ແຂວງ ໄຊຍະບູລີ ໂຈະການອະນຸຍາດນຳເຂົ້າພືດຜັກ ແລະ ໝາກໄມ້ຫລາຍກວ່າ 40 ຊະນິດ ເຮັດໃຫ້ຫລຸດການນຳເຂົ້າໄດ້ເຖິງ 28%

ທ່ານ ນາງ ຄໍາມີ ຈັນທິບ ຫົວໜ້າ ພະແນກ ແຜນການ ແລະ ການລົງທຶນແຂວງ ໄຊຍະບູລີ ໄດ້ ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາປະຊາຊົນແຂວງ ຊຸດທີ II ໃນວັນທີ 23 ສິງຫາ 2023 ວ່າ: ຜ່ານມາແຂວງໄຊຍະບູລີໄດ້ມີຄວາມພະຍາຍາມຈໍາກັດການນໍາເຂົ້າສິນຄ້າກະສິກຳ ເພື່ອສົ່ງເສີມສິນຄ້າພາຍໃນທີ່ສາມາດຜະລິດໄດ້, ຈຶ່ງໄດ້ໂຈະການອະນຸຍາດນຳເຂົ້າພືດຜັກ 30 ຊະນິດ, ໝາກໄມ້ 12 ຊະນິດ, ເຮັດໃຫ້ຫລຸດການນຳເຂົ້າພືດຜັກ ແລະ ໝາກໄມ້ໄດ້ເຖິງ 28% ແລະ ຫລຸດການນໍາເຂົ້າສັດ,ຜະລິດຕະພັນສັດໄດ້ 6%,  ເພື່ອຄໍ້າປະກັນສະບຽງອາຫານໃຫ້ພຽງພໍປີ 2022 ຜ່ານມາ ສູ້ຊົນຜະລິດເຂົ້າໄດ້ 194.892 ໂຕນ, ເພີ່ມຂຶ້ນ 1,76%, ຜະລິດພືດສະບຽງໄດ້ 127.684 ໂຕນ, ການຜະລິດພືດເປັນສິນຄ້າບັນລຸໄດ້  2 ລ້ານກວ່າໂຕນ, ການລ້ຽງສັດຂະຫຍາຍຕົວຢ່າງຕໍ່ເນື່ອງ, ການສົ່ງອອກສັດເປັນສິນຄ້າປະເພດ ງົວ ຄວາຍ ແລະ ໝູ ເພີ່ມຂຶ້ນ 10%; ຄຸ້ມຄອງການສົ່ງອອກສິນຄ້ຜະລິດຕະພັນກະສິກໍາໄປຕ່າງປະເທດ ມີມູນຄ່າທັງໝົດ 256 ລ້ານກວ່າໂດລາ ແລະ ມູນຄ່ານຳເຂົ້າສິນຄ້າຈາກຕ່າງປະເທດ 200 ລ້ານກວ່າໂດລາ; ເອົາໃຈໃສ່ຄຸ້ມຄອງຄຸນນະພາບ ແລະ ໂຄງສ້າງລາຄາສິນຄ້າໃນ 5 ໝວດ, 34 ລາຍການ, ຄຸ້ມຄອງ ແລະ ຊຸກຍູ້ບັນດາບໍລິສັດ, ທີ່ໄດ້ຮັບອານຸຍາດສໍາຫລວດ, ຊອກຄົ້ນ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ໃຫ້ປະຕິບັດຕາມສັນຍາ, ສາມາດສ້າງລາຍຮັບລ່ວງໜ້າໃຫ້ລັດ  720.000 ໂດລາສະຫະລັດ ແລະ 29 ຕື້ກ່ວາກີບ;

ເອົາໃຈໃສ່ຕິດຕາມ, ຄຸ້ມຄອງ, ຊຸກຍູ້ການກໍ່ສ້າງ, ສ້ອມແປງ ແລະ ພັດທະນາໂຄງລ່າງພື້ນຖານ ແລະ ການຂົນສົ່ງ ສຸມໃສ່ບູລະນະສ້ອມແປງທາງຫລວງແຫ່ງຊາດ 8 ເສັ້ນ ຍາວ 438 ກິໂລແມັດ ປະຕິບັດໄດ້ 30,56%, ໄດ້ສະເໜີຍົກລະດັບ ເສັ້ນທາງຫລວງທ້ອງຖິ່ນ ຂຶ້ນເປັນທາງຫລວງແຫ່ງຊາດ 2 ເສັ້ນ, ກໍ່ສ້າງຍົກລະດັບເສັ້ນທາງທີ່ຕິດພັນກັບການຂົນສົ່ງສິນຄ້າກະສິກໍາ ຈາກຊົນນະບົດ ສູ່ຕົວເມືອງ 7 ເສັ້ນ; ຊຸກຍູ້ການພັດທະນາແຫລ່ງທ່ອງທ່ຽວທາງດ້ານທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳ ໃນບ່ອນທີ່ມີທີ່ທ່າແຮງ;  ຂະຫຍາຍເຄືອຂ່າຍໂທລະຄົມມະນາຄົມໄປເຖິງບ້ານທີ່ມີສັນຍານ ໄດ້ແລ້ວ 425 ບ້ານ ແລະ 401ບ້ານທີ່ມີສັນຍານອິນເຕີເນັດ,   ເພີ່ມທະວີຄຸ້ມຄອງ ແລະ ຕ້ານການຮົ່ວໄຫລຂອງລາຍຮັບງົບປະມານ ໂດຍນໍາໃຊ້ເຄື່ອງມືທີ່ທັນສະໄໝ, ອັດຊ່ອງວ່າງການຮົ່ວໄຫລ ແລະ ປະຕິບັດຕາມນະໂຍ ບາຍໃໝ່ ເພື່ອສ້າງລາຍຮັບຕາມທິດຍືນຍົງ ຮັບປະກັນການເພີ່ມຂຶ້ນຂອງລາຍຮັບພາຍໃນ, ດຶງດູດການລົງທຶນ ດ້ວຍການສ້າງບັນຊີຮຽກການລົງທຶນ 123 ໂຄງການໃນ 8 ຂະແໜງການ.