ທ່ານ ມະໄລທອງ ກົມມະສິດ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີ ເສດຖະກິດອາຊຽນ (AEM) ຄັ້ງທີ 55 ເພື່ອຫາລືຮ່ວມມືເຊື່ອມໂຍງທາງດ້ານເສດຖະກິດອາຊຽນ

ວັນທີ 18-22 ສິງຫາ 2023, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ທັງເປັນລັດຖະມົນຕີເສດຖະກິດອາຊຽນ ຂອງ ສປປ ລາວ ພ້ອມຄະນະໄດ້ ເຂົ້າຮ່ວມກອງປະ ຊຸມລັດຖະມົນຕີ ເສດຖະກິດອາຊຽນ (AEM) ຄັ້ງທີ 55 ແລະ ກອງປະຊຸມກ່ຽວຂ້ອງ, ເຊິ່ງຈັດຂຶ້ນທີ່ເມືອງ ເຊີມາຮັງ ປະເທດ ອິນໂດເນເຊຍ, ມີທ່ານ Zulkifli Hasan, ລັດຖະມົນຕີກະຊວງການຄ້າ ອິນໂດເນເຊຍ ໃນນາມເປັນປະທານໝູນວຽນອາຊຽນ ໃນປີ 2023 ເປັນປະທານ.

ກອງປະຊຸມຄັ້ງນີ້ປະກອບມີກອງປະຊຸມລະດັບລັດຖະມົນຕີ ທັງໝົດ 20 ກອງປະຊຸມ, ໃນນີ້ ມີກອງປະຊຸມລັດຖະມົນຕີພາຍໃນອາຊຽນ 5 ກອງປະຊຸມ ຄື: ກອງປະຊຸມສະພາເຂດການຄ້າເສລີອາຊຽນ ຄັ້ງທີ 37; ກອງປະຊຸມສະພາເຂດການລົງທຶນອາຊຽນ ຄັ້ງທີ 26; ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນຄັ້ງທີ 55 ແລະ ກອງປະຊຸມລັດຖະມົນຕີເສດຖະກິດກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ ຄັ້ງທີ 15; ກອງປະຊຸມພົບປະລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນກັບສະພາທີ່ປຶກສາທຸລະກິດອາຊຽນ. ກອງປະຊຸມພົບປະລະຫວ່າງ ອາຊຽນ ກັບ ປະເທດຄູ່ເຈລະຈາ ເຊັ່ນ: ກອງປະຊຸມລັດຖະມົນຕີເສດຖະກິດອາຊີຕາເວັນອອກຄັ້ງທີ 11; ກອງປະຊຸມລັດຖະມົນຕີສັນຍາຮ່ວມມືເສດຖະກິດແບບຮອບດ້ານລະດັບພາກພື້ນ (Regional Comprehensive Economic Partnership: RCEP) ຄັ້ງທີ 2 ແລະ ກອງປະຊຸມປຶກສາຫາລືລະຫວ່າງລັດຖະມົນຕີເສດຖະກິດອາຊຽນ ເເລະ ຄູ່ຮ່ວມເຈລະຈາ ເຊັ່ນ: ອົດສະຕາລີ ແລະ ນິວຊີແລນ; ລັດເຊຍ; ການາດາ; ສະຫະລັດອາເມລິກາ; ອິນເດຍ; ຍີ່ປຸ່ນ; ອັງກິດ; ສ.ເກົາຫຼີ; ສປ ຈີນ; ຮົງກົງຂອງຈີນ; ອີຢູ; ແລະ ອາຊຽນ+3, ເພື່ອປຶກສາຫາລືກ່ຽວກັບຄວາມຄືບໜ້າຂອງການຮ່ວມມືໃນການເຊື່ອມໂຍງທາງດ້ານເສດຖະກິດອາຊຽນ ໂດຍສະເພາະຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນວຽກບູລິມະສິດ (Priority Economic Deliverable) 2023 ພາຍໃຕ້ການເປັນປະທານຂອງ ອິນໂດເນເຊຍ.

ພ້ອມນັ້ນ, ຍັງໄດ້ຮັບຊາບການລາຍງານກ່ຽວກັບການຂະຫຍາຍຕົວຂອງເສດຖະກິດອາຊຽນ ໂດຍສະເພາະໃນຂະເເໜງການບໍລິໂພກ, ການລົງທຶນ ແລະ ການຄ້າ ເຊິ່ງໄດ້ຂະຫຍາຍຕົວ 5.7%  ໃນປີ 2022. ນອກນີ້ໄດ້ເນັ້ນໃຫ້ຄວາມສໍາຄັນໃນການເຊື່ອມໂຍງເສດຖະກິດພາກພື້ນໃຫ້ຫລາຍຂຶ້ນ ໂດຍສະເພາະໃນໄລຍະທີ່ກໍາລັງປະເຊີນກັບສິ່ງທ້າຍທາຍຕ່າງໆ ເຊິ່ງໄດ້ສົ່ງຜົນກະທົບຕໍ່ຕ່ອງໂສ້ການຜະລິດ ແລະ ບັນຫາອັດຕາເງິນເຟີ້ທີ່ສູງຂຶ້ນໃນປະຈຸບັນ. ໂອກາດນີ້, ທ່ານ ລັດຖະມົນຕີ ມະໄລທອງ ກົມມະສິິດ ໄດ້ລາຍງານໃຫ້ທີ່ປະຊຸມຊາບກ່ຽວກັບຄວາມຄືບໜ້າໃນການກະກຽມຄວາມພ້ອມເປັນປະທານອາຊຽນໃນປີ 2024.