6 ເດືອນຕົ້ນປີ 2023 ແຂວງເຊກອງ ຜະລິດ ແລະ ສົ່ງອອກແຮ່ຖ່ານຫີນ 1 ລ້ານກວ່າໂຕນ ຂຸດຄົ້ນແຮ່ຄໍາຫລາຍກວ່າ 6 ພັນແມັດກ້ອນ

ທ່ານ ຄໍາແສນ ພະສະແຫວງ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງເຊກອງ ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາປະຊາຊົນແຂວງເຊກອງ ຊຸດທີ II ໃນວັນທີ 23 ສິງຫາ 2023ວ່າ: ພະແນກພະລັງງານ ແລະ ບໍ່ແຮ່, ລັດວິສາຫະກິດໄຟຟ້າລາວສາຂາແຂວງເຊກອງ ໄດ້ສຸມໃສ່ຂະຫຍາຍໄຟຟ້າແຮງຕໍ່າທັງໃນຕົວເມືອງ ແລະ ເຂດຊົນນະບົດຫ່າງໄກສອກຫລີກ ໂດຍສະເພາະຢູ່ 2 ເມືອງພູດອຍຄື: ເມືອງກະລຶມ ແລະ ເມືອງດາກຈຶງ ເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ກະແສໄຟຟ້າຢ່າງທົ່ວເຖິງ. ປັດຈຸບັນທົ່ວແຂວງເຊກອງ ມີລະບົບຕາຂ່າຍໄຟຟ້າ 22 KV ຄວາມຍາວທັງໝົດ 948,39 Km/ວົງຈອນ, ລະບົບຕາຂ່າຍ 0,4 KV ຄວາມຍາວ 427,75 Km/ວົງຈອນ; ສຳເລັດການຕິດຕັ້ງໝໍ້ແປງໃນເທສະບານເມືອງທັງ 4 ເມືອງ ແລະ ບ້ານກວມເອົາ 82,82%; ມີບ້ານໄດ້ຊົມໃຊ້ໄຟຟ້າ (ໃນລະບົບ ແລະ ນອກລະບົບ) ທັງໝົດ 164 ບ້ານ ກວມ 81,18% ແລະ 18.870 ຫລັງຄາເຮືອນ ກວມເອົາ 85,34% ຂອງຫລັງຄາເຮືອນທົ່ວແຂວງ (ແຜນ 2025 ໃຫ້ກວມ 90%).
ນອກຈາກ ການຂະຫຍາຍໄຟຟ້າແລ້ວ ຂະແໜງພະລັງງານ ແລະ ບໍ່ແຮ່ ຍັງໄດ້ເອົາໃຈໃສ່ໃນການຄຸ້ມຄອງໂຄງການທີ່ນອນໃນຄວາມຮັບຜິດຊອບ ໂດຍສະເພາະໂຄງການທີ່ເປັນຍຸດທະສາດທາງດ້ານເສດ ຖະກິດ, ໂຄງການຂຸດຄົ້ນບໍ່ແຮ່ ແລະ ຂຸດຄົ້ນ-ປຸງແຕ່ງ ໃຫ້ປະຕິບັດຕາມສັນຍາ ແລະ ລະບຽບກົດໝາຍ ພ້ອມທັງມີມາດຕະຖານ, ຄຸນນະພາບ, ເປັນມິດຕໍ່ສິ່ງແວດລ້ອມ ຕິດພັນກັບການພັດທະນາສີຂຽວ ແລະ ຍືນຍົງ. ໃນ 6 ເດືອນຕົ້ນປີ 2023 ສາມາດຜະລິດ ແລະ ສົ່ງອອກແຮ່ທາດ ເປັນຕົ້ນ: ແຮ່ຖ່ານຫີນ 1 ລ້ານກວ່າໂຕນ ແລະ ການຂຸດຄົ້ນແຮ່ຄໍາ 6.080 ແມັດກ້ອນ ເປັນແຮ່ດິບທີ່ມີດິນ ແລະ ຫີນເຈືອປົນ.

