ເຈົ້າຄອງນະຄອນຫລວງ ເນັ້ນໃຫ້ ຍທຂ ສຸມໃສ່ປັບປຸງ-ສ້ອມແປງເສັ້ນທາງທີ່ຈຳເປັນພາຍໃນ ຕົວເມືອງ ນວ ເພື່ອຕ້ອນຮັບກອງປະຊຸມອາຊຽນ

ວັນທີ 11 ສິງຫາ 2023, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ ນະຄອນຫລວງວຽງຈັນ (ນວ) ລົງພົບປະຊີ້ນຳວຽກງານຢູ່ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ ນວ), ເພື່ອຊີ້ນຳໃຫ້ພະແນກ ຍທຂ ນວ ແລະ ຂະແໜງການກ່ຽວຂ້ອງສຸມໃສ່ການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ, ກຽມພ້ອມຮັບມື ແລະ ແກ້ໄຂສະພາບນໍ້າຖ້ວມຂັງຕາມຖະໜົນຫົນທາງ, ພ້ອມສຸມໃສ່ປັບປຸງ-ສ້ອມແປງບັນດາເສັ້ນທາງທີ່ຈຳເປັນພາຍໃນຕົວເມືອງ ນວ ເພື່ອກະກຽມຄວາມພ້ອມຕ້ອນຮັບກອງປະຊຸມສຸດຍອດອາຊຽນທີ່ລາວເຮົາຈະເປັນເຈົ້າພາບປີ 2024.

ທ່ານ ສຸລິວັນ ພົມມະຫາໄຊ ຫົວໜ້າພະແນກ ຍທຂ ນວ ລາຍງານວ່າ: ເພື່ອຕ້ອນຮັບກອງປະຊຸມສຸດຍອດອາຊຽນ ແລະ ວຽກປັບປຸງ-ສ້ອມແປງບັນດາເສັ້ນທາງທີ່ຈຳເປັນພາຍໃນຕົວເມືອງ ພະແນກ ຍທຂ ນວ ໄດ້ຂຶ້ນແຜນງົບປະມານໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ບ້ວງງົບປະມານປົກກະຕິ ແລະ ບ້ວງງົບປະມານຟື້ນຟູໄພພິບັດປະຈຳປີ 2023 ແລະ ງົບປະມານຮັບໃຊ້ກອງປະຊຸມອາຊຽນ 2024. ໃນນີ້, ບ້ວງງົບປະມານປົກກະຕິແຜນງົບປະມານອະນຸມັດມີ 5 ໂຄງການ ມູນຄ່າ 53,4 ຕື້ກວ່າກີບ, ມູນຄ່າຊຳລະປີ 2023 1,6 ຕື້ກວ່າກີບ ເທົ່າກັບ 3,06%, ບ້ວງໄພພິບັດປີ 2022 ມາປະຕິບັດປີ 2023 ມີ 7 ໂຄງການ ມູນຄ່າ 19,8 ຕື້ກ່ວາກີບ, ມູນຄ່າຊຳລະປີ 2023 ຈຳນວນ 3,6 ຕື້ກ່ວາກີບ ເທົ່າ 18,28%. ປັດຈຸບັນໄດ້ເອົາໃຈໃສ່ສືບຕໍ່ສ້ອມແປງເສັ້ນທາງ ເພື່ອຮັບໃຊ້ກອງປະຊຸມອາຊຽນ 12 ສັນຍາ ມູນຄ່າ 28,9 ຕື້ກວ່າກີບ ສາມາດຈັດຕັ້ງປະຕິບັດໄດ້ 42%, ແຜນສ້ອມແປງເສັ້ນທາງໃນຂອບເຂດຕົວເມືອງ ຊານເມືອງ ໂດຍສະເພາະຕິດພັນກັບໂຮງແຮມ, ສະຖານທີ່ທ່ອງທ່ຽວ ໂດຍນຳໃຊ້ບ້ວງເງິນເກີນແຜນ 8 ໂຄງການ, ມູນຄ່າທາງໝົດ 10 ຕື້ກວ່າກີບ ແລະ ບ້ວງເງິນກອງທຶນທາງ 2023 ຈຳນວນ 16 ໂຄງການ ມູນຄ່າ 15 ຕື້ກວ່າກີບ.
