້ນເດັ່ນ ຂອງລັດຖະບານ, ຊຶ່ງລວມມີ: ສະຫລຸບວຽກງານພົ້ນເດັ່ນປະຈຳເດືອນສິງຫາ ແລະ ທິດທາງແຜນການ ປະຈຳເດືອນກັນຍາ 2023 ຂອງລັດຖະບານ; ລາຍງານສະພາບພົ້ນເດັ່ນວຽກງານປ້ອງກັນປະເທດ; ລາຍງານສະພາບພົ້ນເດັ່ນວຽກງານປ້ອງກັນຄວາມສະຫງົບ; ລາຍງານສະພາບພົ້ນເດັ່ນວຽກງານການຕ່າງປະເທດ; ແລະ ລາຍງານຄວາມຄືບໜ້າການກະກຽມ ຈັດປີທ່ອງທ່ຽວລາວ ປີ 2024.

2. ລາຍງານສະພາບຜົນເສຍຫາຍຈາກໄພພິບັດທຳມະຊາດ (ຝົນຕົກ), ການແກ້ໄຂຜ່ານມາ ແລະ ສະ ເໜີມາດຕະການແກ້ໄຂສະເພາະໜ້າ ແລະ ແຜນຮັບມືກັບໄພພິບັດ ແຕ່ນີ້ຮອດທ້າຍປີ 2023.

3. ລາຍງານຄວາມຄືບໜ້າການຈັດຕັ້ງຜັນຂະຫຍາຍຄຳສັ່ງ ວ່າດ້ວຍການຈັດຕັ້ງປະຕິບັດ ການຄຸ້ມຄອງເງິນຕາຕ່າງ ປະເທດ ເລກທີ 10/ນຍ, ລົງວັນທີ 14 ກໍລະກົດ 2023 ແລະ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ແລະ ນະໂຍບາຍສິນເຊື່ອ ເພື່ອກະຈາຍແຫຼ່ງທຶນຢູ່ທ້ອງຖິ່ນ ເລກທີ 93/ນຍ, ລົງວັນທີ 14 ກໍລະກົດ 2023, ລວມທັງ ການສະເໜີບັນຊີໂຄງ ການຕົວຈິງ ທີ່ຈະປະຕິບັດຮັບນະໂຍບາຍ ຕາມໂຄງການບູລິມະສິດຂອງຂະແໜງການ.

4. ລາຍງານກ່ຽວກັບ ຜົນການປະເມີນຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການລົງທຶນບໍ່ແຮ່ ທີ່ລັດຖະບານໄດ້ອະນຸມັດຜ່ານມາ.

5. ລາຍງານຜົນການເຂົ້າຮ່ວມກອງປະຊຸມປະຈຳປີ ຂອງກຸ່ມອາຊີປາຊີຟິກ ເພື່ອຕ້ານການຟອກເງິນ (APG Annual Meeting) ກ່ຽວກັບການປະເມີນຜົນວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ.

6. ພິຈາລະນາຮ່າງກົດໝາຍ ວ່າດ້ວຍການປິ່ນປົວ (ສະບັບສ້າງໃໝ່).

7. ພິຈາລະນາຮ່າງກົດໝາຍ ວ່າດ້ວຍການທ່ອງທ່ຽວ (ສະບັບປັບປຸງ).

8. ລາຍງານການກະກຽມຄວາມພ້ອມ ຈັດກອງປະຊຸມລັດຖະບານ ຮ່ວມກັບສະພາການຄ້າ ແລະ ພາກທຸລະກິດ.