ແຮງງານລາວ ຍັງມີຄວາມຕ້ອງການໄປເຮັດວຽກຢູ່ຕ່າງປະເທດ ເພີ່ມຂຶ້ນຕໍ່ເນື່ອງ ໂດຍສະເພາະແມ່ນ ປະເທດໄທ, ສ ເກົາຫລີ ແລະ ຍີ່ປຸ່ນ

ວັນທີ 23 ສິງຫາ 2023, ທ່ານ ບຸນສວນ ໄຊຍະສິນ ຫົວໜ້າພະແນກຈັດຫາງານໄປຕ່າງປະທດ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ສຳພາດວ່າ: ຜ່ານມາ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ (MOU) ຮ່ວມກັບປະເທດໄທ, ສ ເກົາຫລີ ແລະ ຍີ່ປຸ່ນ. ໃນນັ້ນ, ລາຊະອານາຈັກໄທ ເປັນປະເທດອັນດັບ1 ທີ່ແຮງງານລາວເຂົ້າໄປເຮັດວຽກເປັນຈຳນວນຫລາຍ ເຊິ່ງກົມການຈັດຫາງານ ໄດ້ຈັດສົ່ງແຮງງານລາວໄປໃນລະບົບ ນັບແຕ່ເປີດປະເທດ ໃນເດືອນ ມີນາ 2022 ຫາ ເດືອນມິຖຸນາ 2023 ຈັດສົ່ງໄດ້ທັງໝົດ 96.800 ກ່ວາຄົນ, ຍິງ 53.800 ກວ່າຄົນ. ສຳ ລັບ ການຈັດສົ່ງແຮງງານໄປເຮັດວຽກຢູ່ ສ ເກົາຫລີ ແມ່ນຈັດຕັ້ງປະຕິບັດໂດຍຜ່ານ 2 ລະບົບ ຄື: ລະບົບການອະນຸຍາດຈ້າງງານ(EPS) ແລະ ລະບົບແຮງງານຕາມລະດູການ(SWP), ນັບແຕ່ຕົ້ນປີ 2022 ຫາ ເດືອນມິຖຸນາ 2023 ສາມາດຈັດສົ່ງໄດ້ທັງໝົດ 2.600 ກວ່າຄົນ, ຍິງ 860 ກວ່າຄົນ. ໃນນັ້ນ, ລະບົບການຈ້າງງານ 990 ກວ່າຄົນ, ຍິງ 100 ກວ່າຄົນ ແລະ ລະບົບຕາມລະດູການ 1.670 ກ່ວາຄົນ, ຍິງ 760 ກວ່າຄົນ. ສ່ວນການຈັດສົ່ງແຮງງານລາວໄປປະເທດ ຍີ່ປຸ່ນນັບແຕ່ຕົ້ນປີ 2022 ຫາ ເດືອນມິຖຸນາ 2023 ສາມາດຈັດສົ່ງແຮງງານ ໄດ້ທັງໝົດ 720 ຄົນ, ຍິງ 255 ຄົນ.
ພາຍຫລັງສົ່ງແຮງງານໄປແລ້ວ ກໍໄດ້ມີການຕິດຕາມ ແລະ ຄຸ້ມຄອງ ແຮງງານຢ່າງເປັນລະບົບ ໂດຍໄດ້ແຕ່ງຕັ້ງຜູ້ຊ່ວຍທູດທາງດ້ານແຮງງານ ໄປປະຈຳຢູ່ປະເທດຮັບແຮງງານ ໂດຍສະເພາະປະເທດໄທ ເພື່ອເຮັດໜ້າທີ່ຕິດຕາມ ແລະ ຄຸ້ມຄອງແຮງງານ ໃຫ້ເຮັດວຽກຖືກຕາມກົດໝາຍ ແລະ ປອດໄພ. ນອກນັ້ນ, ຍັງໄດ້ກຳນົດພາລະບົດບາດ ແລະ ໜ້າທີ່ ໃຫ້ບັນດາບໍລິສັດ, ອົງການຈັດສົ່ງ ໂດຍສະເພາະວິສາຫະກິດຈັດຫາງານ ຕ້ອງເຮັດໜ້າທີ່ ໃນການຕິດຕາມຄຸ້ມຄອງ ແຮງງານທີ່ໄດ້ສົ່ງໄປຕາມຫົວໜ່ວຍແຮງງານຕ່າງໆ ໃນກໍລະນີມີບັນຫາໃດໜຶ່ງເກີດຂຶ້ນ ບໍລິສັດຕ້ອງເປັນຜູ້ຮັບຜິດຊອບໃນການແກ້ໄຂບັນຫາດັ່ງກ່າວ ໂດຍການປະທານສົມທົບກັບນາຍຈ້າງ ແລະ ອົງການປົກຄອງທີ່ກ່ຽວຂ້ອງຂອງປະເທດນັ້ນໆ. ສ່ວນປະເທດທີ່ບໍ່ມີຜູ້ຊ່ວຍທູດທາງດ້ານແຮງງານ ເປັນຕົ້ນ ຍີ່ປຸ່ນ ແລະ ສ ເກົາ ຫລີ ແມ່ນອາໄສ ສະຖານທູດລາວ ປະຈຳຢູ່ປະເທດນັ້ນ, ເປັນຜູ້ຊ່ວຍເຮັດໜ້າທີ່ຕິດຕາມ ແລະ ຄຸ້ມຄອງແຮງງານດັ່ງກ່າວ.

