ອົດສະຕຣາລີ ມອບເຄື່ອງຊ່ວຍເຫລືອລ້າໃຫ້ ສປປ ລາວ ເພື່ອຕອບໂຕ້ໄພພິບັດສຸກເສີນ ລວມມູນຄ່າ 120.000 ໂດລາອົດສະຕຣາລີ

ວັນທີ 21 ສິງຫາ 2023, ທ່ານ ໂພລ ແຄລີ ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ມອບເຄື່ອງຊ່ວຍເຫລືອວຽກງານດ້ານມະນຸດສະທຳ ມູນຄ່າ 120.000 ໂດລາອົດສະຕຣາລີ ລວມມີ ຊຸດອະນາໄມ 180 ຊຸດ, ຊຸດເຄື່ອງຄົວ 368 ຊຸດ, ຜ້າຫົ່ມ 800 ຜືນ, ມຸ້ງ 1.600 ດາງ, ສາດຢາງ 900 ຜືນ, ເຊິ່ງສາມາດຊ່ວຍເຫລືອຜູ້ໄດ້ຮັບຜົນກະທົບຫລາຍກວ່າ 2.000 ຄົນ, ໃຫ້ລັດຖະບານ ສປປ ລາວ, ເພື່ອສ້າງຄວາມເຂັ້ມແຂງໃນການກຽມຄວາມພ້ອມຮັບມືກັບໄພພິບັດສຸກເສີນ, ທັນກັບຄວາມຕ້ອງການຂອງລັດຖະບານລາວ, ໃນຂະນະທີ່ລັດຖະບານລາວກຳລັງຕອບໂຕ້ກັບໄພນ້ຳຖ້ວມທີ່ກຳລັງເກີດຂຶ້ນຢູ່ຫລາຍພາກຂອງປະເທດ ແລະ ລັດຖະບານອົດສະຕຣາລີ ຍິນດີທີ່ໄດ້ສະໜັບສະໜູນລັດຖະບານລາວ
ເຄື່ອງຊ່ວຍເຫລືອດັ່ງກ່າວໄດ້ຈັດສົ່ງໂດຍເຮືອບິນຂອງກອງທັບອາກາດອົດສະຕຣາລີ ມາລົງຢູ່ສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ, ເຊິ່ງທ່ານ ລີປາວ ຢາງ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຕາງໜ້າລັດຖະບານລາວ ກ່າວຮັບ, ໂດຍມີພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

