ຈະລາຈອນເບິ່ງຄືນການເມີນເສີຍ ໜ້າທີ່ຂອງຜູ້ປະຈຳປ້ອມ

ໂດຍ: ທ່ຽງທຳ
ສະບາຍດີ ເພື່ອນຜູ້ອ່ານທີ່ຮັກແພງ, ຫຼາຍຄົນຜູ້ຢູ່ນະຄອນຫຼວງວຽງຈັນກໍອາດຈະມັກພົບເຫັນການເມີນເສີຍໜ້າທີ່ຂອງຜູ້ປະຈຳການບາງຄົນຢູ່ປ້ອມຍາມໃນຈຸດ 3 ແຍກ, 4 ແຍກ ແລະ ບ່ອນແອອັດຕ່າງໆ ເຊິ່ງຕາມການເດົາບໍ່ຜິດ, ໃນການປະຕິບັດໜ້າທີ່ດັ່ງກ່າວຕົ້ນຕໍກໍເພື່ອຕິດຕາມ, ຄວບຄຸມ ແລະ ລະບາຍການຈະລາຈອນໃນເວລາຊົ່ວໂມງເລັ່ງດ່ວນ ແລະ ມີສະພາບລົດແອອັດ ເພື່ອພະຍາຍາມເຮັດແນວໃດບໍ່ໃຫ້ການສັນຈອນໃນເສັ້ນທາງຕ່າງໆດັ່ງກ່າວເປັນອຳມະພາດ ຫຼື ໃນເວລາໄຟອຳນາດເປ່ເພ, ຕິດຂັດອື່ນໆກໍຕ້ອງອອກມາບົ່ງບອກການສັນຈອນຂອງຜູ້ໃຊ້ລົດໃຊ້ຖະໜົນໃຫ້ມີຄວາມປອດໄພ. ແຕ່ກົງກັນຂ້າມ, ໃນຜ່ານມານີ້ກໍຍັງມີເຈົ້າໜ້າທີ່ບາງຄົນທີ່ປະຈຳການຢູ່ບາງແຫ່ງຍັງຖືເບົາ ແລະ ເມີນເສີຍຕໍ່ການປະຕິບັດໜ້າທີ່ດັ່ງກ່າວ, ບາງຄັ້ງເຫັນມີຫຼາຍຈຸດ 3 ແຍກ, 4 ແຍກ, ມີລົດຕິດເປັນສາຍຍາວຢຽດ ແຕ່ເບິ່ງເຈົ້າໜ້າທີ່ເພິ່ນຜູ້ຢູ່ປ້ອມຍາມກໍບໍ່ໄດ້ເອົາໃຈໃສ່ພໍປານໃດ, ປະປ່ອຍໃຫ້ສະພາບການສັນຈອນແອອັດນັ້ນແກ່ຍາວໄປນັບຫຼາຍສິບນາທີ. ເວົ້າແນວນີ້ກໍບໍ່ແມ່ນຕີລວາດກວາດພຽງດອກ, ສິ່ງສຳຄັນກໍຢາກເຕືອນໃຫ້ເຈົ້າໜ້າທີ່ຜູ້ຍັງບໍ່ທັນມີຄວາມຂະຫຍັນກໍຈະຕ້ອງໄດ້ເພີ່ມທະວີປັບປຸງກໍ່ສ້າງຕົນເອງໃຫ້ກາຍເປັນນັກຮົບຜູ້ເຂັ້ມແຂງ ແລະ ກາຍເປັນທີ່ເພິ່ງຂອງປະຊາຊົນຢ່າງແທ້ຈິງ. ທັງນີ້ກໍເພື່ອຄວາມສະຫງົບສຸກ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ. ອີກບໍ່ດົນພວກເຮົາກໍຈະກ້າວສູ່ການເປີດປີທ່ອງທ່ຽວລາວ. ດັ່ງນັ້ນ ດ້ານການເພີ່ມທະວີປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພຂອງການຈະລາຈອນຍິ່ງມີຄວາມສຳຄັນ ເພື່ອຜູ້ໄປໄທມາມີຄວາມສະດວກສະບາຍ, ສ້າງສີສັນອັນປະທັບໃຈໃຫ້ປະເທດເຮົາສູງເດັ່ນຂຶ້ນເລື້ອຍໆ.

