ສະເໜີອອກກາໝາຍການຄ້າ ປີ້ງໄກ່ເຊໂນ ເພື່ອເປັນສັນຍາລັກຢັ້ງຢືນເຖິງຄຸນນະພາບທີ່ສະອາດ-ປອດໄພ

ວັນທີ 16 ສິງຫາ 2023 ຄະນະກຳມະການສິນຄ້າໂອດັອບຂັ້ນແຂວງໆ ສະຫວັນນະເຂດ ຮ່ວມກັບເມືອງອຸທຸມພອນ ພ້ອມພາກສ່ວນທີ່ກ່ຽວຂ້ອງ ໄດ້ດຳເນີນກອງປະຊຸມປຶກສາຫາລື ເພື່ອຈະມອບກາໝາຍການຄ້າ (ໂລໂກ້) ປີ້ງໄກ່ເຊໂນ, ໃຫ້ກຸ່ມການຜະລິດນຳໃຊ້ກາໝາຍດັ່ງກ່າວຢ່າງຖືກຕ້ອງພາຍຫລັງໄດ້ຮັບການຢັ້ງຢືນຈາກກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ ໃນການນຳໃຊ້ກາໝາຍການຄ້າ (ໂລໂກ້) ຂອງຜະລິດຕະພັນສິນຄ້າໂອດັອບ ປີ້ງໄກ່ເຊໂນ ເມືອງອຸທຸມພອນ ເພື່ອເປັນສັນຍາລັກຢັ້ງຢືນເຖິງຄຸນນະພາບຂອງຜະລິດຕະພັນ ແລະ ຄວາມໝັ້ນໃຈຂອງຜູ້ບໍລິໂພກ.
ການປຶກສາຫາລືຄັ້ງນີ້ ໄດ້ເປັນເອກະພາບກັນວ່າ ສະມາຊິກໃນກຸ່ມຈຳນວນ 52 ຮ້ານ, ຕ້ອງໄດ້ກວດກາຄືນໃນເລື່ອງການບໍລິການ ໃຫ້ຖືກຕ້ອງຕາມຫລັກສຸຂະອະນາໄມ ມີຄວາມສະອາດ, ມີຄວາມປອດໄພແກ່ຜູ້ບໍລິໂພກ ແລະ ສິ່ງສຳຄັນ ຕ້ອງແມ່ນ ໄກ່ລາດຂອງແທ້, ວັນເປີດນຳໃຊ້ກາໝາຍການຄ້າ (ໂລໂກ້) ປີ້ງໄກ່ເຊໂນ ຈະໄດ້ຈັດຂຶ້ນໃນມໍ່ໆນີ້ ເພື່ອໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຄວາມໝາຍຄວາມສຳຄັນຂອງກາໝາຍການຄ້າດັ່ງກ່າວ.
ຂ່າວ: ແຂວງສະຫວັນະເຂດ

