ຄະນະຊ່ຽວຊານອາຊຽນ-ຍີ່ປຸ່ນ ເລືອກ ສປປ ລາວ ເປັນບ່ອນເກັບຂໍ້ມູນ ໄປວິໄຈການພັດທະນາວຽກງານພະລະ ແລະ ກິລາຄົນພິການ

ຄະນະຊ່ຽວຊານອາຊຽນ-ຍີ່ປຸ່ນ ຈາກຄະນະວິທະຍາສາດການກິລາ ມະຫາວິທະຍາໄລສຸກູບະ ປະເທດຍີ່ປຸ່ນ ໄດ້ເລືອກເອົາ ສປປ ລາວ ເປັນປະເທດທຳອິດໃນຂົງເຂດອາຊຽນ ໃນການເກັບກຳຂໍ້ມູນ,ສຳພາດ ຄູ ແລະ ນັກກິລາ ເພື່ອນຳໄປເຮັດບົດວິໄຈ ກ່ຽວກັບການພັດທະນາກິລາຄົນພິການ, ຄູພະລະສຶກສາ ແລະ ການມີສ່ວນຮ່ວມຂອງຄົນປົກກະຕິ ແລະ ຄົນພິການລາວ.
ວັນທີ 15 ສິງຫາ 2023, ຄະນະຊ່ຽວຊານອາຊຽນ-ຍີ່ປຸ່ນ ນຳໂດຍທ່ານ ຮາກາຮີໂຣະ ຊາໂຕ ຫົວໜ້າໂຄງການຜູ້ນໍາດ້ານກິລາຄົນພິການ ພ້ອມດ້ວຍຄະນະຈາກປະເທດຍີ່ປຸ່ນ ໄດ້ເຂົ້າພົບປະການນຳກະ ຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີກະຊວງ ສສກ ທັງເປັນປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ (ຄພລ) ໃຫ້ການຕ້ອນຮັບ ພ້ອມທັງກ່າວ ຂອບໃຈ ນຳຄະນະຊ່ຽວຊານອາຊຽນ-ຍີ່ປຸ່ນ ທີ່ໄດ້ປະກອບສ່ວນໃນວຽກງານການພັດທະນາພະລະສຶກສາ ແລະ ວຽກງານກິລາ-ກາຍະກຳຄົນພິການ ເປັນການຮຽນຮູ້, ເຂົ້າໃຈຕໍ່ບົດຮຽນອັນໃໝ່ ເພື່ອນຳໄປຈັດຕັ້ງປະຕິບັດວຽກງານໃຫ້ມີຜົນສຳເລັດ.
ທ່ານ ຮາກາຮີໂຣະ ຊາໂຕ ກ່າວວ່າ: ການຢ້ຽມຢາມຄັ້ງນີ້ເໄດ້ຮຽນຮູ້, ຮັບຮູ້ວຽກງານຫລາຍດ້ານ ໂດຍສະເພາະທາງດ້ານສະພາບເງື່ອນໄຂໃນປັດຈຸບັນ, ສິ່ງທ້າທ້າຍຕ່າງໆ ລວມທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ແລະ ເຫັນໄດ້ເຖິງຄວາມສຳຄັນ ທີ່ຈະເຮັດໃຫ້ທັງສອງຝ່າຍສາມາດພັດທະນາໃນວຽກງານວິຊາຊີບດັ່ງກ່າວໄປພ້ອມໆກັນ.
ໃນໄລຍະຜ່ານມາກະຊວງ ສສກ ໄດ້ມີສາຍພົວພັນທີ່ດີ ແລະ ໄດ້ຮັບການຊ່ວຍເຫລືອຈາກປະເທດຍີ່ປຸ່ນຫລາຍດ້ານ ເປັນຕົ້ນ:ວຽກງານກິິລາ-ກາຍະກຳຄົນພິການ ໄດ້ຮັບການຊ່ວຍເຫລືອໂຄງ ການສ້າງສະໜາມກິລາເຈົ້າອານຸວົງ; ທຶນໃນການຝຶກອົບຮົມວຽກງານຄູພະລະສຶກສາ ແລະ ກິລາຄົນພິການຈາກໂຄງການອາຊຽນ-ຢີ່ປຸ່ນ; ທຶນການຝຶກອົບຮົມການສົ່ງເສີມການມີສ່ວນຮ່ວມທາງສັງຄົມຂອງຄົນພິການຈາກອົງການໄຈກາ; ສຳເລັດການຈັດຕັ້ງປະຕິບັດໂຄງການພັດທະນາກິລາຄົນພິການ ແລະ ການສ້າງຄວາມອາດສາມາດໃຫ້ຊ່ຽວຊານ, ກໍາມະການຕັດສິນ ແລະ ຄູຝຶກ ກິລາຄົນພິການ ໃນ ສປປ ລາວ; ໄດ້ຮັບການຊ່ວຍເຫລືອຈາກລັດຖະບານຢີ່ປຸ່ນໃນການຝຶກແອບກິລາແລ່ນ-ລານຄົນພິການ ເພື່ອເຂົ້າຮ່ວມງານແຂ່ງຂັນໂຕກຽວພາຣາແລມປິກເກມ; ໄດ້ຮັບການຊ່ວຍເຫລືອຈາກເມືອງເບປຸ ແຂວງໂອອີຕະ ປະເທດຍີ່ປຸ່ນ ແລະ ການຊ່ວຍເຫລືອອື່ນໆອີກ.
ຂໍ້ມູນ: ສສກ

