“ເດ ເຄອາ” ມີລຸ້ນໄດ້ຮ່ວມງານ “ໂຣນັລໂດ້” ອີກຄັ້ງ ຫລັງສື່ເຜີຍຂ່າວ ອັລ ນາສເຊີ ທີມດັງຊາອຸສົນໃຈດຶງມາເຝົ້າເສົາ

ດາ​ວິດ ເດ ເຄອາ ຜູ້​ຮັກສາ​ປະຕູ​ຊາວ​ສະ​ເປ​ນ ມີ​ຄວາມມເປັນໄປໄດ້ທີ່ຈະກັບ​ມາ​ຮ່ວມ​ງານກັບ ຄຣິສ​ເຕຍ​ໂນ້ ໂຣນັລໂດ້ ທີ່​ສະໂມສອນ ​ອັ​ລ ນາ​ສ​ເຊີ ໃນລີກ ຊາ​ອຸ​ດີ ອາ​ຣາ​ເບຍ ຫລັງ​ຈາກ ເຣອັລ ມາດຣິດ ເມີນເສີຍທີ່ຈະເຊັນ​ສັນຍາ​ກັບ​ນັກເຕະ​ໃນ​ຊຳເມີ້​ນີ້.

ທັບ “ລາຊາຊຸດຂາວ” ຕ້ອງຊອກຫານັກຮັບຄົນໃໝ່ມາແທນທີ່ ຕີໂບ ຄຣຸຕົວ ທີ່ບາດເຈັບສາຫັດຈົນຕ້ອງພັກຍາວ. ໂດຍໃນ​ເບື້ອງ​ຕົ້ນ​ມີ​ລາຍ​ງານ​ວ່າ​ເຂົາ​ເຈົ້າ​ໝາຍຕາ ເດ ເຄອາ ທີ່​ຍັງ​ເປັນ​ນັກເຕະບໍ່ມີສັງກັດ​ຫລັງ​ຈາກ​ທີ່​ໝົດສັນ​ຍາ​ຂອງ​ເຂົາ​ກັບ ແມນເຊັສເຕີ ຢູໄນເຕັດ ມາເສີມທີມໃນສັນຍາຢືມຕົວ 1 ປີ​ໂດຍ​ບໍ່​ມີ​ທາງ​ເລືອກ​ໃນ​ການ​ຊື້ຂາດ.

ຢ່າງໃດກໍ່ຕາມ, ເດ ເຄອາ ຍັງຄົງເນື້ອຫອມເພາະມີຄວາມສົນໃຈຈາກສະໂມສອນ La Liga ຈໍານວນຫນຶ່ງທີ່ສະແດງຄວາມສົນໃຈໃຊ້ບໍລິການຂອງລາວ. ແຕ່ດ້ວຍຄ່າຈ້າງທີ່ຂ້ອນຂ້າງສູງ, ມັນຈື່ງເປັນຂໍ້ຈໍາກັດທີ່ທີມໃນລີກບ້ານເກີດຂອງພວກເຂົາສາມາດຈ່າຍເງິນໃຫ້ກັບເຂົາໄດ້.

ຫລ້າສຸດ “ມາກ້າ” ສື່ຊື່ດັງຂອງສະເປນຕີຂ່າວວ່າ ອັລ ນາສເຊີ ສົນໃຈຕົວ ເດ ເຄອາ ເຊິ່ງຖ້າເປັນຈິງໝາຍຄວາມວ່າຜູ້ຮັກສາປະຕູໄວ 32 ປີ ຈະກັບມາຮ່ວມງານກັບ ໂຣນັລໂດ້ ອີກຄັ້ງ ຫລັງຈາກທີ່ທັງສອງໄດ້ຫລິ້ນຮ່ວມກັນເປັນເວລາ 15 ເດືອນ. ເມື່ອ “CR7” ຫວນກັບຄືນໄປຄ້າແຂ້ງທີ່ Old Trafford ເປັນຮອບທີສອງ.