ສຳລັບແຜນການຟື້ນຟູສ້ອມແປງເສັ້ນທາງຢູ່ບັນດາເມືອງທີ່ປັດຈຸບັນມີບາງເສັ້ນທາງເປ່ເພ, ການສັນຈອນຂອງປະຊາຊົນພົບຄວາມຫຍຸ້ງຍາກ, ພະແນກ ຍທຂ ນວ ໄດ້ສົມທົບກັບ ຍທຂ ເມືອງ ໄດ້ອອກແຈ້ງການ ສະບັບເລກທີ 389/ຍທຂ ນວ ເພື່ອແຈ້ງໃຫ້ຫ້ອງການ ຍທຂ ເມືອງ ເອົາໃຈໃສ່ຕິດຕາມກວດກາບັນດາເສັ້ນທາງ, ຮ່ອງລະບາຍນໍ້າໃນຂອບເຂດຂອງຕົນ, ໂດຍການກວດກາຈັດລຽງບູລິມະສິດໃນການສຳຫລວດອອກແບບ, ຂຽນບົດສະເໜີໂຄງການ ແລະ ສະເໜີເອົາເຂົ້າແຜນລົງທຶນຂອງລັດ ເພື່ອສ້ອມແປງສ່ວນທາງຫລວງແຫ່ງຊາດ ແລະ ທາງຫລວງຂອງແຂວງ ພະແນກ ຍທຂ ນວ ໄດ້ສືບຕໍ່ຂຶ້ນແຜນໃນການກໍ່ສ້າງສ້ອມແປງຟື້ນຟູຍົກລະດັບໃຫ້ໄດ້ມາດຕະຖານ ສຳເລັດຕາມແຜນການທີ່ວາງໄວ້.
ໂອກາດນີ້, ທ່ານ ເຈົ້າຄອງນະຄອນ ນວ ໄດ້ໃຫ້ທິດຊີ້ນຳພ້ອມທັງເນັ້ນໃຫ້ພະແນກ ຍທຂ ນວ ແລະ ຂະແໜງການກ່ຽວຂ້ອງ ເອົາໃຈໃສ່ຈັດຕັ້ງປະຕິບັດແຜນການໃນຕໍ່ໜ້າໃຫ້ສຳເລັດຕາມແຜນການເປັນຕົ້ນໃຫ້ສືບຕໍ່ຕິດຕາມກວດກາຢ່າງເຂັ້ມງວດ ແລະ ຂຶ້ນແຜນແກ້ໄຂດ່ວນໃນການສ້ອມແປງເສັ້ນທາງ ແລະ ລວງຮ່ອງລະບາຍນໍ້າໃນຊ່ວງລະດູຝົນເດືອນ ສິງຫາ-ກັນຍານີ້ ເພື່ອແກ້ໄຂການສັນຈອນໃຫ້ໄປ-ມາສະດວກ ໃຫ້ໜ່ວຍງານປົກປັກຮັກສາເສັ້ນທາງ, ເລັ່ງຕາບຂຸມທີ່ເກີດຂຶ້ນຕາມເສັ້ນທາງ ແລະ ແກ້ໄຂຈຸດນໍ້າອັ່ງ, ນໍ້າຂັງຕາມເສັ້ນທາງສາຍຫລັກ ເສັ້ນທາງເມືອງຮັບຜິດຊອບ ແລະ ເສັ້ນທາງຮ່ອມທາງຊອຍ ທີ່ນອນໃນຂອບເຂດບັນດາບ້ານຮັບຜິດຊອບ, ເອົາໃຈໃສ່ສ້ອມແປງເສັ້ນທາງຕາມແຜນລົງທຶນຂອງລັດບ້ວງຮັບໃຊ້ກອງປະຊຸມອາຊຽນ 12 ໂຄງການ ແລະ ອື່ນໆຕາມແຜນທີ່ໄດ້ກຳນົດ ເພື່ອຕ້ອນຮັບກອງປະຊຸມອາຊຽນ ທີ່ຈະຈັດຂຶ້ນຢູ່ ນວ ໃນ 2024 ໃຫ້ສໍາເລັດຕາມແຜນການທີ່ວາງໄວ້.

